ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫົວ​ໜ້າ ບໍ​ລິ​ສັດ ໂບ​ອິງ ຍອມ​ຮັບວ່າ ໄດ້ ກະທຳຄວາມ​ຜິດ​ພາດ ໃນ​ການ​ຮັບ​ມື​ ກັບ​ບັນ​ຫາ ​ລະ​ບົບ​ເຕືອນ​ໄພ


ຜູ້​ບໍ​ລິ​ຫານ​ໃຫຍ່ ບໍ​ລິ​ສັດ ໂບ​ອິງ ທ່ານ ເດັນ​ນິ​ສ ມູຍ​ເລັນ​ເບີກ ກ່າວ​ຄຳ​ປາ​ໄສ ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ຫຼັງ​ຈາກກອງ​ປະ​ຊຸມ​ຫຸ້​ນ​ສ່ວນ​ຂອງ​ບໍ​ລິ​ສັດ ທີ່​ຫໍ​ພິ​ພິ​ທະ​ພັນ Field Museum ໃນ​ນະ​ຄອນ ຊິ​ຄາ​ໂກ, ລັດ ອີ​ລີ​ນອຍ. 29 ເມ​ສາ, 2019.
ຜູ້​ບໍ​ລິ​ຫານ​ໃຫຍ່ ບໍ​ລິ​ສັດ ໂບ​ອິງ ທ່ານ ເດັນ​ນິ​ສ ມູຍ​ເລັນ​ເບີກ ກ່າວ​ຄຳ​ປາ​ໄສ ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ຫຼັງ​ຈາກກອງ​ປະ​ຊຸມ​ຫຸ້​ນ​ສ່ວນ​ຂອງ​ບໍ​ລິ​ສັດ ທີ່​ຫໍ​ພິ​ພິ​ທະ​ພັນ Field Museum ໃນ​ນະ​ຄອນ ຊິ​ຄາ​ໂກ, ລັດ ອີ​ລີ​ນອຍ. 29 ເມ​ສາ, 2019.

ຜູ້​ບໍ​ລິ​ຫານ​ໃຫຍ່​ບໍ​ລິ​ສັດ​ຜະ​ລິດ​ເຮືອ​ບິນ ໂບ​ອິງ ທ່ານ ເດັນ​ນິ​ສ ມູຍ​ເລັນ​ເບີກ ໄດ້​ອອກ​
ມາຍອມຮັບວ່າ ບໍລິສັດໄດ້ເຮັດ “ຜິດພາດ” ໃນການບໍ່ແຈ້ງໃຫ້ສາຍການບິນຕ່າງໆ,
ຄົນຂັບເຮືອບິນ, ແລະ ຜູ້ອອກກົດລະບຽບຊາບ ຢ່າງຮອບຄອບ ກ່ຽວກັບ ໄຟເຕືອນ
ທີ່ມີຄວາມບົກຜ່ອງ ຢູ່ເຮືອບິນ 737 MAX 8 ທີ່ໄດ້ງົດບິນນັ້ນ.

ບັນ​ດາ​ນັກ​ສືບ​ສວນ​ສອບ​ສວນ​ເຊື່ອ​ວ່າ ໄຟ​ເຕືອນ​ຢູ່​ໃນ​ຫ້ອງ​ຂັບ​ເຮືອ​ບິນ ທີ່ເຊື່ອມ​ໂຍງ
ກັບລະບົບຕໍ່ຕ້ານການຢຸດກາງອາກາດ ໄດ້ມີສ່ວນໃນອຸບັດຕິເຫດທີ່ຮ້າຍແຮງສອງຄັ້ງ
ຂອງເຮືອບິນ 737 MAX ນັ້ນ, ເຊິ່ງຄັ້ງທຳອິດແມ່ນໄດ້ຕົກຢູ່ນອກປະເທດ ອິນໂດເນ
ເຊຍ ປີກາຍນີ້, ແລະ ອີກຄັ້ງນຶ່ງ ແມ່ນໃນປະເທດ ເອທິໂອເປຍ ເມື່ອເດືອນມີນາທີ່
ຜ່ານມາ, ທີ່ເຮັດໃຫ້ມີຜູ້ເສຍຊີວິດ 356 ຄົນ.

ທ່ານ ມູຍ​ເລັນ​ເບີກ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ທີ່​ງານ​ວາງ​ສະ​ແດງ​ເຮືອ​ບິນ ປາ​ຣີ ເມື່ອ​
ວັນອາທິດວານນີ້ວ່າ ການສື່ສານຂອງ ໂບອິງ ກັບ ຜູ້ຊື້ເຮືອບິນແມ່ນບໍ່ “ສະເໝີຕົ້ນ
ສະເໝີປາຍ. ແລະ ນັ້ນແມ່ນຮັບເອົາບໍ່ໄດ້.”

