ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

13 ຄົນ ບາດເຈັບ ຍ້ອນເຫດລະເບີດ ຢູ່ປາກີສຖານ (ສະໄລດ໌/ວີດີໂອ)


ຊາຍຄົນນຶ່ງນັ່ງຢູ່ລົດຂອງຜູ້ກ່ຽວໃນຂະນະທີ່ລະເບີດໄດ້ແຕກຂຶ້ນ
ຊາຍຄົນນຶ່ງນັ່ງຢູ່ລົດຂອງຜູ້ກ່ຽວໃນຂະນະທີ່ລະເບີດໄດ້ແຕກຂຶ້ນ
ຕໍາຫຼວດໃນພວກຕາເວັນຕົກສຽງ​ໃຕ້ຂອງປາກີສຖານກ່າວວ່າ
​ເຫດລະເບີດບັ້ນ​ນຶ່ງໄດ້ເຮັດໃຫ້ ຢ່າງນ້ອຍ 13 ຄົນ ໄດ້ຮັບບາດ
ເຈັບ.ຍັງບໍ່ທັນມີຜູ້ໃດອອກມາອ້າງ​ເອົາ​ຄວາມຮັບຜິດຊອບ
ໃນການວາງລະເບີດໃນວັນພຸດມື້ນີ້ເທື່ອ ຊຶ່ງໄດ້ເກີດຂຶ້ນໃນເຂດ
ເມືອງ Quetta ເມືອງຫລວງຂອງແຂວງ Baluchistan ທີ່ອຸດົມ
ສົມບູນໄປດ້ວຍນໍ້າມັນແລະ​ເເກ໊ສທໍາມະຊາດນັ້ນຢູ່ຕິດກັບ
ຊາຍແດນ ອັຟການີສຖານ ແລະອິຣ່ານ.

ທາງການກ່າວວ່າ ເຫດລະເບີດອີກ​ບັ້ນ​ນຶ່ງ ຢູ່ໃນອີກເຂດນຶ່ງ​ຂອງ
ເມືອງ Quetta ໃນຄໍ່າວັນອັງຄານວານນີ້ ກໍໄດ້ສັງຫານ 6 ຄົນ
ເເລະບາດເຈັບຢ່າງນ້ອຍ 30 ຄົນ.

ແຂວງ Baluchistan ແມ່ນ​ໄດ້​ປະ​ເຊີນ​ກັບ​ບັນຫາ​ການ​ກໍ່​ກະບົດ​ຂອງ​ພວກ​ຢາກ​ແຍກ​ດິນ​ແດນ​
ກັບພວກອິສລາມຫົວຮຸນແຮງ ແລະການກໍ່ຄວາມ​ຮຸນ​ແຮງ​ລະຫວ່າງ​ສາສະໜາມາເປັນເວລາ
ຫຼາຍໆທົດສະວັດແລ້ວ.




PAKISTAN BLAST
please wait
Embed

No media source currently available

0:00 0:00:50 0:00
XS
SM
MD
LG