ບັນດາເຈົ້າໜ້າທີ່ ຮັກສາຄວາມປອດໄພ ກ່າວວ່າ ພວກຫົວຮຸນແຮງ
Boko Haram ຈາກໄນຈີເຣຍ ໄດ້ສັງຫານຢ່າງນ້ອຍ 10 ຄົນ ໃນ
ລະຫວ່າງການໂຈມຕີ ໃນຕອນເຊົ້າໆຂອງວັນສຸກມື້ນີ້ ຢູ່ທີ່ປະເທດ
Chad.
ບັນດາເຈົ້າໜ້າທີ່ກ່າວວ່າ ພວກຫົວຮຸນແຮງດັ່ງກ່າວ ໄດ້ໂຈມຕີ
ໝູ່ບ້ານແຫ່ງໜຶ່ງ ຢູ່ແຄມຝັ່ງທະເລສາບ Chad ແຕ່ໃນທີ່ສຸດໄດ້ຖືກ
ຂັບໄລ່ໃຫ້ ແຕກຖອຍໄປ ໂດຍກອງທະຫານຂອງ Chad.
ມັນເປັນຄັ້ງທຳອິດທີ່ ພວກຫົວຮຸນແຮງ Boko Haram ໄດ້ປະຕິບັດ
ການໂຈມຕີໃນປະເທດ Chad ຊຶ່ງປະເທດດັ່ງກ່າວ ໄດ້ເຂົ້າຮ່ວມໃນ ການປະຕິບັດງານບຸກໂຈມຕີຂອງຂົງເຂດ ຕໍ່ກຸ່ມຫົວຮຸນແຮງອິສລາມ ດັ່ງກ່າວນີ້.
ປະເທດໄນຈີເຣຍ ໄນເຈີ ຊາດ ກາເມຣູນ ແລະ ເບນິນ ໄດ້ຕົກລົງກັນ ຫວ່າງໄວໆມານີ້
ສ້າງຕັ້ງກອງກຳລັງຂອງຂົງເຂດຂຶ້ນ ທີ່ມີທະຫານຈຳນວນ 8,700 ຄົນ ເພື່ອຕໍ່ສູ້ກັບພວກ
Boko Haram.
ພວກຫົວຮຸນແຮງຈັດຈຸນີ້ ໄດ້ເຂັ່ນຂ້າປະຊາຊົນຫຼາຍພັນຄົນ ນັບຕັ້ງແຕ່ໄດ້ເລີ້ມກໍ່ກະບົດ
ຂຶ້ນ ໃນປີ 2009 ແລະ ໄດ້ເຂົ້າຍຶດເອົາຫລາຍສິບຫົວເມືອງ ໃນພາກຕາເວັນອອກສຽງ
ເໜືອຂອງໄນຈີເຣຍ.