ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ ໂບໂກ ຮາຣຳ ​ສັງຫານ 10 ຄົນ ພ້ອມ​ກັບ ລັກ​ພາ​ຕົວ​ເດັກ​​ຄົນ​ນຶ່ງ​ໄປ ຢູ່ກາມາຣູນ (ວີດີໂອ)


ກອງທັບກາເມຣູນ ປະຕິບັດການຕໍ່ຕ້ານ ກຸ່ມພວກອິສລາມ ຫົວຮຸນແຮງໄນຈີເຣຍ Boko Haram ຢູ່ເມືອງ Dabanga ໃນທິດເໜືອຂອງ Cameroon, ວັນທີ 17 ສິງຫາ 2014.
ກອງທັບກາເມຣູນ ປະຕິບັດການຕໍ່ຕ້ານ ກຸ່ມພວກອິສລາມ ຫົວຮຸນແຮງໄນຈີເຣຍ Boko Haram ຢູ່ເມືອງ Dabanga ໃນທິດເໜືອຂອງ Cameroon, ວັນທີ 17 ສິງຫາ 2014.

ບັນດາເຈົ້າໜ້າ​ທີ່ ​ໃນ​ກາ​ເມຣູນ ກ່າວວ່າ ພວກ​ກໍ່​ການ​ຮ້າຍ
Boko Haram ຈາກ​ປະ​ເທດເພື່ອນ​ບ້ານ ໄນ​ຈີ​ເຣຍ ​ໄດ້
ບຸກ​ໂຈມ​ຕີ ເມືອງຊາຍ​ແດນທີ່​ຫ່າງ​ໄກ​ສອກຫຼີກ​ ແຫ່ງ​ນຶ່ງ ​
ໃນ​ພາກ​ເໜືອຂອງ​ປະ​ເທດ ​ເມື່ອ​ວັນ​ພຸດ​ວານ​ນີ້ ​ແລະ​ໄດ້
​ສັງຫານ 10 ຄົນ ພ້ອມ​ກັບລັກ​ພາ​ຕົວ​ເດັກ​ນ້ອຍ​ຄົນ​ນຶ່ງ​ໄປ.

​ເຈົ້າໜ້າ​ທີ່​ຕຳຫລວດ ກ່າວ​ວ່າ ພວກ​ຫົວຮຸນ​ແຮງ ​ໄດ້​ຍິງ
​ພົນລະເຮືອນ 9 ຄົນ ​ແລະທະຫານ​ຄົນ​ນຶ່ງຕາຍ ຢູ່​ເມືອງ
Zigague. ສະຖານີ​ວິທະຍຸ​ຂອງ​ທາງ​ການ ລາຍ​ງານ​ວ່າ
​ເດັກ​ນ້ອຍ​ທີ່​ຖືກ​ລັກ​ພາ​ຕົວ​ໄປ​ນັ້ນ ​ແມ່ນ​ລູກ​ສາວ ຂອງ
​ຫົວໜ້າ​ເຜົ່າຄົນ​ນຶ່ງ ​ໃນ​ເຂດ​ທ້ອງ​ຖິ່ນ.

ສາ​ເຫດ​ຂອງ​ການ​ບຸກ​ໂຈມ​ຕີ​ໃນ​ຄັ້ງນີ້ ​ແມ່ນ​ຍັງ​ບໍ່​ຈະ​ແຈ້ງ​ເທື່ອ.

ພວກ​ກໍ່​ການ​ຮ້າຍ ​ໄດ້​ຖືກ​ສົງ​ໄສ​ວ່າ ​ເປັນ​ພວກ​ທີ່ລັກ​ພາ​ຕົວ​ຜູ້ນຳ​ທາງ​ສາສະໜາ​ທ້ອງ​ຖິ່ນຄົນ​ນຶ່ງ​ ໃນ​ກາ​ເມຣູນ ​ແລະພັນ​ລະ​ຍາ​ຂອງ​ຮອງ​ນາຍົກລັດ​ຖະມົນ​ຕີ ​ໃນ​ເດືອນ​ແລ້ວ​ນີ້.

ພວກ​ຫົວ​ຮຸນ​ແຮງ Boko Haram ​ໄດ້​ເຂັ່ນ​ຂ້າຫຼາຍພັນ​ຄົນ ​ໃນ​ຄວາມພະຍາຍາມ ຂອງ​ພວກ​ເຂົາ ທີ່​ຈະຫັນປ່ຽນ​ພາກ​ເໜືອ​ຂອງ​ໄນ​ຈີ​ເຣຍ ​ໃຫ້​ເປັນ ລັດ​ອິສລາມ​ທີ່​ເຄັ່ງ​ຄັດ.

ການ​ກໍ່ຄວາມ​ຮຸນ​ແຮງ​ຂອງ​ພວກ​ເຂົາ ສ່ວນຫຼາຍ​ແມ່ນ​ແຜ່​ລາມ​ອອກ​ໄປໃນ​ປະ​ເທດ​ເພື່ອນ​ບ້ານອີກ​ດ້ວຍ.

ວີດີໂອ ກ່ຽວກັບຄວາມຮຸນແຮງ ຢູ່ໄນຈີເຣຍ: ຄຳເຕືອນ ມີພາບສະຫຍອງຂວັນ ຢູ່ໃນ ວີດີໂອນີ້ ຂໍໃຫ້ທ່ານຜູ້ຊົມ ໃຊ້ວິຈາລະນະຍານເອົາເອງ. ພາບໃນວີດີໂອນີ້ຈະສະແດງໃຫ້ ເຫັນ ທະຫານໄນຈີເຣຍສັງຫານ ສະມາຊິກຂອງພວກຫົວຮຸນແຮງອິສລາມ Boko Haram.

Boko Haram Execution Video
please wait

No media source currently available

0:00 0:00:52 0:00

XS
SM
MD
LG