ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບໄນຈີເຣຍ ຢຶດ​ເອົາ ​ເມືອງ​ຊາຍ​ແດນຍຸທະ​ສາດ ຄືນມາໄດ້ ຈາກພວກ Boko Haram


ແຜນທີ່ປະເທດໄນຈີເຣຍ ທີ່ສະແດງໃຫ້ເຫັນຫົວເມືອງຕ່າງໆ ເຊັ່ນ Monguno, Baga, Damaturu ແລະ Gombe.
ແຜນທີ່ປະເທດໄນຈີເຣຍ ທີ່ສະແດງໃຫ້ເຫັນຫົວເມືອງຕ່າງໆ ເຊັ່ນ Monguno, Baga, Damaturu ແລະ Gombe.

ກອງທັບໄນ​ຈີ​ເຣຍກ່າວ​ວ່າ ​ຕົນ​ຢຶດ​ເອົາ​ເມືອງ​ຊາຍ​ແດນຍຸທະ​ສາດ
​ແຫ່ງ​ໜຶ່ງ ຄືນມາໄດ້ ຈາກ​ກຸ່ມພວກ​ຫົວ​ຮຸນ​ແຮງ Boko Haram. ​
ໃນ​ຂະນະ​ດຽວ​ກັນ ມີ​ລາຍ​ງານວ່າ ພວກ​ຫົວ​ຮຸນ​ແຮງ ຍັງ​ສືບ​ຕໍ່
ປະຕິບັດ​ການ​ເຂັ່ນຂ້າ ​ຢູ່ໃນ​ເຂດ​ອື່ນໆ​ທາງ​ພາກ​ຕາ​ເວັນ​ອອກ
ສຽງ​ເໜືອຂອງ​ປະ​ເທດ.

​ໂຄສົກ​ກອງທັບ ທ່ານ Chris Olukolade ກ່າວ​ວ່າ​ ກອງທະຫານ
​ລັດຖະບານ ທີ່​ໄດ້​ຮັບ​ການ​ໜຸນຫຼັງ​ໂດຍ​ການ​ໂຈມ​ຕີ​ທາງ​ອາກາດ
ໄດ້ເຂົ້າ​ຄວບຄຸມ ​ເມືອງ​ Baga ທີ່​ມີຄ້າຍ​ທະຫານ​ຕັ້ງຢູ່​ນັ້ນ ລຸນຫຼັງ
ການຕໍ່​ສູ້​ກັນ​ຢ່າງ​ດຸ​ເດືອດ ​ເມື່ອ​ແລງ​ວັນ​ສຸກ​ຜ່ານ​ມາ. ​ໃນ​ຄຳ​ຖະ​ແຫລ​ງ​ເມື່ອເຊົ້າ ວັນ​ເສົາວານ​ນີ້ ທ່ານ Olukolade ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງຫຼາຍຄົນ ຖືກ​ສັງຫານ ຫຼື ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ຕໍ່ສູ້​ກັນ ​ແ​ລະ ຫຼາຍຄົນ​ຈົມ​ນ້ຳ ຕາຍ​ໃນ​ທະ​ເລ​ສາບ Chad ​ໃນ​ຂະນະ​ທີ່​ຫລົບ​ໜີ​ໄປ.

​ເມືອງ Baga ​ເປັນ​ບ່ອນ​ທີ່​ມີການ​ສັງຫານ​ໝູ່​ຊາວບ້ານຢ່າງໂຫດ​ຫ້ຽມ ​ດ້ວຍນ້ຳມື​ຂອງພວກ
Boko Haram ​ເມື່ອ​ຕົ້ນປີ​ນີ້ ຊຶ່ງ​ຄາດ​ກັນ​ວ່າ​ມີ​ຈຳນວນຫຼາຍເຖິງ 2,000 ຄົນເສຍ​ຊີວິດ.
​ເມືອ​ງດັ່ງກ່າວ ຕັ້ງຢູ່​ບົນ ເສັ້ນທາງ​ລຳລຽງ​ທີ່​ສຳຄັນ ​ໃນ​ເຂດຊາຍ​ແດນໄນຈີ​ເຣຍ ຕິດ​ກັບ
Chad ໄນ​ເຈີ ​ແລະ ກາ​ເມຣູນ ​ແລະ​ໄດ້ຕົກ​ຢູ່​ໃຕ້​ການ​ຄວບ​ຄຸມຂອງພວກຫົວ​ຮຸນແຮງອິສລາມ ​ນັບ​ຕັ້ງ​ແຕ່ພວກ​ເຂົາ​ໄດ້ທຳ​ການ​ໂຈມ​ຕີ​ໃນຕົ້ນ​ເດືອນ​ມັງ​ກອນ​ຜ່ານ​ມາ. ປະຊາຊົນຫຼາຍໆ​ຄົນໃນ​ເຂດ​ນັ້ນ ​ໄດ້​ພາກ​ກັນ​ຫລົບໜີໄປ ​ເພື່ອ​ຄວາມ​ຢູ່​ລອດ.

XS
SM
MD
LG