ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລະເບີດແຕກຂຶ້ນ ຢູ່ບ້ານພັກ ຂອງເອກອັກຄະລັດຖະທູດ ອີຣ່ານ ໃນເຢເມັນ ສັງຫານ 2 ຄົນ


ຊາຍເຢເມັນ ຢືນຍາມ ຕຶກບ້ານພັກ ຂອງເອກອັກຄະລັດຖະທູດອີຣ່ານ ທີ່ຖືກເສຍຫາຍ ຫຼັງຈາກ ການໂຈມຕີດ້ວຍລົດບັນຈຸລະເບີດ ໃນນະຄອນຫລວງ ຊານາອາ ປະເທດເຢເມັນ ວັນທີ 3 ທັນວາ 2014.
ຊາຍເຢເມັນ ຢືນຍາມ ຕຶກບ້ານພັກ ຂອງເອກອັກຄະລັດຖະທູດອີຣ່ານ ທີ່ຖືກເສຍຫາຍ ຫຼັງຈາກ ການໂຈມຕີດ້ວຍລົດບັນຈຸລະເບີດ ໃນນະຄອນຫລວງ ຊານາອາ ປະເທດເຢເມັນ ວັນທີ 3 ທັນວາ 2014.

ລົດ​ບັນຈຸ​ລະ​ເບີດຄັນ​ນຶ່ງ ໄດ້ແຕກຂຶ້ນ ຢູ່​ທີ່​ບ້ານພັກຂອງ​ເອກ​ອັກ
ຄະ​ລັດຖະທູດ​ອີ​ຣ່ານ ​ໃນ​ນະຄອນຫລວງ ຂອງ​ປະ​ເທດ​ເຢເມັນ
ເຮັດ​ໃຫ້​ຢ່າງ​ນ້ອຍ 2 ຄົນ​ເສຍ​ຊີວິດ.

ລະ​ເບີດທີ່​ແຕກ​ຂຶ້ນ ​ໃນ​ວັນ​ພຸດ​ມື້​ນີ້ ​ໃນ​ນະຄອນຫລວງ ຊາ​ນາ​ອານັ້ນ
​ໄດ້​ທະລຸຕຶກຫຼັງນຶ່ງ​ຈົນ​ເປັນຮູ ​ແລະ ​ເຮັດ​ໃຫ້​ຕຶກ​ອື່ນໆ​ ໃນ​ບໍລິ​ເວນ
ອ້ອມ​ແອ້ມ ​ເສຍ​ຫາຍຫລາຍ​ຫລັງ.

ບັນດາ​ເຈົ້າໜ້າ​ທີ່ອີຣ່ານ ກ່າວ​ວ່າ ​ເອກ​ອັກຄະ​ລັດຖະທູດອີຣ່ານ​
ປະຈຳ​ເຢ​ເມັນ ທ່ານ Hossein Niknam ບໍ່​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້.

ອົງການ​ຂ່າວ​ IRNA ຂອງທາງ​ການ​ອີຣ່ານ ​ໄດ້​ອ້າງ​ຄຳ​ເວົ້າຂອງໂຄສົກ​ຍິງ​ຈາກກະຊວງ​ການ​ຕ່າງປະ​ເທດ ທ່ານນາງ Marziyeh Afkham ທີ່​ກ່າວ​ວ່າ ບັນດາ​ພະນັກງານ​ສະຖານທູດ ​ແມ່ນ​ຢູ່ໃນ "ສະພາບສົມບູນ​ດີ" ແລະ ວ່າທາງກະຊວງ ​ກຳລັງ​ສືບສວນ​ສອບ​ສວນ ​ເຫດ​ລະ​ເບີດ​ຄັ້ງນີ້.

​ ບໍ່​ມີ​ຜູ້​ໃດ ​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ ໃນ​ທັນທີນີ້​ເທື່ອ.

YEMEN BLAST VO
please wait
Embed

No media source currently available

0:00 0:00:46 0:00

XS
SM
MD
LG