ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກອງປະຊຸມ ສຸດຍອດ ຢູ່ທີ່ ໄນຈີເຣຍ ແນເປົ້າໝາຍໃສ່ ເລື້ອງການກໍ່ການຮ້າຍ


Nigeria Summit
please wait
Embed

No media source currently available

0:00 0:02:02 0:00

ກອງກຳລັງປະສົມຫຼາຍຊາດ ທີ່ພວມຕໍ່ສູ້ ກັບພວກຫົວຮຸນແຮງ ອິສລາມ Boko Haram ຈັບກຸມ ພວກຜູ້ນຳກຸ່ມດັ່ງກ່າວໄດ້ 5 ຄົນ ແລະ ໄດ້ປ່ອຍພວກແມ່ຍິງ ແລະ ເດັກນ້ອຍ ຫຼາຍສິບຄົນ ທີ່ຖືກຈັບໂຕໄວ້ໂດຍພວກ Boko Haram ນັ້ນ ອິງຕາມ ລັດຖະບານ ຂອງ ກາເມຣູນ.

ທາງການໄດ້ລາຍງານ ໃນວັນເສົາວານນີ້ ວ່າ ການບຸກຈູ່ໂຈມເປົ້າໝາຍ ຂອງຖານທີ່ໝັ້ນ ຂອງໂບໂກ ຮາຣາມ ຢູ່ໃນປ່າ Madawaya ທາງພາກເໜືອຂອງປະເທດ ເມື່ອຕົ້ນເດືອນນີ້ ສາມາດປ່ອຍໂຕ ພວກເດັກນ້ອຍ 28 ຄົນ ແລະ ຢ່າງໜ້ອຍ ແມ່ຍິງ 18 ຄົນ ໄດ້.

ປະທານາທິບໍດີ ໄນຈີເຣຍ ທ່ານ Muhammadu Buhari, ສະແດງໃຫ້ເຫັນ ໃນຂະນະທີ່ກ່າວຄຳປາໄສ ຢູ່ທີ່ ການເລີ້ມຕົ້ນກອງປະຊຸມສຸດຍອດ ດ້ານຄວາມໝັ້ນຄົງ ພ້ອມກັບປະທານາທິບໍດີ ຝຣັ່ງ ທ່ານ Francois Hollande ໃນນະຄອນຫຼວງ Abuja ຂອງໄນຈີເຣຍ.
ປະທານາທິບໍດີ ໄນຈີເຣຍ ທ່ານ Muhammadu Buhari, ສະແດງໃຫ້ເຫັນ ໃນຂະນະທີ່ກ່າວຄຳປາໄສ ຢູ່ທີ່ ການເລີ້ມຕົ້ນກອງປະຊຸມສຸດຍອດ ດ້ານຄວາມໝັ້ນຄົງ ພ້ອມກັບປະທານາທິບໍດີ ຝຣັ່ງ ທ່ານ Francois Hollande ໃນນະຄອນຫຼວງ Abuja ຂອງໄນຈີເຣຍ.

ມີຂ່າວດັ່ງກ່າວ ອອກມາໃນຂະນະທີ່ ບັນດາຜູ້ນຳຂອງປະເທດອາຟຣິກາຕະເວັນຕົກ ຫຼາຍ ທ່ານ ພ້ອມດ້ວຍ ປະທານາທິບໍດີ ຝຣັ່ງ ທ່ານ Francois Hollande ແລະບັນດານັກການ ທູດຂັ້ນສູງຂອງອັງກິດ ແລະ ສະຫະລັດ ໄດ້ເຕົ້າໂຮມກັນ ຢູ່ທີ່ກອງປະຊຸມສຸດຍອດ ໃນ Abuja ນະຄອນຫຼວງຂອງໄນຈີເຣຍ ເພື່ອປຶກສາຫາລື ເລື້ອງຄວາມໝັ້ນຄົງໃນຂົງເຂດ ແລະ ແຜນຍຸດທະສາດ ເພື່ອຕໍ່ສູ້ກຸ່ມໂບໂກ ຮາຣາມ ຢູ່ນັ້ນ.

ປະທານາທິບໍດີ ໄນຈີເຣຍ ທ່ານ Muhammadu Buhari ໄດ້ປະເມີນວ່າ ປະເທດຂອງ ທ່ານ ຕ້ອງການປະມານ 1 ຕື້ໂດລາ ເພື່ອຊ່ອຍພັດທະນາໃນຂົງເຂດແມ່ນ້ຳ Chad ເພື່ອ ທີ່ຈະ “ລົບລ້າງບັນຫາທີ່ກໍ່ໃຫ້ເກີດ” ການແຜ່ຜາຍ ຂອງການກໍ່ການຮ້າຍ.

ທ່ານ Buhari ໄດ້ຮຽກຮ້ອງໃຫ້ສ້າງຄືນ ພື້ນຖານໂຄງລ່າງທີ່ໄດ້ຖືກທຳລາຍ ເຊັ່ນ ໂຮງຮຽນ ຄລີນິກ ສາທາລະນະສຸກ ຖະໜົນຫົນທາງ ແລະ ຂົວ ຕ່າງໆເຫຼົ່ານັ້ນ ພ້ອມດ້ວຍ ການຈັດ ແຈງກັບພວກຄົນ ທີ່ຖືກພັດພາກຈາກຖິ່ນຖານ ໂດຍສ່ວນໃຫຍ່ແລ້ວແມ່ນພວກແມ່ຍິງ ແລະ ເດັກນ້ອຍ.

ຮອງລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ Antony Blinken ໄດ້ກ່າວຕໍ່ການເຕົ້າ ໂຮມຊຸມນຸມນັ້ນ ວ່າ ວໍຊິງຕັນ ແມ່ນ “ມີຄວາມໝັ້ນໝາຍຢ່າງເລິກເຊິ່ງ” ເພື່ອຈະຊ່ອຍ ເຫຼືອຄວາມພະຍາຍາມດ້ານທະຫານ ແລະ ຍັງຈະຊ່ອຍດ້ານການກໍ່ສ້າງຄືນໃໝ່ ແຕ່ວ່າ “ໄຊຊະນະ ໃນສະໜາມລົບ ແມ່ນບໍ່ພຽງພໍ.”

ທ່ານ Blinken ໄດ້ກ່າວວ່າ ມັນມີຄວາມສຳຄັນຢ່າງຍິ່ງ ທີ່ກຸ່ມໂບໂກ ຮາຣາມ ຈະຕ້ອງຖືກ ຜາບແພ້ ບໍ່ພຽງແຕ່ດ້ານທະຫານເທົ່ານັ້ນ ແຕ່ຍັງຕ້ອງແມ່ນໃນດ້ານອຸດົມການນຳດ້ວຍ. ທ່ານຍັງໄດ້ຮຽກຮ້ອງໃຫ້ສືບສວນສອບສວນ ໃນເລື້ອງການກ່າວອ້າງຕ່າງໆ ຂອງການ ລະເມີດສິດທິມະນຸດ ຕໍ່ພວກທະຫານທີ່ກ່ຽວຂ້ອງ ໃນບັນຫາຂັດແຍ້ງກັນນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG