ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສ​ຫລ ໃຫ້​ສັນ​ຍານ​ວ່າ ຈະ​ລົງ​ໂທດ ທາງ​ດ້ານ​ເສດ​ຖະ​ກິດ ຕໍ່ ເວ​ເນ​ຊູ​ເອ​ລາ


ຜູ້​ຊາຍ​ຄົນ​ນຶ່ງ ຂີ່​ລົດ​ຈັກ​ຜ່ານ​ຂໍ້​ຄວາມ ທີ່​ຂຽນ​ໃສ່​ຝາ​ກຳ​ແພງວ່າ "ຈອມ​ຜະ​ເດັດ​ການ ມາ​ດູ​ໂຣ ຈົ່ງ​ລາ​ອອກ" ໃນ​ລະ​ຫວ່າງ​ ທີ່​ໄຟ​ຟ້າ​ມອດ ຢູ່​ນະ​ຄອນ​ຫຼວງ​ກາ​ຣາ​ກາ​ສ ປະ​ເທດ​ເວ​ເນ​ຊູ​ເອ​ລາ ເມື່ອ​ວັນ​ທີ 27 ມີ​ນາ 2019.
ຜູ້​ຊາຍ​ຄົນ​ນຶ່ງ ຂີ່​ລົດ​ຈັກ​ຜ່ານ​ຂໍ້​ຄວາມ ທີ່​ຂຽນ​ໃສ່​ຝາ​ກຳ​ແພງວ່າ "ຈອມ​ຜະ​ເດັດ​ການ ມາ​ດູ​ໂຣ ຈົ່ງ​ລາ​ອອກ" ໃນ​ລະ​ຫວ່າງ​ ທີ່​ໄຟ​ຟ້າ​ມອດ ຢູ່​ນະ​ຄອນ​ຫຼວງ​ກາ​ຣາ​ກາ​ສ ປະ​ເທດ​ເວ​ເນ​ຊູ​ເອ​ລາ ເມື່ອ​ວັນ​ທີ 27 ມີ​ນາ 2019.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ຕໍ່​ພວກ​ນັກ​ຂ່າວ ທີ່​ລັດ​ຟ​ລໍ​ຣິ​ດາໃນ​ວັນ​ສຸກ​ວານນີ້​ວ່າ ເວ​ເນ​ຊູ​ເອ​ລາພວມ​ຕົກ​ຢູ່​ໃນ “ສະ​ພາບ​ສັບ​ສົນ​ຫຍຸ້ງຍາກຢ່າງ​ຮ້​າຍ​ແຮງ” ໃນ​ມື້​ດຽວ​ກັນ ​ເວ​ລາ​ພວກ​ເຈົ້າ​ໜ້າ​ທີ່​ຂອງ​ທຳ​ນຽບ​ຂາວ​ຄົນ​ອື່ນໆ​ໃຫ້​ສັນ​ຍານ​ວ່າ ການ​ລົງ​ໂທດ​ທາງ​ດ້ານ​ເສດ​ຖະ​ກິດ​ ພວມ​ຈະ​ມີ​ຂຶ້ນ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ ໄດ້​ຕອບ​ຄຳ​ຖາມ​ຂອງ​ພວກ​ນັກ​ຂ່າວ​ ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງໃນ​ຕອນ​ບ່າຍ​ວັນ​ສຸກວານນີ້ ຮວມ​ທັງ​ຄຳ​ຖາມ​ທີ່​ວ່າສະ​ຫະ​ລັດ​ຈະ​ເຮັດ​ແນວ​ໃດ​ກ່ຽວ​ກັບ​ເວ​ເນ​ຊູ​ເອ​ລາ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ກ່າວ​ວ່າ “ເວ​ເນ​ຊູ​ເອ​ລາ​ພວມ​ຕົກ​ຢູ່​ໃນ​ສະ​ພາບ​ສັບ​ສົນ​ຫຍຸ້ງ​ຍາກຢ່າງ​ໃຫຍ່ ໄຟ​ຟ້າບໍ່​ມີ​ໃຊ້ ໄຟ​ຟ້າ​ໄດ້​ມອດ​ໄປ​ແລ້ວ ນ້ຳ​ມັນ​ສຳ​ລັບ​ລົ​ດ​ກໍ​ບໍ່​ມີ ເວ​ລາ​ເຈົ້າ​ເວົ້າ​ເຖິງ​ລັດ​ທິ​ສັງ​ຄົມ​ນິ​ຍົມ ຈົ່ງ​ເບິ່ງ​ປະ​ເທດ​ເວ​ເນ​ຊູ​ເອ​ລາເດີ້.”

