ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລະເບີດແຕກ ໄດ້ສັງຫານຢ່າງໜ້ອຍ 5 ຄົນ ຢູ່ນອກວັດອິສລາມ ໃນນະຄອນຫຼວງ ກາບູລ


ນັກລົບ ຕາລີບານ ຍ່າງຢູ່ທາງເຂົ້າ ຂອງວັດອິສລາມ ອີດກາ ຫຼັງຈາກລະເບີດແຕກ ໃນນະຄອນຫຼວງ ກາບູລ, ອັຟການິສຖານ, 3 ຕຸລາ, 2021.
ນັກລົບ ຕາລີບານ ຍ່າງຢູ່ທາງເຂົ້າ ຂອງວັດອິສລາມ ອີດກາ ຫຼັງຈາກລະເບີດແຕກ ໃນນະຄອນຫຼວງ ກາບູລ, ອັຟການິສຖານ, 3 ຕຸລາ, 2021.

ລະເບີດລູກນຶ່ງໄດ້ແຕກຢູ່ນອກວັດ ອິສລາມ ທີ່ສຳຄັນໃນນະຄອນຫຼວງ ກາບູລ ເມື່ອຕອນບ່າຍວັນອາທິດວານນີ້, ສັງຫານພົນລະເຮືອນ ອັຟການິສຖານ ຢ່າງໜ້ອຍ 5 ຄົນ ແລະ ບາດເຈັບຢ່າງໜ້ອຍອີກ 4 ຄົນ, ອີງຕາມການກ່າວຂອງ ທ່ານ ກາຣີ ຊາອີດ ຄອສຕີ (Qari Saeed Khosti) ໂຄສົກ ຂອງກະຊວງພາຍໃນ ຕາລີບານ.

ມັນເປັນການໂຈມຕີຄັ້ງທຳອິດໃນນະຄອນຫຼວງ ກາບູລ ນັບຕັ້ງແຕ່ທ້າຍເດືອນສິງຫາທີ່ຜ່ານມາ, ເວລາທີ່ກຸ່ມລັດອິສລາມ ແຂວງໂຄຣາຊານ ໄດ້ທຳການໂຈມຕີດ້ວຍລະເບີດສະຫຼະຊີບທີ່ສັງຫານປະມານ 200 ຄົນ, ລວມທັງທະຫານ ສະຫະລັດ 13 ຄົນ ຢູ່ໃກ້ກັບສະໜາມບິນ ກາບູລ.

ມັນບໍ່ມີການອ້າງເອົາຄວາມຮັບຜິດຊອບໃນທັນທີ ສຳລັບການໂຈມຕີເມື່ອວັນອາທິດວານນີ້ຢູ່ວັດອິສລາມ ອີດ ກາ (Eid Gah) ໃນໃຈກາງຂອງຕົວເມືອງ, ແລະ ມັນປາກົດວ່າໄດ້ແນເປົ້າໃສ່ຜູ້ທີ່ໄປສູດມົນພິເສດ ສຳລັບແມ່ຂອງຫົວໜ້າໂຄສົກ ຕາລີບານ ທ່ານ ຊາບິຮຸລລາ ມູຈາຮິດ, ຜູ້ທີ່ໄດ້ເສຍຊີວິດເມື່ອບໍ່ດົນມາ ນີ້.

ໂຄສົກ ຕາລີບານ ທີ່ມີຫ້ອງການຕັ້ງຢູ່ປະເທດ ກາຕ້າ ທ່ານ ຊູເຮລ ຊາຮີນ (Suhail Shaheen) ໄດ້ກ່າວວ່າ ທ່ານ ມູຈາຮິດ ແມ່ນປອດໄພ, ພ້ອມກັບເພື່ອນຮ່ວມງານຄົນອື່ນໆ, ເພາະວ່າລະເບີດນັ້ນ ໄດ້ແຕກຢູ່ຫ່າງຈາກບ່ອນທີ່ເຂົາເຈົ້າຢູ່.

ທ້າວ ຮາມີດຸລລາ (Hamidullah), ສະມາຊິກຂອງກຸ່ມຕາລີບານ, ໄດ້ກ່າວວ່າລາວຢູ່ຫ່າງຈາກມືລະເບີດສະຫຼະຊີບ 3 ແມັດ, ຢູ່ໃນວັດອິສລາມເວລາທີ່ລະເບີດໄດ້ແຕກ.

ລາວໄດ້ກ່າວຕໍ່ບັນດານັກຂ່າວທີ່ຢູ່ນອກໂຮງໝໍສຸກເສີນຂອງນະຄອນຫຼວງກາບູລ ບ່ອນທີ່ຜູ້ເຄາະຮ້າຍບາງຄົນໄດ້ຮັບການປິ່ນປົວຢູ່ນັ້ນວ່າ “ຂ້ອຍໄດ້ຟົ້ງໄປທາງຫຼັງຍ້ອນແຮງຂອງລະເບີດ.”

ກຸ່ມ IS ໂຄຣາຊານ, ທີ່ມີຖານປະຕິບັດການຕັ້ງຢູ່ໃນ ອັຟການິສຖານ ທີ່ເຂົ້າຮ່ວມກັບກຸ່ມຫົວຮຸນ ແຮງ ລັດອິສລາມ ນັ້ນ, ເຊິ່ງຍັງເປັນທີ່ຮູ້ຈັກກັນ ໃນຊື່ ISIS-K, ໄດ້ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີຫຼາຍຄັ້ງຢູ່ແຂວງ ນານກາຮາ ແລະ ຄູນາ ທາງພາກຕາເວັນອອກຂອງປະເທດ ເມື່ອອາທິດທີ່ຜ່ານມາ, ສັງຫານພົນລະເຮືອນຫຼາຍສິບຄົນ ແລະ ນັກລົບຕາລີບານ.

ທ່ານ ບິລາລ ຄາຣີມີ, ໂຄສົກກຸ່ມຕາລີບານ, ໄດ້ກ່າວວ່າ ຜູ້ຕ້ອງສົງໄສ 3 ຄົນ ໄດ້ຖືກຈັບກຸມ ແລະ ບໍ່ມີນັກລົບຕາລີບານຄົນໃດ ໄດ້ຮັບອັນຕະລາຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG