ລະເບີດລົດທີ່ຮຸນແຮງ ແລະ ການໂຈມຕີດ້ວຍປືນໃນນະຄອນຫຼວງ ກາບູລ ຂອງ ອັຟ
ການິສຖານ ມີການກ່າວວ່າໄດ້ສັງຫານ ແລະ ເຮັດໃຫ້ບາດເຈັບຫຼາຍສິບຄົນ.
ກຸ່ມກະບົດ ຕາລີບານ ໄດ້ອ້າງເອົາຄວາມຮັບຜິດຊອບ ສຳລັບການວາງແຜນໂຈມຕີ
ດ້ວຍລະເບີດສະຫຼະຊີບ ຕໍ່ສິ່ງທີ່ພວກເຂົາເວົ້າວ່າ ເປັນສູນກາງການຂົນສົ່ງ ແລະ ວິສະ
ວະກຳ ຂອງກະຊວງປ້ອງກັນປະເທດ ອັຟການິສຖານ.
ຜູ້ອາໄສຢູ່ໃນທ້ອງຖິ່ນນັ້ນກ່າວວ່າ ການລະເບີດໃນວັນຈັນມື້ນີ້ ໄດ້ເກີດຂຶ້ນຢູ່ໃນພາກ
ສ່ວນໃຈກາງຂອງຕົວເມືອງ ໃນລະຫວ່າງຊົ່ວໂມງຮີບເລັ່ງຂອງຕອນເຊົ້າ, ເຮັດໃຫ້
ຄວັນດຳປິວຂຶ້ນເທິງຟ້າ ເໜືອນະຄອນຫຼວງ ກາບູລ. ຜູ້ເຫັນເຫດການໄດ້ຍິນສຽງປືນ
ແລະ ສຽງລະເບີດນ້ອຍແຕກ ບໍ່ເທົ່າໃດນາທີ ຫຼັງຈາກນັ້ນ ໃນຂະນະທີ່ການໂຈມຕີປະ
ກົດວ່າໄດ້ສືບຕໍ່ໄປ.
ໂຄສົກກະຊວງພາຍໃນ ທ່ານ ນາສຣັດ ຣາຮີມີ ໄດ້ກ່າວໃນຖະແຫຼງການສະບັບນຶ່ງວ່າ
ມືປືນຫຼາຍຄົນຕໍ່ມາ ໄດ້ເຂົ້າໄປຕັ້ງຫລັກໃນຕຶກຫຼາຍຊັ້ນ ທີ່ກຳລັງກໍ່ສ້າງຢູ່ໃກ້ຄຽງ ລຸນ
ຫຼັງການລະເບີດ ແລະ ໄດ້ເລີ່ມຍິງປືນໃສ່ກອງກຳລັງຕຳຫຼວດ ອັຟການິສຖານ ທີ່ປະຕິ
ບັດໜ້າທີ່ຢູ່.
ທ່ານ ຣາຮີມີ ໄດ້ກ່າວຕື່ມວ່າ ກອງກຳລັງພິເສດ ອັຟການິສຖານ ໄດ້ໄປຮອດສະຖານ
ທີ່ເກີດເຫດ ແລະ ການປະຕິບັດການໄດ້ດຳເນີນຂຶ້ນ ເພື່ອກວາດລ້າງພວກນັກໂຈມຕີ.
ຜູ້ບໍລິຫານໃຫຍ່ ອັຟການິສຖານ ທ່ານ ອັບດຸລລາ ອັບດຸລລາ ໄດ້ກ່າວປະນາມການ
ໂຈມຕີດັ່ງກ່າວ, ໂດຍເວົ້າວ່າ ມັນ “ໄດ້ສະແດງໃຫ້ເຫັນທໍາມະຊາດຂອງການເປັນອາ
ຊະຍາກອນແຕ່ກຳເນີດຂອງກຸ່ມນັ້ນ” ແລະ ໄດ້ປະຕິຍານວ່າ ຄວາມຮຸນແຮງຈະບໍ່ຂັດ
ຂວາງກອງກຳລັງຮັກສາຄວາມປອດໄພ ຈາກການຕາມລ່າ ແລະ ລົງໂທດ “ພວກຄົນ
ຊົ່ວເຫຼົ່ານັ້ນ.”
ລົດໂຮງໝໍໄດ້ຮີບເລັ່ງໄປຈຸດເກີດເຫດ ແລະ ໄດ້ຂົນສົ່ງຜູ້ບາດເຈັບຢ່າງໜ້ອຍ 65 ຄົນ
ໄປໂຮງໝໍ, ລວມທັງເດັກນ້ອຍຢ່າງໜ້ອຍ 9 ຄົນ, ໂຄສົກກະຊວງສາທາລະນະສຸກ
ອັຟການິສຖານ ໄດ້ກ່າວບໍ່ດົນຫຼັງຈາກລະເບີດໄດ້ແຕກຂຶ້ນ.
ພະນັກງານທີ່ຢູ່ໃນຕຶກຫ້ອງການ ສະຫະພັນເຕະບານ ອັຟການິສຖານ ຫຼື AFF ທີ່ຢູ່
ໃກ້ຄຽງ ກໍລວມຢູ່ໃນຜູ້ບາດເຈັບແລະເສຍຊີວິດນັ້ນ. ວິດີໂອໃນໂທລະພາບໄດ້ສະແດງ
ໃຫ້ເຫັນ ຫົວໜ້າວ່າການຂອງ AFF ລວມຢູ່ໃນພວກຜູ້ທີ່ໄດ້ຮັບບາດເຈັບ.