ທູດ​ພິ​ເສດ ຮັບ​ຜິດ​ຊອບ​ເລື້ອງ​ເວ​ເນ​ຊູ​ເອ​ລາ ຂອງ​ສະ​ຫະ​ລັດ ທ່ານ​ແອ​ລ​ລີ​ອັອດ ເອ​ແບ​ຣມ​ສ໌ ພວມ​ຖະ​ແຫຼງ ຢູ່​ກະ​ຊວງ​ຕ່າງ​ປະ​ເທດ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 15 ມີ​ນາ 2019.
ທູດ​ພິ​ເສດ ຮັບ​ຜິດ​ຊອບ​ເລື້ອງ​ເວ​ເນ​ຊູ​ເອ​ລາ ຂອງ​ສະ​ຫະ​ລັດ ທ່ານ​ແອ​ລ​ລີ​ອັອດ ເອ​ແບ​ຣມ​ສ໌ ພວມ​ຖະ​ແຫຼງ ຢູ່​ກະ​ຊວງ​ຕ່າງ​ປະ​ເທດ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 15 ມີ​ນາ 2019.

ໃນ​ຕອ​ນ​ເຊົ້າຂອງມື້ວັນ​ສຸກ ທູດ​ພິ​ເສດ​ຮັບ​ຜິດ​ຊອບ​ເລື້ອງ​ເວ​ເນ​ຊູ​ເອ​ລາຂອງ​ສະຫະ​ລັດ ທ່ານ​ແອ​ລ​ລີ​ອັອດ ເອ​ແບ​ຣມ​ສ໌ ກ່າວ​ວ່າ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕ່າງ​ປະເທດ ທ່ານ​ໄມ​ຄ໌ ພອມ​ພຽວ ມີ​ບັນ​ຊີ​ທາງ​ເລືອກ ​ຫຼາຍໆ​ຢ່າງ ຮວມ​ທັງ​ການ​ລົງໂທດ​ທາງ​ດ້ານ​ເສດ​ຖະ​ກິດ ເພື່ອ​ຮັບ​ມື​ກັບ​ການ​ມີ​ໜ້າ​ຂອງ​ທະ​ຫານ​ຣັດ​ເຊຍຢູ່​ໃນປະ​ເທດ​ເວ​ເນ​ຊູ​ເອ​ລາ. ເຮືອ​ບິນກອງ​ທັບ​ຣັດ​ເຊຍ 2 ລຳ ໄດ້​ລົງ​ຈອດ​ຢູ່ນອກ​ນະຄອນ​ຫຼວງ​ກາ​ຣາ​ກາ​ສ ເມື່ອ​ວັນ​ເສົາ​ແລ້ວ ແລະ​ເປັນ​ທີ່​ເຊື່ອ​ກັນ​ວ່າ ໄດ້​ບັນ​ທຸກ​ທະຫານ​ຣັດ​ເຊຍ​ແລະ​ອຸບ​ປະ​ກອນ​ຈຳ​ນວນ​ນຶ່ງ​ໄປ​ຍັງ​ປະ​ເທດ​ດັ່ງ​ກ່າວ.

ທ່ານ​ແອ​ລ​ລີ​ອັອດ ເອ​ແບ​ຣມ​ສ໌ ກ່າວ​ຕໍ່​ພວກ​ນັກ​ຂ່າວທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດໃນ​ວັນ​ສຸກວານນີ້​ວ່າ “ຂ້າ​ພະ​ເຈົ້າ​ຂໍ​ເວົ້າ​ແຕ່​ພຽງ ພວກ​ເຮົາ​ມີ​ທາງ​ເລືອກ​ຫຼາຍ​ຢ່າງແລະ​ຂ້າ​ພະ​ເຈົ້າ​ຄິດ​ວ່າ ມັນ​ຈະ​ເປັນ​ຄວາມ​ຜິດ​ພາດ​ສຳ​ລັບ​ຣັດ​ເຊຍ ທີ່​ຄິດ​ວ່າພວກ ເຂົາ​ເຈົ້າຢາກ​ເຮັດ​ຫຍັງ​ກໍ​ໄດ້​ຢູ່​ທີ່ນີ້.”

ທ່ານ​ຈອນ ໂບ​ລ​ຕັນ ທີ່​ປຶກ​ສາ​ ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ຂອງ​ສະ​ຫະ​ລັດ
ທ່ານ​ຈອນ ໂບ​ລ​ຕັນ ທີ່​ປຶກ​ສາ​ ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ຂອງ​ສະ​ຫະ​ລັດ

ເມື່ອ​ມີ​ການ​ຖາມ​ກ່ຽວ​ກັບ​ການ​ປະ​ກາດ​ຂອງປະ​ທາ​ນາ​ທິ​ບໍ​ດີ​ນິ​ໂກ​ລັ​ສ ມາ​ດູ​ໂຣ ໃນອາ​ທິດນີ້​ທີ່​ວ່າ ຜູ້​ນຳ​ຝ່າຍ​ຄ້ານ ທ່ານ ຮວານ ກວາອີໂດ ໄດ້​ຖືກ​ຫ້າມ ​ບໍ່​ໃຫ້​ຫລິ້ນການ​ເມືອງ​ໃນ​ເວ​ເນ​ຊູ​ເອ​ລາ​ເປັນ​ເວ​ລາ 15 ປີນັ້ນ ທ່ານ​ເອ​ແບ​ຣມ​ສ໌ກ່າວ​ຕອບ​ວ່າ "ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ວາດ​ພາບ​ໄດ້​ວ່າ ທ່ານ​ຮ​ວານ ກວາ​ອີ​ໂດແມ່ນ​ມີ​ຄວາມ​ເປັນຫ່ວງ​ຢ່າງ​ເລິກ​ເຊິ່ງ ຍ້ອນ​ວ່າ​ອຳ​ນາດ​ການ​ປົກ​ຄອງ​ມາ​ດູ​ໂຣ ໃນ​ຂະ​ນະ​ທີ່​ມັນ​ອາດ​ຈະ​ມີ​ອາ​ຍຸ​ຕື່ມ​ອີກ 15 ມື້ ແຕ່​ມັນ​ຈະ​ບໍ່​ມີ​ອາ​ຍຸ​ຍືນ​ເຖິງ 15 ປີ ດັ່ງ​ນັ້ນ​ມັນ​ຈຶ່ງ​ເປັນ
ຄວາມ​ພະ​ຍາ​ຍາມທີ່​ໜ້າ​ຢາກ​ຫົວ ສຳ​ລັບ​ອຳ​ນາດ​ການ​ປົກ​ຄອງ​ດັ່ງ​ກ່າວ ທີ່​ຈະ​ໃຫ້ທ່ານກວາ​ອີ​ໂດ​ມິດ​ງຽບ​ຢູ່ນັ້ນ."

ສ່ວນ​ທີ່​ປຶກ​ສາ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ທ່ານ​ຈອນ ໂບ​ລ​ຕັນ ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ​ຣອຍ​ເຕີ້​ ໃນ​ຕອນ​ບ່າຍ​ຂອງມື້​ວານນີ້ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫຼັງ​ຈາກ​ໄດ້​ອອກ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ເຕືອນ​ປະ​ເທດ​ຕ່າງໆ​ບໍ່​ໃຫ້​ສົ່ງ​ທະ​ຫານ​ໄປ​ຍັງ​ເວ​ເນຊູ​ເອ​ລາ.

​ຕໍ່ຄຳ​ຖາມ​ກ່ຽວ​ກັບ​ການ​ລົງ​ໂທດ​ທາງ​ດ້ານ​ເສດ​ຖະ​ກິດ​ຕໍ່​ເວ​ເນ​ຊູ​ເອ​ລາ​ຊຶ່ງໄດ້​ມີ​ການ​ກ່າວ​ເຖິງ​ ໂດຍ​ທູດ​ພິ​ເສດ​ຮັບ​ຜິດ​ຊອບ​ເລື້ອງເວ​ເນ​ຊູ​ເອ​ລາ​ ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ກ່ອນ​ໜ້ານັ້ນ ທ່ານ​ໂບ​ລ​ຕັນ ກ່າວ​ວ່າ “ພວກ​ເຮົາ​ກຳ​ລັງ​ພິ​ຈາ​ລະ​ນາ​ວ່າ​ຈະ​ນຳ​ໃຊ້ທາງ​ເລືອກ​ອັນ​ໃດ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG