ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂບອິງຈັດ​ກອງທຶນໄວ້​​ຊົດ​ເຊີຍ​ ຄ່າ​ເສຍ​ຫາຍ ແກ່​ຄອບ​ຄົວ​​ຜູ້​ທີ່​ເສຍ​ຊີ​ວິດ ​ຢູ່​ໃນ​ເຫດ​ເຮືອ​ບິນ​ຕົກ


ພວກ​ເດີນ​ຂະ​ບວນ​ປະ​ທ້ວງຢູ່​ຕໍ່​ໜ້າ​ກະ​ຊວງ​ຂົນ​ສົ່ງ​ຂອງ​ສະ​ຫະ​ລັດ ໂດຍ​ຖື​ເອົາ​ຮູບ​ຂອງ​ຜູ້​ໄດ້​ຮັບເຄາະ​ຮ້າຍ​ຈາກ​ເຮືອ​ບິນ​ຕົກ ໃນ​ວັນ​ໄວ້​ອາ​ໄລ​ 6 ເດືອນ​ທີ່ເຮືອ​ບິນ Boeing 737 Max 8 ຕົກ​ທີ່​ເຮັດ​ໃຫ້ 157 ຄົນ​ເສຍ​ຊີ​ວິດ ຢູ່​ເອ​ທິ​ໂອ​ເປຍ ໃນວັນ​ທີ 10 ມີ​ນາ, 2019 ນັ້ນ
ພວກ​ເດີນ​ຂະ​ບວນ​ປະ​ທ້ວງຢູ່​ຕໍ່​ໜ້າ​ກະ​ຊວງ​ຂົນ​ສົ່ງ​ຂອງ​ສະ​ຫະ​ລັດ ໂດຍ​ຖື​ເອົາ​ຮູບ​ຂອງ​ຜູ້​ໄດ້​ຮັບເຄາະ​ຮ້າຍ​ຈາກ​ເຮືອ​ບິນ​ຕົກ ໃນ​ວັນ​ໄວ້​ອາ​ໄລ​ 6 ເດືອນ​ທີ່ເຮືອ​ບິນ Boeing 737 Max 8 ຕົກ​ທີ່​ເຮັດ​ໃຫ້ 157 ຄົນ​ເສຍ​ຊີ​ວິດ ຢູ່​ເອ​ທິ​ໂອ​ເປຍ ໃນວັນ​ທີ 10 ມີ​ນາ, 2019 ນັ້ນ

ຄອບ​ຄົວ​ຂອງ​ 346 ຄົນທີ່​ເສຍ​ຊີ​ວິດ​ໄປ​ໃນ​ເຫດ​ເຮືອ​ບິນໂບ​ອິງ (Boeing) 737 ແມັກ​ສ໌ (Max) ຕົກ​ສອງ​ຄັ້ງ ຈະ​ໄດ້​ຮັບ​ເງິນຊົດ​ເຊີຍ ຄອບ​ຄົວ​ລະ​ເກືອບ​ຮອດ 145,000 ໂດ​ລາ​ ຈາກ​ບໍ​ລິ​ສັດ​ສ້າງ​ເຮືອ​ບິນ​ໂດຍ​ສານ​ດັ່ງ​ກ່າວນີ້.

ບໍ​ລິ​ສັດ​ໂບອິງໄດ້​ຈັດເອົາ​ເງິນ 50 ລ້ານ​ ໂດ​ລາ ​ໄວ້ເພື່ອ​ຈ່າຍ​ຊົດ​ເຊີຍ​ຄ່າ​ເສຍ​ຫາຍໃຫ້ແກ່​ຄອບ​ຄົວ​ຂອງຜູ້​ທີ່​ເສຍ​ຊີ​ວິດ​ຢູ່​ໃນ​ເຫດ​ເຮືອ​ບິນ​ຕົກຢູ່​ໃນ​ອິນ​ໂດ​ເນ​ເຊຍ ແລະ​ໃນ​ເອ​ທິ​ໂອ​ເປຍ.

ກອງທຶນ​ດັ່ງ​ກ່າວ ໄດ້ເລີ້ມ​ຮັບ​ເອົາ​ຄຳ​ຮ້ອງ​ຂໍ​ຄ່າ​ເສຍ​ຫາຍ​ໃນ​ວັນ​ຈັນ​ວານນີ້ ແລະ​ຈະ​ສືບ​ຕໍ່​ເຮັດ​ເຊັ່ນ​ນັ້ນໄປຈົນ​ຮອດ​ວັນ​ທີ 31 ທັນ​ວາປີນີ້ ເມື່ອວັນ​ກໍ​ນົດນົດການ​ຍື່ນ​ຄຳ​ຮ້ອງໝົດ​ໄປ.

"ການ​ເປີດກອງ​ທຶນນີ້​ຂຶ້ນ ເປັນ​ຂັ້ນ​ຕອນ​ສຳ​ຄັນ​ອັນ​ນຶ່ງໃນ​ການ​ດຳ​ເນີນຄວາມພະ​ຍາ​ຍາມ​ຂອງ​ພວກ​ເຮົາ ເພື່ອ​ຊ່ວຍ​ເຫລືອ​ຄອບ​ຄົວ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ," ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານ ເດັນ​ນິ​ສ ມີ​ລ​ເລນ​ເບີກ (Dennis Muilenburg), ຫົວ​ໜ້າ​ຜູ້​ບໍ​ລິ​ຫານ​ຂອງ​ບໍ​ລິ​ສັດ​ໂບ​ອິງ ທີ່​ກ່າວ​ຢູ່​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງ.

ບໍ​ລິ​ສັດ​ໂບອິງເວົ້າ​ວ່າ ແມ່ນແຕ່ຄອບ​ຄົວ​ທີ່​ໄດ້​ຍື່ນ​ຄຳ​ຟ້ອງ​ຮ້ອງ​ບໍ​ລິ​ສັດໄປ​ແລ້ວ ກໍ​ຍັງມີ​ສິດ​ ໄດ້​ຮັບ​ຄ່າ​ຊົດ​ເຊີຍນີ້ຢູ່ໂດຍ​ທີ່ບໍ່​ຕ້ອງ​ສະຫ​ລະ​ສິດ​ໃນ​ການ​ຟ້ອງ​ຮ້ອງ​ເລີຍ.

ເຮືອ​ບິນລຸ້ນ 737 ແມ​ກ​ສ໌ (Max) ຍັງ​ຈອດ​ໄວ້​ຢູ່ ນັບ​ແຕ່​ມີ​ເຫດ​ເຮືອ​ບິນ​ຂອງ​ສາຍ​ການ​ບິນ​ເອ​ທິ​ໂອ​ເປຍ ​ຕົກ​ຢູ່​ໃນ​ທົ່ງ​ນາ ​ນອກ​ນະ​ຄອນ​ຫລວງອາ​ດິ​ສ ອາ​ບາ​ບາ ພຽງ​ບໍ່​ພໍ​ເທົ່າ​ໃດ​ນາ​ທີ ​ພາຍຫລັງທີ່ເລີ້ມບິນຂຶ້ນ​ເມື່ອ​ວັນ​ທີ 10 ມີ​ນາ​ຜ່ານ​ມາ, ຊຶ່ງ​ເຮັດ​ໃຫ້ 157 ຄົນ​ ທີ່​ຢູ່​ໃນ​ເຮືອ​ບິນລຳນັ້ນ ​ເສຍ​ຊີ​ວິດ​ໄປ. ເຮືອ​ບິນ ລຸ້ນ (Max) 8 ໄດ້​ຖືກກວດ​ກາ​ຕິດ​ຕາມ​ເບິ່ງຢ່າງຖີ່​ຖ້ວນນັບ​ແຕ່​ເດືອນ​ຕຸ​ລາ​ປີ​ກາຍນີ້​ເປັນ​ຕົ້ນ​ມາ ​ເມື່ອມີ 189 ຄົນ​ເສຍ​ຊີ​ວິດ ຕອນ​ທີ່​ສາຍ​ການ​ບິນໄລ​ເອິນ (Lion) ຕົກ​ຢູ່ນອກ​ຝັ່ງ​ທະ​ເລ​ ຂອງ​ອິ​ໂດ​ເນ​ເຊຍ ຢູ່​ໃນ​ສະ​ຖາ​ນະ​ການ​ຄ້າຍໆ​ກັນນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG