ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂບ​ລ​ຕັນ ພົບ​​ປ​ະ ກັບ ​ທ່ານປູ​ຕິນ ກ່ຽວ​ກັບ ​ການ​​ຖອນ​ ສ​ຫລ ​ອອກ​ຈາກ ຂໍ້​ຕົກ​ລົງ ຄວບ​ຄຸມ​ອາ​ວຸດ


ທີ່​ປຶກ​ສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດຂອງ​ສະ​ຫະ​ລັດ ທ່ານ​ຈອນ ໂບ​ລ​ຕັນ (ຊ້າຍ)​ກັບ ປະ​ທານ​ສະ​ພາ​ຄວາມໆ​ໝັ້ນ​ຄົງ​ຂອງ​ຣັດ​ເຊຍ ທ່ານ​ນິ​ໂຄ​ໄລນ໌ ປາ​ທ​ຣັ​ສ​ເຊບ​ວ໌ (Nikolai Patrushev) ຖ່າຍ​ຮູບ​ທີີ່​ລະ​ລຶກ ກ່ອນກອງ​ປະ​ຊຸມ​ທີ່​ມົ​ສ​ກູ, ຣັດ​ເຊຍ, 22 ຕຸ​ລາ 2018.
ທີ່​ປຶກ​ສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດຂອງ​ສະ​ຫະ​ລັດ ທ່ານ​ຈອນ ໂບ​ລ​ຕັນ (ຊ້າຍ)​ກັບ ປະ​ທານ​ສະ​ພາ​ຄວາມໆ​ໝັ້ນ​ຄົງ​ຂອງ​ຣັດ​ເຊຍ ທ່ານ​ນິ​ໂຄ​ໄລນ໌ ປາ​ທ​ຣັ​ສ​ເຊບ​ວ໌ (Nikolai Patrushev) ຖ່າຍ​ຮູບ​ທີີ່​ລະ​ລຶກ ກ່ອນກອງ​ປະ​ຊຸມ​ທີ່​ມົ​ສ​ກູ, ຣັດ​ເຊຍ, 22 ຕຸ​ລາ 2018.

ທີ່​ປຶກ​ສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດຂອງ​ສະ​ຫະ​ລັດ ທ່ານ​ຈອນ ໂບ​ລ​ຕັນໄດ້ໃຫ້
ຮ່ອງ​ຮອຍວ່າ ຂໍ້​ຕົກ​ລົງຄວບ​ຄຸມ​ອາ​ວຸດ​ທີ່ສຳ​ຄັນ ກັບ​ຣັດ​ເຊຍ ອາດ​ຈະ​ໄດ້​ດຳ​ເນີນ​ໄປ​
ຕາມ​ທິດ​ທາງ​ຂອງ​ມັນ​.

ທ່ານໂບ​ລ​ຕັນ ພົບ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດິ​ເມຍ ປູ​ຕິນ ໃນ​ວັນ​ອັງ​ຄານ
​ມື້​ນີ້ ທີ່​ມົ​ສ​ກູ ເພື່ອ​ອະ​ທິ​ບາຍ​ເຖິງ​ສາ​ເຫດ​ວ່າ​ເປັນ​ຫຍັງ​ປະ​ທາ​ນາ​ທິ​ບໍດີດໍ​ໂນ​ລ ​ທ​ຣຳ
ຈຶ່ງຕ້ອງ​ການຢາກ​ຈະ​ຖອນສະ​ຫະ​ລັດ ອອກ​ຈາກ​ສົນ​ທິສັນ​ຍາ​ກຳລັງ​ນິວເຄ​ລຍ​ໄລ​ຍະ
ປານ​ກາງ ປີ 1987 ນີ້.

ທ່ານ​ທ​ຣຳ ໄດ້ກ່າວຫາ​ຣັດ​ເຊຍ ວ່າໄດ້ລະ​ເມີດສົນ​ທິ​ສັນ​ຍາ ດັ່ງ​ກ່າວ.

“ພວກ​ເຮົາ​ບໍ່​ຄິດ​ວ່າ ການ​ຖອນ​ຕົວ​ອອກ​ຈາກ​ສົນທິ​ສັນ​ຍານີ້ຈະ​ສ້າງ​ບັນ​ຫາ​ໃດ​ໆ.
ພວກ​ເຮົາ​ຄິດ​ວ່າ ສິ່ງ​ທີ່​ຣັດ​ເຊຍ​ໄດ້​ກະ​ທຳ​ຕະ​ຫຼອດ​ມາ​ນັ້ນ ​ແມ່ນ​ການ​ລະ​ເມີດ​ຕໍ່​ສົນທິ
​ສັນ​ຍາ ນັ້ນ​ຄືບັນ​ຫາ,”
ທ່ານ​ໂບ​ລ​ຕັນ ໄດ້​ບອກໜັງ​ສື​ພິມ Kommersant ຂອງ​ຣັດ​ເຊຍ
​ໄວ້ ແລະ​ທ່ານ​ໄດ້​ກ່າວ​ຕື່ມ​ວ່າ “​ທ່ານ​ບໍ່​ສາ​ມາດນຳ ເອົາ​ຜູ້​ໃດ​ນຶ່ງ​ມາປະ​ຕິ​ບັດ​ຕາມ​ໄດ້
ທີ່​ເຂົາ​ເຈົ້າ​ຄິດ​ບໍ່​ຄິດ​ວ່າ ເຂົາ​ໄດ້​ລະ​ເມີດສົນທິ​ສັນ​ຍານັ້ນ.”

ທ່ານ​ໂບ​ລ​ຕັນ ໄດ້​ກ່າວ​ວ່າ ທ່ານ​ເຊື່ອ​ວ່າ ສົນທິ​ສັນ​ຍາ​ສອງ​ຝ່າຍ​ໃນຍຸກສົງ​ຄາມ​ເຢັນ
ແມ່ນ​ບໍ່​ໄດ້​ສອດ​ຄ່ອງ​ແລ້ວ ຍ້​ອນ​ສະ​ພາບ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ໃນ​ທົ່ວ​ໂລກ
ຂອງ​ທຸກ​ມື້​ນີ້, ບ່ອນ​ທີ່​ບັນ​ດາ​ປະ​ເທດ​ທັງ​ຫຼາຍ ແມ່ນກຳ​ລັງພັດ​ທະ​ນາ​ລູກ​ສອນ​ໄຟ​ກັນ.

ມື້ລາງປະທານາທິບໍດີສະ​ຫະ​ລັດ ທ່ານຣອນໂນລດ໌ ເຣເກິນ (​ຂວາ) ແລະຜູ້​ນຳ​ຮັດ​ເຊຍ ​ມີແຄລ ກໍບາຊອບ ແລກ​ປ່ຽນ​ປາກ​ກາ​ໃນ​ພິ​ທີ​ລົງ​ນາມ ສົນທິສັນຍາກຳລັງນິວເຄລຍໄລຍະປານກາງ ທີ່​ທຳ​ນຽບ​ຂາວ, ວໍ​ຊີງ​ຕັນ ດີ​ຊີ, 8 ທັນ​ວາ 1987.
ມື້ລາງປະທານາທິບໍດີສະ​ຫະ​ລັດ ທ່ານຣອນໂນລດ໌ ເຣເກິນ (​ຂວາ) ແລະຜູ້​ນຳ​ຮັດ​ເຊຍ ​ມີແຄລ ກໍບາຊອບ ແລກ​ປ່ຽນ​ປາກ​ກາ​ໃນ​ພິ​ທີ​ລົງ​ນາມ ສົນທິສັນຍາກຳລັງນິວເຄລຍໄລຍະປານກາງ ທີ່​ທຳ​ນຽບ​ຂາວ, ວໍ​ຊີງ​ຕັນ ດີ​ຊີ, 8 ທັນ​ວາ 1987.

ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ມີ​ແຄ​ລ ກໍ​ບາ​ຊອບ ກັບມື້​ລາງ​ປະ​ທາ​ນາ​ທິ​ບໍ​ດີ​ຣອນ​ໂນ​ລ​ດ໌
ເຣ​ເກິນ ໄດ້ລົງ​ນາມ​ໃນ​ສົນ​ທິ​ສັນ​ຍາ​ INF ໃນ​ປີ 1987. ​ສົນ​ທິ​ສັນ​ຍາດັ່ງ​ກ່າວ
ແມ່ນ​ເກືອດ​ຫ້າມ​ສະ​ຫະ​ລັດ ແລະ​ຣັດ​ເຊຍ ບໍ່ໃຫ້​ສ້າງ, ທົດ​ລອງ, ສະ​ສົມລູກ ສອນໄຟ
ນິວເຄຼຍ ທີ່​ຍິງ​ຈາກ​ພາກ​ພື້ນ​ດິນ ໄລຍະຕັ້ງແຕ່ 500 ຫາ 5,000 ກິ​ໂລແມັດໄວ້ໃນສາງ.

ທ່ານ​ທ​ຣຳ ໄດ້​ກ່າວ​ວ່າ ສະ​ຫະ​ລັດ ແມ່ນ​ຄວນ​ທີ່​ຈະ​ພັດ​ທະ​ນາ​ອາ​ວຸດ​ໃໝ່ ຖ້າ​ຫາກວ່າ
​ຣັດ​ເຊຍ ແລະ​ຈີນ ເຮັດ ຊຶ່ງ​ບໍ່​ແມ່ນ​ພ​າກ​ສ່ວນ​ຂອງ​ສົນ​ທິ​ສັນ​ຍາ INF ນີ້.

ຣັດ​ເຊຍ ປະ​ຕິ​ເສດວ່າ ຕົນ​ບໍ່​ໄດ້​ລະ​ເມີດຂໍ້​ຕົກ​ລົງ​ທີ່​ວ່າ​ນີ້ ແລະ​ກ່າວ​ວ່າ ລະ​ບົບປ້ອງ​ກັນ
​ລູກ​ສອນ​ໄຟ​ສະ​ຫະ​ລັດ ໃນ​ສະ​ຫະ​ພາບຢູ​ໂຣບນັ້ນ ແ​ມ່ນ​ເປັນ​ການ​ລະ​ເມີດ​ແລ້ວ.

ໂຄ​ສົກ​ຂອງ​ທ່ານປູ​ຕິນ ກ່າວ​ວ່າ ການ​ຖອນ​ຕົວ​ສະ​ຫະ​ລັດ ອອກ​ຈາກສົນ​ທິ​ສັນ​ຍາ INF
ຈະ​ເຮັດ​ໃຫ້​ໂລກ ມີ​ອັນ​ຕະ​ລາຍ​ຫຼາຍ​ຂຶ້ນ. ທ່ານ​ໄດ້​ກ່າວ​ວ່າ​ຣັດ​ເຊຍ ແມ່ນ​ຈະ​ໄດ້​ເອົາ​
ມາດ​ຕະ​ການ​ດ້ານ​ຄວາມ​ປອດ​ໄພ ເພື່ອ “ຟື້ນ​ຟູຄວາມ​ກ້ຳ​ເກິ່ງໄວ້.”

ປະ​ທານ​ສະ​ພາ​ຄວາມໆ​ໝັ້ນ​ຄົງ​ຂອງ​ຣັດ​ເຊຍ ທ່ານ​ນິ​ໂຄ​ໄລນ໌ ປາ​ທ​ຣັ​ສ​ເຊບ​ວ໌
ໄດ້​ກ່າວ ຫຼັງ​ຈາກ​ທີ່​ທ່ານ​ໄດ້​ໂອ້​ລົມ​ກັບ​ທ່ານ​ໂບ​ລ​ຕັນໃນ​ວັນ​ຈັນ​ວານ​ນີ້​ວ່າ​ ຣັດ​ເຊຍ
ແມ່ນ​ຈະ​ສົນ​ທະ​ນາ​ກັບ​ສະ​ຫະ​ລັດ ກ່ຽວ​ກັບ​ການ​ປະ​ຕິ​ບັດ​ຕາມ​ຂໍ້​ຕົກ​ລົງນີ້ ຊຶ່ງ​ເປັນ
​ຄວາມ​ພະ​ຍາ​ຍາມ​ອີກ​ອັນ​ນຶ່ງ ​ທີ່​ຈະ​ກອບ​ກູ້ສົນ​ທິ​ສັນ​ຍາ INF.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG