ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ໂຈມ​ຕີ​ ດ້ວຍ​ລະ​ເບີດ​ ​ໃນ​ອີຣັກ ເຮັດໃຫ້ 73 ຄົນ ​ເສຍ​ຊີວິດ ​(ວີດີໂອ/ສະໄລດ໌)


ໄດ້​ມີ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ຫຼາຍໆ​ບັ້ນ​ໃນ​ອີຣັກ ຍັງ​ຜົນ​ໃຫ້​ມີ
​ຢ່າງ​ນ້ອຍ 73 ຄົນ ​ເສຍ​ຊີວິດ ​ແລະ 65 ຄົນ​ ບາດ​ເຈັບ.

ເຫດ​ລະ​ເບີດ​ຮ້າຍ​ແຮງສຸດໃນ​ວັນ​ພຸດມື້​ນີ້ແມ່ນເປັນການໂຈມຕີ
ສະລະ​ຊີບ​ໃນ​ພິທີຊາ​ປະນະກິດ​ສົບ​ທີ່​ເມືອງ Buhriz ປະມານ
60 ກິ​ໂລ​ແມັດ ຫ່າງຈາກ​ກຸງ​ແບັກ​ແດດ ໄປທາງທິດເໜືອ ຊຶ່ງ
​ໄດ້​ສັງຫານຢ່າງນ້ອຍ 18 ຄົນ.

​ໃນ​ນະຄອນຫຼວງ ມີໂຈມຕີດ້ວຍລະ​ເບີດ​ລົດ ຢ່າງ​ນ້ອຍ 6 ບັ້ນ ​
ໃນ​ເຂດ​ທີ່​ມີຊາວ Shi’iteອາ​ໄສ​ຢູ່ເປັນສ່ວນໃຫຍ່.

ກົດເພື່ອໃຫ້ຂະຫຍາຍໃຫຍ່ຂຶ້ນ
ກົດເພື່ອໃຫ້ຂະຫຍາຍໃຫຍ່ຂຶ້ນ

ຍັງ​ບໍ່​ທັນ​ມີ​ກຸ່ມໃດ​ ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ ຈາ​ກການ​ໂຈມ​ຕີ​ເຫຼົ່າ​ນີ້ເທື່ອ.

ຄວາມ​ຮຸນ​ແຮງ​ໃນ​ອີຣັກແມ່ນ​ໄດ້​ເຖິງ​ລະດັບ​ທີ່​ບໍ່​ເຄີຍ​ເຫັນ​ມາ​ກ່ອນ
ນັບ​ຕັ້ງ​ແຕ່​ປີ 2008ເວລາ ​ທີ່​ປະ​ເທດ​ຊາດ​ດັ່ງກ່າວ ​ໄດ້​ຟື້ນຕົວ​ຄືນ
ຈາກຊ່ວງ​ຂອງ​ການ​ປະ​ຫັດ​ປະຫານຂ້າ​ຟັນ ​ລັນ​ແທງທາງດ້ານສາ
ສະໜາ​ ລະ​ຫວ່າງຊາວ Sunni ​ແລະ​ຊາວ Shi’ite ນັ້ນ.

ເລ​ຂາ​ທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ທ່ານ Ban Ki-
moon ​ໄດ້​ກ່າວ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້​ ​ໃນ​ລະຫວ່າງການ​ໄປຢ້ຽມຢາມ​ອີຣັກວ່າ ທ່ານ​ມີ​
ຄວາມເປັນຫວ່ງ​ເປັນໄຍ​ເປັນ​ພິ​ເສດກ່ຽວ​ກັບ​ສະພາບການດ້ານ​ຄວາມ​ປອດ​ໄພ​ທີ່ຊຸດ​
ໂຊມ​ລົງ​ໄປ​ນັບ​ມື້​ນັ້ນ​ ​ແລະ​ຮຽກຮ້ອງ​ໃຫ້ ບັນດາ​ຜູ້​ນໍາ​ອີຣັກ ຫາ​ທາງ​ແກ້​ໄຂສາເຫດຮາກ
ເຫງົ້າ ທີ່ພາໃຫ້ຄວາມຮຸນແຮງ ເພີ້ມທະວີຂຶ້ນນັ້ນ. ​

Iraq Violence
please wait
Embed

No media source currently available

0:00 0:00:55 0:00
XS
SM
MD
LG