ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໓ ຕຸລາ ໒໐໒໓

ຜູ້ນຳ ກຸ່ມຫົວຮຸນແຮງ Boko Haram ຂົ່ມຂູ່ ຈະລົບກວນ ການປ່ອນບັດ


ພາບທີ່ຖ່າຍຈາກຈໍໂທລະພາບ ໃນວັນທີ 18 ກຸມພາ 2015 ຈາກວີດີໂອ ທີ່ນຳສົ່ງໂດຍ ພວກກຸ່ມຫົວຮຸນແຮງອິສລາມ Boko Haram ສະແດງໃຫ້ເຫັນຫົວໜ້າຂອງກຸ່ມ ທ້າວ Abubakar Shekau ກຳລັງກ່າວຖະແຫລງການຂົ່ມຂູ່ຢູ່ນັ້ນ.

ຫົວໜ້າ​ກຸ່ມຫົວ​ຮຸນ​ແຮງ Boko Haram ຂອງ​ໄນ​ຈີ​ເຣຍ ​ໄດ້​ຂົ່ມຂູ່​
ວ່າ ຈະລົບ​ກວນ​ການ​ເລືອກ​ຕັ້ງຂອງ​ປະ​ເທດ ຊຶ່ງ​ໄດ້​ເລື່ອນເວລາ
​ອອກ​ໄປ​ແລ້ວນັ້ນ ໃສ່​ເດືອນ​ໜ້າ ​ຍ້ອນຄວາມ​ຮຸນ​ແຮງ.

​ຢູ່ໃນວີ​ດີ​ໂອ​ໃໝ່ ທີ່​ໄດ້​ນຳອອກເຜີຍ​ແຜ່ທາງ​ອິນ​ເຕີ​ເນັດ ​ເມື່ອ​
ຕອນ​ແລງ​ວັນ​ອັງຄານ​ຜ່ານ​ມາ ຫົວໜ້າກຸ່ມ Boko Haram
ທ້າວ Abubakar Shekau ​ເວົ້າວ່າ ​ເຖິງ​ແມ່ນ​ວ່າ ການ​ປະ​ທະ
​ກັນນັ້ນຈະ​ເອົາ​ຊີວິດ​ຂອງ​ພວກ​ນັກ​ຕໍ່ສູ້​ຂອງ​ລາວກໍ​ຕາມ ພະ​ເຈົ້າ
Allah ຈະບໍ່​ອະນຸຍາດ​ໃຫ້ການເລືອກ​ຕັ້ງດຳ​ເນີນ​ຕໍ່ໄປໄດ້.

ກຸ່ມ​ພວກ​ຫົວ​ຮຸນ​ແຮງດັ່ງກ່າວ ​ໄດ້​ເຕືອນ​ຊາວ​ໄນ​ຈີ​ເຣຍຊ້ຳ​ແລ້ວ
ຊ້ຳອີກ ບໍ່​ໃຫ້​ພາກັນໄປປ່ອນບັດໃຊ້​ສິດ​ອອກສຽງ ​ໃນ​ການ​ເລືອກ​ຕັ້ງປະທານາທິບໍດີ ​ແລະ
ການ​ເລືອກ​ຕັ້ງສະມາຊິກ​ສະພາ ຊຶ່ງ​ໄດ້​ກຳນົດ​ໃສ່​ວັນ​ທີ 28 ມີນາຈະມານີ້. ຕົ້ນຕໍ່ນັ້ນ ການ​
ປ່ອນ​ບັດ​ເລືອກຕັ້ງ​ແມ່ນ​ມີ​ກຳນົດ​ໃສ່ວັນ​ທີ 14 ກຸມພາ ​ແຕ່ບັນດາ​ເຈົ້າໜ້າ​ທີ່​ເລືອກ​ຕັ້ງ​ ໄດ້
ຕັດສິນ​ໃຈເລື່ອນເວລາ ໃນ​ການປ່ອນບັດ​ອອກ​ໄປ.

ພວກ Boko Haram ​ໄດ້​ສັງຫານ​ຊາວ​ໄນ​ຈີ​ເຣຍ​ໄປ​ແລ້ວຫຼາຍພັນ​ຄົນ ​ໃນໄລຍະ 5 ປີ​
ທີ່​ຜ່ານ​ມາ ​ແລະ ​ໄດ້​ຢຶດ​ເອົາ​ຫົວ​ເມືອງຫຼາຍ​ແຫ່ງ​ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ ຂອງ
ປະເທດ ເພື່ອສ້າງຕັ້ງໃນ​ອັນ​ທີ່​ພວກ​ເຂົາ​ເອີ້ນ​ວ່າ ລັດ​ອິສລາມຂຶ້ນນັ້ນ.

NIGERIA BOKO HARAM VIDEO
please wait

No media source currently available

0:00 0:01:23 0:00

XS
SM
MD
LG