ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມໂບໂກ ຮາຣຳ ໄນຈີເຣຍ ປະກາດສະແດງ ຄວາມຈົງຮັກພັກດີ ຕໍ່ກຸ່ມລັດອິສລາມ


ງນາຍ Abubakar Shekau ຜູ້ນຳກຸ່ມກໍ່ການຮ້າຍ ໂບໂກ ຮາຣຳ ເອົາມາຈາກວີດີໂອຂອງກຸ່ມ ເມື່ອວັນທີ 12 ພຶດສະພາ 2014.
ງນາຍ Abubakar Shekau ຜູ້ນຳກຸ່ມກໍ່ການຮ້າຍ ໂບໂກ ຮາຣຳ ເອົາມາຈາກວີດີໂອຂອງກຸ່ມ ເມື່ອວັນທີ 12 ພຶດສະພາ 2014.

ກຸ່ມ​ຫົວ​ຮຸນ​ແຮງ ​ໂບ​ໂກ​ຮາຣຳ ​ໄດ້​ປະກາດສະ​ແດງ​ຄວາມ​ຈົງ​ຮັກ
​ພັກດີ​ຕໍ່​ກຸ່ມ​ລັດອິສລາມ ທ່າມກາງ​ທີ່​ລາຍ​ງານ​ຂ່າວ​ວ່າ ມີການ
ວາງ​ລະ​ເບີດ​ຕິດ​ຕໍ່​ກັນ​ຫຼາຍບັ້ນ ທີ່​ໄດ້​ສັງຫານ​ປະຊາຊົນ​ຫຼາຍ​ກວ່າ
50 ຄົນ​ໃນ​ລັດ​ບອກ​ໂນ ຂອງ​ໄນ​ຈິ​ເຣຍ ບ່ອນ​ທີ່​ກຸ່ມ​ໂບ​ໂກ​ ຮາຣຳ
ມີ​ການ​ເຄື່ອນ​ໄຫວ​ຢ່າງ​ແຂງ​ຂັນ​ນັ້ນ.

​ໃນ​ວັນ​ເສົາ​ວານ​ນີ້ ກຸ່ມ​ສິ້ງ​ຊອມຂອງ​ຊາວ​ມຸສລິ​ມຕໍ່ສູ້​ເພື່ອສາສະ
ໜາ ທີ່​ຊື່​ວ່າ SITE ​ໄດ້ອ້າງຄຳ​ເວົ້າ​ຂອງ​ກຸ່ມ​ໂບ​ໂກ​ ຮາຣຳ ທີ່​ກ່າວ
ວ່າ “ພວກ ເຮົາ​ຂໍ​ປະກາດມອບ​ຄວາມ​ຈົງ​ຮັກ​ພັກດີ​ຂອງ​
ພວກ​ເຮົາ ​ໃຫ້​ແກ່ຫົວໜ້າ ອຳນາດ​ປົກຄອງ​ມຸສລິ​ມ”
ຢູ່​ໃນ​
ວີ​ດີ​ໂອ ​ທີ່​ຄິດ​ວ່າ ມາ​ຈາກ​ກຸ່ມກະບົດໄນ​ຈີ​ເຣຍ.

ສຽງ​ເວົ້າ ​ທີ່​ຄຶດ​ວ່າ​ເປັນ​ສຽງຂອງ​ນາຍ Abubakar Sheku ຜູ້ນຳ​ກຸ່ມໂບ​ໂກ​ ຮາຣຳ ນັ້ນກ່າວ​
ວ່າ ທາງກຸ່ມ “ຈະ​ຮັບຟັງ​ແລະ​ເຊື່ອ​ຟັງ” ນາຍ Abu Bakr al-Baghdadi ຜູ້ນຳ​ກຸ່ມ​ລັດ
ອິສລາມ “​ໃນ​ຍາມທີ່​ມີ​ຄວາມ ຫຍຸ້ງຍາກ ​ແລະມັ່ງ​ຄັ່ງ​ສົມບູນ ​ໃນ​ຄວາມຍາກ​ລຳບາກ
​ແລະ​ຄວາມ​ສະດວກ​ສະບາຍ…”

ກຸ່ມ​ລັດ​ອິສລາມ​ຄວບ​ຄຸມ​ຫຼາຍ​ພາກສ່ວນ​ຂອງ​ອີຣັກ ​ແລະ​ຂອງ​ຊີ​ເຣຍ ​ແລະ​ເອີ້ນ​ຜູ້ນຳ​ຂອງ​ຕົນ​ວ່າ ຫົວໜ້າ​ມຸສລິ​ມ. ກຸ່ມ​ລັດ​ອິສລາມ ​ແລະ​ກຸ່ມໂບ​ໂກ​ ຮາຣຳ ທີ່​ມີ​ຖານ​ຕັ້ງ​ຢູ່​ໃນ​ໄນ​ຈີ​ເຣຍ ຕ່າງ​ກໍ​ຕີ​ຄວາມ​ໝາຍຂອງ​ ​ຄຳ​ພີ ຄໍຣານ ຢ່າງເຂັ້ມ​ງວດ​ທີ່​ສຸດ​ ​ແລະ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການ​ຕາຍ​ຂອງ​ປະຊາຊົນ​ຫຼາຍ​ພັນ​ຄົນ​.

ຄຳ​ປະກາດ​ໃນ​ວັນ​ເສົາ​ວານ​ນີ້ ​ມີ​ຂຶ້ນ​ໃນ​ເວລາ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງ​ຈາກ ມີລະ​ເບີດ​ແຕກ​ຂຶ້ນ​ຫຼາຍ​ບັ້ນ ​ໃນເມື​ອງຫຼວງ Maiduguri ຂອງ​ລັດ​ບອກ​ໂນ ທີ່​ໄດ້​ສັງຫານ​ປະຊາຊົນ​ຢ່າງ​ໜ້ອຍ
55 ຄົນ ​ແລະ​ເຮັດ​ໃຫ້ບາດ​ເຈັບຢ່າງ​ໜ້ອຍ ປະມານ 140 ຄົນ​.

ຕຳຫຼວດ​ກ່າວ​ວ່າ ລະ​ເບີດ​ແຕກ​ຂຶ້ນ 4 ບັ້ນ​ໃນ​ເມືອງ​ດັ່ງກ່າວ​ພາຍ​ໃດ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຊຶ່ງ​ຈຳນວນໜຶ່ງ​ແມ່ນ​ໄດ້​ເກີດ​ຂຶ້ນ​ຈາກ​ພວກ​ແມ່ຍິງ​ວາງ​ລະ​ເບີດ​ສະລະ​ຊີບ. ລະ​ເບີດ​ບັ້ນ​ນຶ່ງເກີດ​
ຂຶ້ນ​ຈາກ​ຜູ້​ວາງ​ລະ​ເບີ​ດສະລະ​ຊີບ​ໃນ​ລົດ​ລາກຄົນ​ນັ່ງຄັນ​ນຶ່ງ ຢູ່​ໃນ​ຕະຫຼາດ​ຂາຍ​ປາ​ແຫ່ງ​ນຶ່ງ​ທີ່​ມີ​ຜູ້​ຄົນ​ທີ່​ອັ່ງ​ອໍ​ກັນ ​ແລະ​ອີກ​ລູກ​ນຶ່ງ​ໄດ້​ເກີດ​ຂຶ້ນ​ຢູ່​ໃນ​ຕະຫຼາດ​ອີກ​ແຫ່ງ​ນຶ່ງ ທີ່​ເອີ້ນ​ກັນ​ວ່າ Mon
day Market ຫຼື​ຕະຫຼາດ​ວັນ​ຈັນ​.

Nigeria Boko Haram
please wait
Embed

No media source currently available

0:00 0:01:42 0:00

XS
SM
MD
LG