ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂບລິເວຍ ຍຶດ ບໍລິສັດໄຟຟ້າ ເອກະຊົນ ເປັນຂອງລັດ


ປະທານາທິບໍດີ Evo Morales ​ແຫ່ງ​ໂບລິ​ເວ​ຍ ປະກາດ​ໃຫ້​ຮູ້​ ໃນ​ວັນ ເສົາ​ວານ​ນີ້​ວ່າ ລັດ ຖະບານ ​ໄດ້​ຍຶດ​ເອົາ​ບໍລິສັດ​ໄຟຟ້າ 4 ​ແຫ່ງ . ທ່ານ Morales
ກ່າວ​ວ່າ ການ​ຍຶດ​ເອົາ​ເປັນ​ຂອງ​ລັດ​ທ່ີ​ວ່າ​ນີ້​ ແມ່ນ​ຖືກຕ້ອງ​ຕາມ​ກົດໝາຍ​ລັດຖະທັມມະ​ນູນຂອງ​ໂບລິ​ເວ​ຍ ທີ່​ ທ່ານ​ກ່າວ​ວ່າ ຫ້າມ​ພວກ ທຸລະ​ກິດເອກກະ
ຊົນ ສະໜອງ​ການ​ບໍລິການ​ພື້ນຖານ​ຕ່າງໆນັ້ນ. ຫລັງ​ຈາກ​ປະທານາທິບໍດີ​ໄດ້​ລົງ​ນາມ​ໃນ​ຂໍ້​ດຳລັດ​ຍຶດ​ເອົາ​ ເປັນ​ຂອງ​ລັດ​ນັ້ນ​ແລ້ວ ຕຳຫລວດ​ແລະ​ທະ
ຫານ​ກໍໄດ້​ເຄື່ອ​ນກຳ​ລັງເຂົ້າ​ໄປ​ ຄວບ​ຄຸມ​ ໂຮງ​ຈັກ​ໂຮງງານຕ່າງໆ​ຂອງ​ພວກ​ບໍລິສັດ​ດັ່ງກ່າວ.
ພວກ​ບໍລິສັດ​ໃນ​ຢູ​ໂຣບ ​ມີ​ຮຸ້ນ​ສ່ວນ​ເປັນ​ເຈົ້າ​ຂອງ​ 50 ​ເປີ​ເຊັນ ໃນ ​2 ບໍລິສັດ​ ໃນຈຳນວນພວກ​ບໍລິສັດທີ່​ຖືກ​ຍຶດນັ້ນ. ປະທານາທິບໍດີ Morales
ໄດ້​ຍຶດ​ເອົາ​ອຸດສາຫະກັມ Hydrocarbons ໃນ​ປີ 2006 ​ແລະ​ບໍລິ​ສັດ​ໂທລະສັບ​ໃຫຍ່​ຂອງ​ປະ​ເທດ​ໃນ​ປີ 2008 ຊຶ່ງການ​ປະກາດຂ່າວ​ ການຍຶດ​
ເອົາ​ທັງ​ສອງ​ບໍລິສັດ​ດັ່ງກ່າວ​ນີ້​ ​ກໍໄດ້​ມີ​ຂຶ້ນ ໃນວັນ ກັມມະກອນ​ສາກົນ ຫລື​ ວັນ​ທີ 1 ພຶດສະພາ ຄື​ກັນ.


XS
SM
MD
LG