ນຶ່ງເດືອນຫຼັງຈາກທີ່ໄດ້ລັກພາຕົວໄປ ພວກເດັກນັກຮຽນແມ່ຍິງ 110 ຄົນ ຈາກໂຮງຮຽນ
ກິນ ນອນແຫ່ງນຶ່ງ ໃນພາກຕາເວັນອອກສຽງເໜືອ ຂອງໄນເຈີເຣຍແລ້ວນັ້ນ ກຸ່ມຫົວຮຸນ
ແຮງໂບໂກ ຮາຣາມ ກໍໄດ້ປ່ອຍພວກເດັກນ້ອຍນັກຮຽນແມ່ຍິງເກືອບທັງໝົດ ໃນວັນພຸດ
ວານນີ້ ຊຶ່ງນຳຄວາມໂລ່ງໃຈໄປຍັງຄອບຄົວທັງຫຼາຍ ແຕ່ວ່າໄດ້ເກີດມີຄຳຖາມຂຶ້ນມາ
ກ່ຽວກັບວ່າ ແມ່ນ ຫຍັງເປັນສິ່ງທີ່ເຮັດໃຫ້ມີການປ່ອຍຕົວ ພວກເດັກນັກຮຽນແມ່ຍິງພວກນີ້.
“ໂອ່. ຂ້າພະເຈົ້າຮູ້ສຶກວ່າ ວາວ! ຂ້າພະເຈົ້າບໍ່ສາມາດ ຈະເວົ້າຫຍັງໄດ້,” ນັ້ນຄືຄວາມ
ເຫັນຂອງທ່ານຢາຮາຢາ ຕາບູຕຸ (Yahaya Tarbutu) ໄດ້ບອກກັບວີໂອເອທາງ
ໂທລະສັບ ໃນຂະນະທີ່ທ່ານສະເຫຼີມສະຫຼອງ ການກັບມາຂອງລູກສາວ 3 ຄົນຂອງທ່ານ
ແລະເພື່ອນຮ່ວມຫ້ອງຮຽນດຽວກັນ ທີ່ເມືອງກະສິກຳດາບຈີ (Dapchi).
ທ່ານລາຍ ໂມຮຳເມັດ (Lai Mohammed) ລັດຖະມົນຕີກະຊວງຖະແຫຼງຂ່າວຂອງ
ໄນເຈີເຣຍ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວ ທີ່ນະຄອນຫຼວງອາບູຈາ (Abuja)
ວ່າ ກຸ່ມຫົວຮຸນແຮງ ໄດ້ປ່ອຍພວກເດັກນັກຮຽນແມ່ຍິງ 91 ຄົນ ແລະຜູ້ຊາຍຄົນນຶ່ງ
ປະມານ 3 ໂມງເຊົ້າ ຕາມເວລາທ້ອງຖິ່ນ ໃນຫຼາຍໆຈຸດຕາມຖະໜົນຫົນທາງ
ໃນຕົວເມືອງ. ລາຍງານຂອງລັດຖະບານໃນເວລາຕໍ່ມາແຈ້ງວ່າ ມີ 101 ຄົນ ໄດ້ຖືກ
ປ່ອຍໃຫ້ເປັນອິດສະຫຼະ.
ທ່ານ ໂມຮຳເມັດ ໄດ້ກ່າວວ່າ ພວກແມ່ຍິງ ທີ່ຖືກລັກພາຕົວໄປໃນວັນທີ 19 ກຸມພາ
ຜ່ານມານີ້ ຈາກໂຮງຮຽນແມ່ຍິງຂອງລັດຖະບານ ແລະວິທະຍາໄລການຊ່າງທີ່ເມືອງ
ດາບຈີ (Dapchi) ແມ່ນໄດ້ຖືກປ່ອຍ ຜ່ານ “ການດຳເນີນຄວາມພະຍາຍາມຢູ່
ເບື້ອງຫຼັງແລະດ້ວຍການຊ່ອຍເຫຼືອຂອງປະເທດທີ່ເປັນມິດ ແລະມັນເປັນການ
ປ່ອຍແບບບໍ່ມີເງື່ອນໄຂ.”
ທ່ານຍັງໄດ້ກ່າວຢ້ຳຕື່ມວ່າ “ບໍ່ມີການຈ່າຍເງິນໃດໆເລີຍ.”
ໃນສັບປະດາແລ້ວນີ້ ປະທານາທິບໍດີ ມູຮຳມາດູ ບູຮາຣີ (Muhammadu Buhari)
ໄດ້ໄປຢ້ຽມຢາມເມືອງດາບຈີແລະຄ້ຳປະກັນພໍ່ແມ່ຜູ້ປົກຄອງວ່າ ພວກເດັກນ້ອຍ
ແມ່ຍິງຈະຖືກປ່ອຍ ຍ້ອນການເຈລະຈາ ແທນທີ່ຈະແມ່ນຍ້ອນການໃຊ້ກອງກຳລັງ
ທາງທະຫານ.
ພວກທີ່ອາໄສຢູ່ໃນຂົງເຂດໄດ້ລາຍງານວ່າ ກຸ່ມຫົວຮຸນແຮງໄດ້ຂັບລົດພາພວກ
ເດັກນ້ອຍທັງຫຼາຍ ໄປຍັງເມືອງດາບຈີ ດ້ວຍຂະບວນລົດ 9 ຄັນ ຫຼັງຈາກທີ່ໄດ້ປ່ອຍ
ພວກເຂົາເຈົ້າລົງແລ້ວ ກໍພາກັນຂັບລົດໜີອອກຈາກທີ່ນັ້ນ.
“ພວກເຮົາຖືກປ່ອຍເປັນອິດສະຫຼະ ຍ້ອນພວກເຮົາແມ່ນພວກແມ່ຍິງມຸສລິມ
ແລະພວກເຂົາເຈົ້າບໍ່ຕ້ອງການໃຫ້ພວກເຮົາທົນທຸກທໍລະມານ ນັ້ນແມ່ນເຫດຜົນ
ທີ່ພວກເຂົາປ່ອຍພວກເຮົາ,” ນັ້ນຄືຄຳເວົ້າຂອງນາງກາດດີຈາ ຄຣີມາ (Kadija
Grema) ໄດ້ກ່າວຕໍ່ອົງການຂ່າວເອພີ(AP). ອົງການຂ່າວດັ່ງກ່າວ ໄດ້ລາຍງານ
ໂດຍອ້າງຄຳເວົ້າຂອງລາວ ທີ່ບອກວ່າພວກເພື່ອນຮ່ວມຫ້ອງຮຽນ ທີ່ນັບຖືສາສະໜາ
ຄຣິສ ຍັງຖືກກັກຂັງຕໍ່ໄປ.