ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບໄນ​ຈີ​ເຣຍ ​ຂັບ​ໄລ່ ການ​ໂຈມ​ຕີ ຂອງພວກ Boko Haram


ພວກຄົນພາກັນປະທ້ວງ ຕໍ່ຕ້ານ ຄວາມຮຸນແຮງທີ່ເພີ້ມຂຶ້ນ ກ່ອນໜ້າ ການເດີນທາງໄປຢ້ຽມຢາມລັດ Borno ໂດຍ ປະທານາທິບໍດີໄນຈີເຣຍ ທ່ານ Goodluck Jonathan ຫຼັງຈາກມີການວາງລະເບີດສະຫລະຊີບ ຢູ່ທີ່ເມືອງ Gombe, ວັນທີ 1 ກຸມພາ 2015.
ພວກຄົນພາກັນປະທ້ວງ ຕໍ່ຕ້ານ ຄວາມຮຸນແຮງທີ່ເພີ້ມຂຶ້ນ ກ່ອນໜ້າ ການເດີນທາງໄປຢ້ຽມຢາມລັດ Borno ໂດຍ ປະທານາທິບໍດີໄນຈີເຣຍ ທ່ານ Goodluck Jonathan ຫຼັງຈາກມີການວາງລະເບີດສະຫລະຊີບ ຢູ່ທີ່ເມືອງ Gombe, ວັນທີ 1 ກຸມພາ 2015.

ກອງທັບໄນ​ຈີ​ເຣຍ ກ່າວ​ວ່າ ກອງ​ກຳລັງ​ຂອງ​ຕົນ ​ໄດ້​ຂັບ​ໄລ່
ການ​ໂຈມ​ຕີ​ເທື່ອ​ຫລ້າ​ສຸດ​ ຂອງ​ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ
Boko Haram ເພື່ອຍຶດ​ເອົາ​ເມືອງ Maiduguri ທີ່​ສຳຄັນ
​ຢູ່​ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ ນັ້ນ.

ບັນດາ​ເຈົ້າໜ້າ​ທີ່​ທະຫານ ກ່າວ​ວ່າ ການ​ໂຈມ​ຕີ​ເມືອງ Maiduguri
ໃນ​ວັນ​ອາທິດ​ວານ​ນີ້ ​ແມ່ນ​ໄດ້​ຖືກຄວບ​ຄຸມ​ ແລະ​ຕ້ານ​ຢັນໄວ້​ໄດ້
ຫຼັງຈາກ​ທີ່​ພວກຫົວ​ຮຸນ​ແຮງ Boko Haram ​ໄດ້ທຳ​ການ​ປິດ​ລ້ອມ
​ເມືອງໄວ້ ຈາກ​ສີ່​ເສັ້ນທາງ ​ເປັນ​ເວລາ ຫຼາຍກວ່າ 12 ​ຊົ່ວ​ໂມງ.

​ເຈົ້າໜ້າ​ທີ່​ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງຫຼາຍຄົນຖືກ​ຂ້າ​ຕາຍ ​ໃນ​
ລະຫວ່າງ​ ການຕໍ່​ສູ້ກັນ ​ໃນເມືອງຫລວງ​ຂອງ​ລັດ Borno. ພົນ​ລະ​ເຮືອນຫຼາຍຄົນເສຍ​ຊີວິດ​ເຊັ່ນ​ກັນ.

ແຜນທີ່ ນະຄອນຫລວງ Maiduguri ໃນລັດ Borno ປະເທດ Nigeria
ແຜນທີ່ ນະຄອນຫລວງ Maiduguri ໃນລັດ Borno ປະເທດ Nigeria

ນັກ​ຂ່າວ​ວີ​ໂອ​ເອ ​ໄດ້​ເຫັນ​ພົນ​ລະ​ເຮືອນຫຼາຍຮ້ອຍ​ຄົນ ຖື​ປືນ​
ລ່າ​ສັດ​ ​ໄມ້ຄ້ອນ ​ແລະ ງ້າວພາກັນ​ມຸ່ງ​ໜ້າ​ໄປ​ຍັງ​ເຂດ​ສູ້​ລົບ ​
ຂະນະ​ທີ່​ກ່າວ​ວ່າ ພວກ​ເຂົາ​ຢາກ​ຊ່ອຍ​ພວກ​ທະຫານ ຢຸດ​
ຢັ້ງພວກ​ຫົວ​ຮຸນ​ແຮງ.

​ໃນອີກ​ຂ່າວ​ໜຶ່ງ​ນັ້ນ ​ແຫ​ລ່ງຂ່າວ​ຈາກ​ໜ່ວຍ​ຮັກສາ​ຄວາມ​ປອດ​ໄພ
ກ່າວ​ວ່າ ການວາງລະ​ເບີດ​ສະຫລະ​ຊີບ​ ທີ່ມີເປົ້າໝາ​ຍ​ແນໃສ່
ກອງ​ປະ​ຊຸມທາງ​ການ​ເມືອງບັ້ນ​ໜຶ່ງ ​ໃນ​ເມືອງ Potiskum ທາງ​
ພາກຕາ​ເວັນ​ອອກສຽງ​ເໜືອ ຂອງ​ໄນ​ຈີ​ເຣຍ ​ໄດ້​ສັງຫານ​ຢ່າງ​ນ້ອຍ
7 ຄົນ. ​ແລະຜູ້​ເຫັນ​ເຫດການ ກ່າວ​ວ່າ ລະ​ເບີ​ດລູກ​ນຶ່ງ​ທີ່ແຕກ​ຂຶ້ນ ​ໃນ​ເມືອງ Gombe
ທາງທິດ​ຕາ​ເວັນ​ຕົກ​ສຽງ​ໃ​ຕ້ ຂອງ​ເມືອງ Maiduguri ​ໄດ້​ສັງຫານ 2 ຄົນ.

​ເຫດການ​ເຫຼົ່ານີ້ ມີ​ຂຶ້ນ 2 ອາ​ທິດ​ ກ່ອນ​ໜ້າການ​ເລືອກ​ຕັ້ງ​ທົ່ວ​ໄປ ທີ່​ຈະ​ມີ​ຂຶ້ນ​ ໃນ​ວັນ​ທີ 14 ກຸມພານີ້.

XS
SM
MD
LG