ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ ​ໃສ່ສູນ​ກາງ​ເຂດ​ຊາຍ​ແດນ ມຽນ​ມາ ເຮັດ​ໃຫ້ 5 ຄົນ​ເສຍ​ຊີ​ວິດ ແລະ ບາດເຈັບ 11 ຄົນ


ແຜນ​ທີ່​ປະ​ເທດ ມຽນ​ມາ.
ແຜນ​ທີ່​ປະ​ເທດ ມຽນ​ມາ.

ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ໃສ່​ບໍ​ລິ​ເວນ​ຕຶກ​ລັດ​ຖະ​ບານ​ໃນ​ເມືອງ ເມຍ​ວາ​ດີ ທີ່​ເປັນ​ສູນ​ກາງ​ເຂດ​ຊາຍ​ແດນ​ຂອງ ມຽນ​ມາ ໄດ້​ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ 5 ຄົນ​ ແລະ ເຈົ້າ​ໜ້າ​ທີ່ຮັກ​ສາ​ຄວາມ​ປອດ​ໄພເສຍ​ຊີ​ວິດ ແລະ ຕຳຫຼວດ 11 ຄົນ​ບາດ​ເຈັບ, ແຫຼ່ງ​ຂ່າວ​ຕ່າງໆ​ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ AFP ໃນ​ວັນ​ຈັນ​ວານນີ້.

ເມືອງ​ທີ່​ຕັ້ງ​ຢູ່​ເຂດ​ຊາຍ​ແດນ​ຕິດ​ກັບ​ປະ​ເທດ ໄທ ໄດ້​ເກີດການ​ປະ​ທະ​ກັນ​ລະ​ຫວ່າງ​ກອງ​ທັບ ແລະ ພວກ​ນັກ​ລົບ​ຕໍ່​ຕ້ານ​ລັດ​ຖະ​ບານ​ທະ​ຫານ ​ນັບ​ຕັ້ງ​ແຕ່​ການ​ກໍ່​ລັດ​ຖະ​ປະ​ຫານ​ໃນ​ປີ 2021 ທີ່​ໄດ້​ເຮັດ​ໃຫ້​ປະ​ເທດ​ຕົກ​ຢູ່​ໃນ​ຄວາມ​ວຸ້ນ​ວາຍ.

ໃນ​ຕອນ​ຫົວ​ແລງ​ຂອງວັນ​ອາ​ທິດ​ທີ່​ຜ່ານ​ມາ “ລະ​ເບີດ​ສອງ​ລູກ” ໄດ້​ຕົກ​ລົງ​ໃສ່​ບໍ​ລິ​ເວນ​ຕຶກ ​ທີ່​ປະ​ກອບ​ມີ​ຫ້ອງ​ການ​ຕຳຫຼວດ​ເມືອງ ແລະ ຫ້ອງ​ການ​ບໍ​ລິ​ຫານ​ທົ່ວ​ໄປ, ແຫຼ່ງ​ຂ່າວ​ທະ​ຫານ​ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ AFP.

ໃນ​ຂະ​ນະ​ທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ເອົາ “ມາດ​ຕະ​ການ​ຮັກ​ສາ​ຄວາມ​ປອດ​ໄພ” ຫຼັງ​ຈາກ​ການ​ລະ​ເບີດ​ນັ້ນ, ລະ​ເບີດ​ອີກ​ສອງ​ລູກ​ກໍ​ຖືກ​ຖິ້ມ​ລົງ​ມາອີກ, ສັງ​ຫານ 5 ຄົນ ແລະ ບາດ​ເຈັບ 11 ຄົນ, ເຂົາ​ເຈົ້າ​ໄດ້​ກ່າວ, ໂດຍ​ຂໍ​ບໍ່​ອອກ​ຊື່ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ລົມ​ກັບ​ສື່ມວນ​ຊົນ.

ຜູ້​ເສຍ​ຊີ​ວິດ​ລວມ​ມີ​ເຈົ້າ​ໜ້າ​ທີ່ກອງ​ທັບ, ຕຳຫຼວດ​ສອງ​ຄົນ ແລະ ເຈົ້າ​ໜ້າ​ທີ່​ສອງ​ຄົນ​ຈາກ​ພະ​ແນກ​ຄຸ້ມ​ຄອງ, ອີງ​ຕາມ​ການ​ກ່າວ​ຂອງ​ເຂົາ​ເຈົ້າ.

ເຂົາ​ເຈົ້າ​ໄດ້​ກ່າວ​ຕື່ມ​ວ່າ ເຈົ້າ​ໜ້າ​ທີ່​ຕຳຫຼວດ “​ຕຳ​ແໜ່ງ​ນ້ອຍ ແລະ ອາ​ວຸ​ໂສ” 11 ຄົນ​ແມ່ນ​ໄດ້​ຮັບ​ບາດ​ເຈັບ, 5 ຄົນ​ສາ​ຫັດ.

ແຫຼ່ງ​ຂ່າວ​ຕຳຫຼວດ​ໃນ​ທ້ອງ​ຖິ່ນ​ແຫ່ງ​ນຶ່ງ​ ຜູ້​ທີ່​ໄດ້​ຂໍ​ບໍ່​ອອກ​ຊື່​ເຊັ່ນ​ກັນ​ໄດ້​ຢືນ​ຢັນ​ເຫດ​ການ ແລະ ຕົວ​ເລກ​ຜູ້​ເສຍ​ຊີ​ວິດ ແລະ ບາດ​ເຈັບ​ນັ້ນ.

ບໍ່​ມີ​ແຫຼ່ງ​ຂ່າວ​ໃດ​ກ່າວ​ວ່າ ​ໃຜ​ເປັນ​ຜູ້​ຮັບ​ຜິດ​ຊ​ອບ​ສຳ​ລັບ​ການ​ໂຈມ​ຕີ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG