ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍ​ລິ​ສັດ ໂບ​ອິ້ງ ຈັດ​ກອງ​ປະ​ຊຸມ​ລາຍ​ງານ ກ່ຽວ​ກັບ ເຮືອ​ບິນ 737 MAX


ເຮືອ​ບິນ​ຂອງສາຍ​ການ​ບິນ United Airlines ລວມ​ມີ​ເຮືອບິນ ໂບ​ອິ້ງ​​ລຸ້ນ 737 MAX 9, ຢູ່​ສະ​ໜາມ​ບິນ George Bush Intercontinental Airport, ນະ​ຄອນ ຮິ​ວ​ສ​ຕັນ, ລັດ ເທັກ​ຊັ​ສ.18 ມີ​ນາ, 2019.
ເຮືອ​ບິນ​ຂອງສາຍ​ການ​ບິນ United Airlines ລວມ​ມີ​ເຮືອບິນ ໂບ​ອິ້ງ​​ລຸ້ນ 737 MAX 9, ຢູ່​ສະ​ໜາມ​ບິນ George Bush Intercontinental Airport, ນະ​ຄອນ ຮິ​ວ​ສ​ຕັນ, ລັດ ເທັກ​ຊັ​ສ.18 ມີ​ນາ, 2019.

ໂບ​ອິ້ງ, ບໍ​ລິ​ສັດ​ຜະ​ລິ​ດ​ເຮື​ອບິນ​ຂອງ ສະ​ຫະ​ລັດ ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ມີ​ແຜນ​ທີ່​ຈະ​ຈັດ​
ກອງປະຊຸມລາຍງານ ໃນວັນພຸດຈະມາເຖິງນີ້ໃຫ້ຄົນຂັບເຮືອບິນ 200 ຄົນ, ຫົວໜ້າ
ດ້ານເຕັກນິກ ແລະ ຜູ້ອອກກົດລະບຽບທັງຫຼາຍ ໃນຂະນະທີ່ເຂົາເຈົ້າໄດ້ເຮັດວຽກ
ເພື່ອນຳເອົາເຮືອບິນ 737 MAX ຂອງເຂົາເຈົ້າກັບໄປປະຕິບັດການຄືນ ລຸນຫຼັງອຸບັດ
ຕິເຫດຕົກສອງຄັ້ງ.

ບໍ​ລິ​ສັດ​ໄດ້​ເວົ້າ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ ເຂົາ​ເຈົ້າ​ກຳ​ລັງ​ເຮັດ​ວຽກ​ເພື່ອ​ຈັດ​ກອງ​
ປະຊຸມກັບຜູ້ປະຕິບັດການເຮືອບິນ 737 MAX ທຸກຄົນ ແລະ ບັນດາຜູ້ອອກກົດລະ
ບຽບການບິນແຫ່ງຊາດ.

ບໍ​ລິ​ສັດ ໂບ​ອິ້ງ ໄດ້​ກ່າວ​ວ່າ “ໃນ​ເວ​ລາ​ດຽວ​ກັນ, ພວກ​ເຮົາ​ສືບ​ຕໍ່​ທີ່​ຈະ​ເຮັດ​ວຽກ​ຢ່າງ​ໃກ້​
ຊິດ ກັບລູກຄ້າຂອງພວກເຮົາ ແລະ ບັນດາຜູ້ອອກກົດລະບຽບ ກ່ຽວກັບ ຊອຟແວ ແລະ
ຝຶກອົບຮົມການປັບປຸງໃໝ່ສຳລັບເຮືອບິນລຸ້ນ 737 MAX. ບໍລິສັດ ໂບອິງ ເປັນຜູ້ຮັບ
ຜິດຊອບສຳລັບການພັດທະນາຂອງການປັບປຸງໃໝ່ນີ້.”

ສາຍ​ການ​ບິນ ແລະ ອົງ​ການກວດ​ກາ​ການ​ບິນ​ໃນ​ທົ່ວ​ໂລກ​ໄດ້​ຫ້າມ​ບິນ ເຮືອ​ບິນລຸ້ນ
737 MAX ຊົ່ວຄາວໃນຕົ້ນເດືອນນີ້ ຫຼັງຈາກການຕົກຂອງເຮືອບິນ ເອທິໂອເປຍ.
ການກວດກາກ່ອງບັນທຶກຂໍ້ມູນການບິນ ຂອງເຮືອບິນລຳດັ່ງກ່າວ ໄດ້ສະແດງໃຫ້
ເຫັນສິ່ງທີ່ລັດຖະມົນຕີຂົນສົ່ງຂອງ ເອທິໂອເປຍ ໄດ້ເອີ້ນວ່າ “ຄວາມຄ້າຍຄືກັນຢ່າງ
ຊັດເຈນ” ກັບອຸບັດຕິເຫດໃນເດືອນຕຸລາປີກາຍນີ້ ຂອງເຮືອບິນລຸ້ນດຽວກັນໃນ
ອິນໂດເນເຊຍ.

ໜັງ​ສື​ພິມ Wall Street Journal ໄດ້​ລາຍ​ງານ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ​ວ່າ ອົງ​ການ
FAA ໄດ້ໃຫ້ການຮັບຮອງຊົ່ວຄາວຂອງເຂົາເຈົ້າ ຕໍ່ການສ້ອມແປງຕ່າງໆ.

ຫົວ​ໜ້າ​ວ່າ​ການ​ຂອງ​ອົງ​ການ FAA ທ່ານ ແດ​ນຽ​ລ ແອ​ລ​ແວ​ລ (Daniel Elwell)
ແມ່ນນຶ່ງໃນຈຳນວນຜູ້ທີ່ມີກຳນົດໃຫ້ປາກຄຳຕໍ່ອະນຸກຳມະການ ສະພາສູງ ສະຫະ
ລັດ ກ່ຽວກັບ ຄວາມປອດໄພຂອງສາຍການບິນ. ຄະນະກຳມະການດັ່ງກ່າວຍັງມີ
ແຜນທີ່ຈະຟັງຄຳໃຫ້ການໃນອະນາຄົດ ເຊິ່ງຈະລວມມີບໍລິສັດ ໂບອິ້ງ ແລະ ຄົນຂັບ
ເຮືອບິນທັງຫຼາຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG