ປະເທດ ໂບລີເວຍ ກຳລັງຈັດການລົງປະຊາມະຕິໃນວັນອາທິດມື້ນີ້ ເພື່ອຕັດສິນວ່າຈະປັບປຸງລັດຖະທຳມະນູນ ເພື່ອອະນຸຍາດໃຫ້ປະ ທານາທິບໍດີ ທ່ານ Evo Morales ດຳລົງຕຳແໜ່ງເປັນສະໄໝທີ 4 ຕິດຕໍ່ກັນໃນປີ 2019 ຫຼື ບໍ່. ບັນດາຜູ້ລົງຄະແນນສຽງໄດ້ແບ່ງແຍກ ອອກຢ່າງເທົ່າທຽມກັນກ່ຽວ ກັບບັນຫາທີ່ສືບຕໍ່ມາເຖິງປະຈຸບັນນີ້.
ເຖິງແນວໃດກໍຕາມ ຕອນນີ້, ຈຳນວນປະຊາຊົນ ໂບລີເວຍ ທີ່ເພີ່ມ ຂຶ້ນ ແມ່ນກຳລັງເລີ່ມທີ່ຈະສົງໄສກ່ຽວກັບຄວາມຊ່ືສັດຂອງປະທາ ນາທິບໍດີທີ່ເປັນຄົນພື້ນເມືອງຄົນທຳອິດຂອງປະເທດ ຫຼັງຈາກມັນໄດ້ຖືກເປີດເຜີຍອອກມາວ່າບໍລິສັດທີ່ອະດີດຄົນຮັກຂອງທ່ານ Morales ໄດ້ເຮັດ ວຽກໃຫ້ນັ້ນໄດ້ຮັບສັນຍາວຽກທີ່ສ້າງລາຍໄດ້ຢ່າງຫຼວງຫຼາຍ.
ແລະນອກນັ້ນ ມັນຍັງໄດ້ຖືກເປີດເຜີຍອອກມາອີກວ່າທ່ານ Morales ແລະ ຄົນຮັກຂອງທ່ານ ເຄີຍມີລູກນ້ອຍນຳກັນໃນປີ 2007 ແລະ ໄດ້ເສຍຊີວິດພາຍໃຕ້ກໍລະນີທີ່ບໍ່ສາມາດອະທິບາຍ ໄດ້.
ທ່ານ Morales ກ່າວວ່າ ຂໍ້ກ່າວຫານີ້ ແມ່ນກົນລະຍຸດທີ່ບໍ່ສະອາດ ເຊິ່ງໄດ້ກ່າວອອກມາເພື່ອ ປ່ຽນຈຸດສົນໃຈຈາກຄວາມສຳເລັດຂອງທ່ານໃນການຕັດຄວາມ ທຸກຍາກຢ່າງສຸດຂີດຂອງ ປະເທດ ໂບລີເວຍ ແລະ ການມອບອຳນາດໃຫ້ແກ່ຊົນເຜົ່າພື້ນເມືອງກຸ່ມໃຫຍ່ຂອງປະເທດ ໃນລະຫວ່າງການດຳລົງຕຳແໜ່ງໃນທົດສະວັດນຶ່ງຂອງທ່ານ.