ການເລືອກຕັ້ງຂອງໂບລີເວຍໄດ້ເຮັດໃຫ້ທ່ານ ອີໂວ ໂມຣາເລສ໌ (Evo Morales) ທີ່ກຳຕຳແໜ່ງຢູ່ນັ້ນ ຊະນະການເລືອກຕັ້ງປະທານາທິບໍດີຂອງປະເທດຢ່າງສົມບູນແບບ.
ໂດຍທີ່ມີການນັບຄະແນນເກືອບໝົດແລ້ວ ຄະນະກຳມະການເວົ້າໃນວັນພະຫັດວານນີ້ວ່າທ່ານ ໂມຣາເລສ໌ ໄດ້ຮັບຄະແນນສຽງ 47.1 ເປີເຊັນ ຂອງຄະແນນທັງໝົດ ເມື່ອທຽບໃສ່ກັບຄູ່ແຂ່ງຂອງທ່ານທີ່ນິຍົມສາຍກາງ, ຄືອະດີດປະທານາທິບໍດີ ຄາລົສ ເມຊາ (Carlos Mesa) ໄດ້ຮັບ 36.5 ເປີເຊັນ ຂອງຄະແນນສຽງທັງໝົດ.
ຄະແນນທີ່ໂຕນກັນຢ່າງໜ້ອຍ 10 ຄະແນນ, ອີງຕາມກົດໝາຍຂອງໂບລີເວຍແລ້ວ ຖືວ່າເປັນໄຊຊະນະຢ່າງສົມບູນແບບ ແລະຫລີກລ້ຽງການລົງຄະແນນສຽງຮອບຕັດສິນຊີ້ຂາດໄດ້.
ອົງການປະເທດໃນທະວີບອາເມຣິກາ, ສະຫະພາບຢູໂຣບ ແລະໂບດກາໂຕລິກຂອງໂບລີເວຍ ໄດ້ຮຽກຮ້ອງໃຫ້ມີການລົງຄະແນນສຽງຮອບຕັດສິນຊີ້ຂາດ. ລັດຖະບານຂອງອາເຈັນຕິນາ, ບຣາຊີລ, ໂຄລອມເບຍ ແລະສະຫະລັດກໍໄດ້ຮຽກຮ້ອງໃຫ້ມີການລົງຄະແນນສຽງຮອບສອງຢູ່ໃນການເລືອກຕັ້ງທີ່ມີການຂັດແຍ້ງກັນນີ້ ເຊັ່ນກັນ.
ບັນດາສະມາຊິກສະພາຂອງຝ່າຍຄ້ານ ໄດ້ກ່າວຫາຜູ້ນຳທີ່ອຽງຊ້າຍວ່າ ທຳການ ບິດເບືອນຜົນຂອງການເລືອກຕັ້ງເພື່ອເຮັດໃຫ້ຕົນຫລີກເວັ້ນຈາກ ການລົງຄະແນນສຽງຮອບຕັດສິນຊີ້ຂາດໄດ້.
ທ່ານ ໂມຣາເລສ໌ ເວົ້າວ່າ ທ່ານຈະເຂົ້າຮ່ວມການລົງຄະແນນສຽງຮອບຕັດສິນຊີ້ຂາດ ຖ້າຫາກວ່າ ຄະແນນທີ່ທ່ານໄດ້ຮັບນັ້ນລື່ນຄູ່ແຂ່ງບໍ່ຮອດ 10 ຄະແນນ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