ທ່ານ​ໄດ້​ກ່າວ​ວ່າ ໂບ​ອິງ ​ກຳ​ລັງຜ່ານ​ຜ່າ​ໄລ​ຍະ​ຂອງ “ຄວາ​ມ​ຕົກ​ຕ່ຳ.” ທ່ານ​ໄດ້​ສັນ​ຍາ​
ວ່າ ທາງບໍລິສັດຈະມີຄວາມໂປ່ງໄສຂຶ້ນກວ່າເກົ່າ ແລະ ຈະໃຊ້ເວລາເພື່ອຈະນຳເອົາ
ຄວາມໝັ້ນໃຈຂອງສາຍການບິນຕ່າງໆ ແລະ ສາທາລະນະກັບຄືນມາ ໃນຂະນະທີ່
ເຂົາເຈົ້າກຳລັງເຮັດວຽກເພື່ອນຳເອົາເຮືອບິນ 737 MAX ກັບມາບິນອີກຄັ້ງ.

ບັນ​ດາ​ນັກ​ສືບ​ສວນ​ສອບ​ສວນມີຄວາມ​ສົງ​ໄສບໍ່ແນ່ໃຈວ່າ ລະ​ບົບ​ຕໍ່​ຕ້ານກ​ານ​ຢຸດ​ກາງ
ອາກາດ ໃນເຮືອບິນຂອງ ອິນໂດເນເຊຍ ແລະ ເອທິໂອເປຍ ໄດ້ຊຸກຍູ້ຫົວຂອງເຮືອ
ບິນລົງຢູ່ຕະຫຼອດ ໃນຂະນະທີ່ຄົນຂັບເຮືອບິນ ດີ້ນຮົນທີ່ຈະຄວບຄຸມເຮືອບິນດັ່ງກ່າວ.

ໄຟ​ເຕືອນ​ ຄວນຈະ​ແຈ້ງ​ໃຫ້​ຄົນ​ຂັບ​ເຮືອ​ບິນ​ຮູ້​ວ່າ ລະ​ບົບ​ຕ້ານ​ການ​ຢຸດ​ກາງ​ອາ​ກາດ​
ໄດ້ຮັບຂໍ້ມູນຄວາມບົກຜ່ອງວ່າ ເຄື່ອງສົ່ງສັນຍານບໍ່ສາມາດເຮັດວຽກໄດ້ຢ່າງປົກກະ
ຕິ.

ບໍ​ລິ​ສັດ ໂບ​ອິງ ໄດ້​ຄົ້ນ​ພົບ​ວ່າ ໄຟ​ເຕືອນຈະ​ເຮັດ​ວຽກກໍຕໍ່ເມື່ຶອ ​ເຮືອ​ບິນ​ຫາກ​ຕິດ​ຕັ້ງ​
ຊອຟແວໃສ່ໃນ ໂປຣແກຣມເທົ່ານັ້ນ.

ບັ​ນ​ດາ​ຜູ້​ອອກ​ກົດ​ລະ​ບຽບ​ລັດ​ຖະ​ບານ​ກາງ ສະ​ຫະ​ລັດ ຍັງ​ບໍ່​ໄດ້​ອະ​ນຸ​ມັດ​ການ​ສ້ອມ​
ແປງທີ່ບໍລິສັດ ໂບອິງ ໄດ້ຕິດຕັ້ງໃສ່ເຮືອບິນ MAX ນັ້ນ ເທື່ອ.

ນອກນັ້ນ ກະ​ຊວງ​ຍຸ​ຕິ​ທຳ ສະ​ຫະ​ລັດ ຍັງ​ໄດ້​ເປີດ​ການ​ສືບ​ສວນ​ສອບ​ສວນທາງດ້ານ​
ອາຊະຍາກຳໃສ່ບໍລິສັດ ໂບອິງ ແລະ ນະໂຍບາຍຂອງເຂົາເຈົ້າ ກ່ຽວກັບ ການອະນຸ
ຍາດໃຫ້ພະນັກງານທີ່ໄດ້ຮັບການຝຶກຊ້ອມເປັນພິເສດຮັບຮອງວ່າ ເຮືອບິນລຳຕ່າງໆ
ແມ່ນປອດໄພທີ່ຈະບິນໄດ້ ແທນທີ່ຈະແມ່ນບັນດາຜູ້ອອກກົດລະບຽບຂອງລັດຖະ
ບານກາງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG