ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມຫົວຮຸນແຮງຈັດ ໂບໂກ ຮາຣາມ ອ້າງວ່າ ບໍ່ໄດ້ເຈລະຈາ ກັບ ລັດຖະບານ ໄນຈີເຣຍເລີຍ


BOKO HARAM NIGERIA VO
please wait
Embed

No media source currently available

0:00 0:00:31 0:00

ວີດີໂອ ຂອງກຸ່ມຫົວຮຸນແຮງຈັດ Boko Haram

ຜູ້ຊາຍຄົນນຶ່ງ ທີ່ອ້າງໂຕເອງເປັນຜູ້ນຳຂອງກຸ່ມຫົວຮຸນແຮງຈັດ
Boko Haram ຢູ່ໄນຈີເຣຍ ກ່າວວ່າ ພວກເດັກນັກຮຽນຍິງ 200
ກວ່າຄົນທີ່ກຸ່ມຂອງລາວລັກພາໂຕໄປ ໃນເດືອນເມສາຕົ້ນປີນີ້
ໄດ້ພາກັນປ່ຽນໄປນັບຖືສາສະໜາອິສລາມ ແລະ ກໍແຕ່ງງານ
ໝົດແລ້ວ.

ໃນວີດີໂອໃໝ່ ທີ່ຫາກໍນຳອອກເຜີຍແຜ່ນັ້ນ ຜູ້ຊາຍທີ່ອ້າງໂຕເອງ
ວ່າ ເປັນທ້າວ Abubarka Shekau ເວົ້າວ່າ ພວກເດັກຍິງຈຸນີ້
ໄດ້ພາກັນຈົດຈຳສອງບົດ ຂອງຄຳພີໂກຣ່ານ ແລະ ໄດ້ພາກັນ
ອອກໄປຢູ່ເຮືອນກັບຜົວເຂົາເຈົ້າແລ້ວ. ສ່ວນໃຫຍ່ຂອງພວກ
ເດັກຍິງ ທີ່ຖືກລັກພາໂຕໄປ ຈາກເມືອງ Chibok ເມື່ອ 6 ເດືອນ
ກ່ອນນັ້ນ ແມ່ນມາຈາກຄອບຄົວຂອງຊາວຄຣິສຕຽນ.

ວີດີໂອ ທີ່ພວກນັກຂ່າວ ໄດ້ເຫັນໃນວັນເສົາວານນີ້ ແມ່ນຂັດແຍ້ງກັນກັບ ການປະກາດ
ຂອງລັດຖະບານໄນຈີເຣຍກ່ອນໜ້ານີ້ ທີ່ວ່າ ຕົນໄດ້ທຳການເຈລະຈາກັບກຸ່ມ Boko
Haram ເພື່ອໃຫ້ປ່ອຍພວກເດັກຍິງເຫຼົ່ານີ້. ຜູ້ຊາຍທີ່ອ້າງວ່າເປັນ ທ້າວ Shekau ຢູ່ໃນ
ວີດີໂອ ກ່າວວ່າ ກຸ່ມ Boko Haram ບໍ່ໄດ້ເຈລະຈາກັບລັດຖະບານ ແລະ ກໍຈະບໍ່ທຳການ
ເຈລະຈາໃດໆ ກັບລັດຖະບານເລີຍ. ຜູ້ຊາຍຄົນນັ້ນ ເວົ້າວ່າ ລາວບໍ່ຮູ້ວ່າຜູ້ໃດ ໄດ້ອ້າງໂຕເອງ ເປັນຜູ້ຕາງໜ້າຂອງກຸ່ມຫົວຮຸນແຮງໃນ ການເຈລະຈາກັບລັດຖະບານ.

ຍັງບໍ່ທັນມີການຖະແຫຼງຕອບໃດໆ ຈາກລັດຖະບານ ໃນວັນເສົາວານນີ້ ຕໍ່ການ ກ່າວອ້າງ
ຂອງກຸ່ມຫົວຮຸນແຮງ Boko Haram. ກອງທັບໄນຈີເຣຍກ່າວວ່າຕົນ ໄດ້ສັງຫານທ້າວ
Shekau ໃນປີກາຍນີ້ ແລະ ຍັງໄດ້ສັງຫານ ຜູ້ທີ່ປອມໂຕເປັນ ລາວ ເມື່ອເດືອນແລ້ວນີ້.

ຜູ້ທີ່ອ້າງໂຕເປັນທ້າວ Shekau ໃນວີດີໂອ ເວົ້າວ່າ ກຸ່ມ Boko Haram ສົນໃຈແຕ່ ໃນ
ການສູ້ລົບ ແລະ ສັງຫານສັດຕູຂອງຕົນ ບໍ່ແມ່ນການເຈະລະຈາ. ລາວເວົ້າວ່າ ບັນຫາ
ຂອງພວກເດັກຍິງຈາກເມືອງ Chibok ແມ່ນລືມກັນ ໄປດົນນານແລ້ວ.

XS
SM
MD
LG