ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໓ ຕຸລາ ໒໐໒໓

ດາຣາຮູບເງົາ Bollywood ອິນເດຍ ມີຄວາມຜິດໃນຄະດີ ຂີ່ລົດຕຳຄົນຕາຍ ແລ້ວບໍ່ຢຸດ


ດາຣາຮູບເງົາ Bollywood ທ່ານ Salman Khan, ຂວາ, ນັ່ງຢູ່ ໃນລົດ ນອກສານໃນ ນະຄອນsits Mumbai, ປະເທດອິນເດຍ.

ສານ​ອິນ​ເດຍ​ແຫ່ງ​ນຶ່ງ ​ໄດ້​ຕັດສິນ​ລົງ​ໂທດ ດາຣາຣູບ​ເງົາ Bolly-
wood ທີ່​ມີ​ຊື່​ສຽງ ທ່ານ Salman Khan ​ໃຫ້ຕິດ​ຄຸກ​ຫ້າ​ປີ ​ໃນ​
ຖານ​ຂ້າ​ຄົນ​ໂດຍ​ການຂັບ​ລົດ​ຕຳ​ຄົນ​ຕາຍແລ້ວ​ບໍ່​ຈອດ ​ໃນ​ປີ
2002​.

ຜູ້​ພິພາສາ​ຄົນ​ນຶ່ງ​ໃນ ນະຄອນ Mumbai ​ໄດ້​ກຳນົດ​ໂທດ​ດັ່ງ
ກ່າວ ຫລັງ​ຈາກ​ໄດ້ ຕັດສິນວ່າ ທ່ານ Khan ມີ​ຄວາມ​ຜິດ ​ໃນ​
ວັນ​ພຸດ​ມື້​ນີ້. ທ່ານ Khan ​ໄດ້​ປະ​ເຊີນ​ໜ້າ​ກັບ​ການຖືກ​ຕັດສິນ​
ລົງ​ໂທດຈຳ​ຄຸກ ທີ່​ອາດ​ຮ້າຍ​ແຮງເຖິງ 10 ປີ.

ບັນດາ​ໄອ​ຍະ​ການ ກ່າວ​ຫາ ທ່ານ Khan ວ່າ​ ຂັບ​ລົດ​ໃນ​ຂະນະ
​ທີ່ເມົາ​ເຫລົ້າ ​ເວລາລົດ Toyota Land Cruiser ຂອງ​ທ່ານ ​ແລ່ນ​ໄປຕຳ​ເອົາ​ກຸ່ມ​ຄົນຫ້າ​ຄົນ
ທີ່​ພາກັນ​ນອນ​ຢູ່​ທາງ​ຍ່າງ ​ເຮັດ​ໃຫ້ນຶ່ງ​ຄົນເສຍ​ຊີວິດ ​ແລ​ະອີກ​ຫ້າ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ທ່ານ Khan ອາຍຸ 49 ປີ ​ໄດ້​ປະຕິ​ເສດ​ວ່າ ທ່ານ​ບໍ່ແມ່ນ​ຄົນ​ຂັບ​ລົດ​ໃນ​ເວລາລົດຕຳນັ້ນ.
ຄາດກັນ​ວ່າ ທ່ານຈະ​ອຸທອນ​ ຕໍ່ການ​ຕັດສິນ​ຂອງ​ສານ.

ທ່ານ Khan ໄດ້ສະ​ແດງ​ຮູບ​ເງົາ​ຫລາຍ​ກ່ວາ 90 ​ເລື້ອງ ​ໃນ​ລະຍະ​ເກືອ​ບ 30 ປີ​ຂອງ​
ອາຊີບ ​ເປັນ​ນັກສ​ະ​ແດງ.

XS
SM
MD
LG