ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກກໍ່ຈະລາຈົນ ທີ່ສະໜັບສະໜູນທ່ານ ໂບລໂຊນາໂຣ ບຸກໂຈມຕີຫ້ອງການລະດັບສູງ ຂອງລັດຖະບານ ບຣາຊິລ


ຜູ້ສະໜັບສະໜູນອະດີດປະທານາທິບໍດີຂອງ ບຣາຊິລ ທ່ານ ຈາແອ ໂບລໂຊນາໂຣ ປະເຊີນໜ້າກັບຕຳຫຼວດ ຫຼັງຈາກພວກປະທ້ວງໄດ້ບຸກເຂົ້າໄປໃນທຳນຽບ ປລານາວໂຕ, ນະຄອນຫຼວງ ບຣາຊິເລຍ, ປະເທດ ບຣາຊິລ, 8 ມັງກອນ 2023.
ຜູ້ສະໜັບສະໜູນອະດີດປະທານາທິບໍດີຂອງ ບຣາຊິລ ທ່ານ ຈາແອ ໂບລໂຊນາໂຣ ປະເຊີນໜ້າກັບຕຳຫຼວດ ຫຼັງຈາກພວກປະທ້ວງໄດ້ບຸກເຂົ້າໄປໃນທຳນຽບ ປລານາວໂຕ, ນະຄອນຫຼວງ ບຣາຊິເລຍ, ປະເທດ ບຣາຊິລ, 8 ມັງກອນ 2023.

ພວກຜູ້ສະໜັບສະໜູນອະດີດປະທານາທິບໍດີ ບຣາຊິລ ທ່ານ ຈາແອ ໂບລໂຊ-ນາໂຣ ຜູ້ທີ່ໄດ້ປະຕິເສດທີ່ຈະຍອມຮັບການຜ່າຍແພ້ການເລືອກຕັ້ງໄດ້ບຸກເຂົ້າໄປ ໃນຫໍລັດຖະສະພາ, ສານສູງສຸດ ແລະ ທຳນຽບປະທານາທິບໍດີໃນນະຄອນຫຼວງ ຂອງປະເທດເມື່ອວັນອາທິດວານນີ້, ນຶ່ງອາທິດຫຼັງຈາກການສາບານຕົວເຂົ້າຮັບ ຕຳແໜ່ງຂອງຄູ່ແຂ່ງຝ່າຍຊ້າຍຂອງທ່ານ, ປະທານາທິບໍດີ ຫຼຸຍ ອິນາຊີໂອ ລູລາ ດາ ຊິລວາ.

ພວກຜູ້ປະທ້ວງຫຼາຍພັນຄົນໄດ້ບຸກຜ່ານສິ່ງກີດຂວາງດ້ານຄວາມປອດໄພ, ປີນ ຂຶ້ນໄປຫຼັງຄາ, ທຸບປ່ອງຢ້ຽມ ແລະ ບຸກເຂົ້າໄປໃນທັງສາມຕຶກດັ່ງກ່າວ, ເຊິ່ງ ເຊື່ອວ່າເປົ່າຫວ່າງເປັນສ່ວນໃຫຍ່ ແລະ ໄດ້ນັ່ງຢູ່ຈະຕຸລັດສາມອຳນາດທີ່ກວ້າງ ຂວາງຂອງນະຄອນຫຼວງ ບຣາຊິເລຍ.

ບາງຄົນໃນນັ້ນໄດ້ຮຽກຮ້ອງການແຊກແຊງດ້ວຍທະຫານເພື່ອທີ່ຈະນຳເອົາທ່ານ ໂບລໂຊນາໂຣ ທີ່ນິຍົມແນວທາງຂວາຈັດມາກຳອຳນາດຄືນ ຫຼືຂັບໄລ່ທ່ານ ລູລາ ອອກຈາກຕຳແໜ່ງປະທານາທິບໍດີ.

ໃນກອງປະຊຸມຖະແຫຼງຂ່າວຈາກລັດ ຊາວ ປາວໂລ, ທ່ານ ລູລາ ໄດ້ກ່າວວ່າ ທ່ານ ໂບລໂຊນາໂຣ ໄດ້ສະໜັບສະ ໜູນການລຸກຮື້ຂຶ້ນໂດຍພວກທີ່ທ່ານໄດ້ເອີ້ນ ວ່າເປັນ “ພວກບ້າລັດທິຟາຊິດ,” ແລະທ່ານໄດ້ອ່ານດຳລັດທີ່ຫາກໍ່ຖືກເຊັນໃໝ່ໆສຳລັບລັດຖະບານກາງ ເພື່ອເຂົ້າຄວາມຄຸມການຮັກສາຄວາມປອດໄພ ໃນເຂດລັດຖະບານກາງ.

ທ່ານ ລູລາ ໄດ້ກ່າວວ່າ “ສິ່ງທີ່ພວກເຂົາໄດ້ເຮັດແມ່ນບໍ່ເຄີຍມີມາກ່ອນ, ແລະ ຄົນພວກນີ້ຕ້ອງຖືກລົງໂທດ.”

ຊ່ອງໂທລະພາບ Global News ໄດ້ສະແດງໃຫ້ເຫັນພວກປະທ້ວງນຸ່ງເຄື່ອງ ສີຂຽວ ແລະ ເຫຼືອຂອງທຸງຊາດທີ່ຍັງໄດ້ເປັນສັນຍາລັກຂອງການເຄື່ອນໄຫວຫົວ ອະນຸລັກນິຍົມຂອງປະເທດ ແລະ ຖືກຮັບເອົາໂດຍຜູ້ສະໜັບສະໜູນຂອງທ່ານ ໂບລໂຊນາໂຣ.

ອະດີດປະທານາທິບໍດີດັ່ງກ່າວ ໄດ້ໂຕ້ຖຽງກັບສານສູງສຸດ ຢ່າງຊໍ້າແລ້ວຊໍ້າອີກ ແລະ ຫ້ອງທີ່ເຂົາເຈົ້າໄດ້ດຳເນີນການປະຊຸມ ແມ່ນຖືກທຳລາຍໂດຍພວກກໍ່ຈະ ລາຈົນ. ພວກເຂົາໄດ້ໃຊ້ທໍ່ນໍ້າດັບໄຟສີດໃສ່ໃນຕຶກຂອງລັດຖະສະ ພາ ແລະ ໄດ້ປຸ້ນສະດົມຫ້ອງການຕ່າງໆຢູ່ທຳນຽບປະທານາທິບໍດີ.​ ປ່ອງຢ້ຽມຕ່າງໆຢູ່ ໃນທຸກຕຶກແມ່ນແຕກ.

ທ່ານ ໂບລໂຊນາໂຣ, ຜູ້ທີ່ໄດ້ເດີນທາງມາລັດ ຟລໍຣິດາ ກ່ອນພິທີສາບານ ຕົວຂອງທ່ານ ລູລາ, ບໍ່ໄດ້ໃຫ້ຄຳເຫັນ ກ່ຽວກັບ ເຫດການຂອງວັນອາທິດວານນີ້.

ຕຳຫຼວດໄດ້ຍິງແກັສນໍ້າຕາໃນຄວາມພະຍາຍາມທີ່ຈະ​ຢຶດເອົາຕຶກຕ່າງໆຄືນແລະ ໃນໂທລະພາບເມື່ອຕອນແລງໄດ້ສະແດງໃຫ້ເຫັນເຂົາເຈົ້າພາພວກປະທ້ວງຍ່າງຢູ່ຫົນທາງ ຈາກທຳນຽບປະທານາທິບໍດີ ດ້ວຍມືຖືກມັດຢູ່ຫຼັງຂອງພວກເຂົາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG