ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບໍ​ລິ​ສັດ​ໂບ​ອິງ ​ຍອມ​ຮັບ ຄວາມ​ບົກ​ຜ່ອງ​ ໃນຊອຟ​ແວ ຈຳ​ລອງ​ການ​ບິນ ​ຂອງເຮືອ​ບິນ 737 MAX


ຜູ້​ປົກ​ຄອງ​ລັດ ​ໂອ​ກ​ລາ​ໂຮ​ມາ ທ່ານ ​ແຄ​ວິ​ລ ສຕິດ (ຊ້າຍ) ລອງ​ໃຊ້​ມືຈັບເຄື່ອງ​ຄວບ​ຄຸມ​ລໍ້​ດ້ວຍ​ມື ທີ່ຄວບ​ຄຸມເຮຶອ​ບິນໂບ​ອິງ 747​, ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ທ່ານ ຊອນ ລິນຈ໌, ຫົວ​ໜ້າ​ຜູ້​ຊີ້​ນຳ​ການ​ບິນ. ໂຮງ​ງານ​ຜະ​ລິດ​ເຮືອ​ບິນຂອງ ບໍ​ລິ​ສັດ ໂບ​ອິງ. 14 ພຶດ​ສະ​ພາ 2019.
ຜູ້​ປົກ​ຄອງ​ລັດ ​ໂອ​ກ​ລາ​ໂຮ​ມາ ທ່ານ ​ແຄ​ວິ​ລ ສຕິດ (ຊ້າຍ) ລອງ​ໃຊ້​ມືຈັບເຄື່ອງ​ຄວບ​ຄຸມ​ລໍ້​ດ້ວຍ​ມື ທີ່ຄວບ​ຄຸມເຮຶອ​ບິນໂບ​ອິງ 747​, ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ທ່ານ ຊອນ ລິນຈ໌, ຫົວ​ໜ້າ​ຜູ້​ຊີ້​ນຳ​ການ​ບິນ. ໂຮງ​ງານ​ຜະ​ລິດ​ເຮືອ​ບິນຂອງ ບໍ​ລິ​ສັດ ໂບ​ອິງ. 14 ພຶດ​ສະ​ພາ 2019.

ບໍ​ລິ​ສັດ​ໂບ​ອິງ ​ໄດ້​ຮັບ​ຮູ້​ໃນ​ວັນ​ເສົາ​ວານ​ນີ້ວ່າ ຕົນ​ໄດ້​ສ້ອມ​ແປງຄວາມ​ພິດ​ພາດ​ໃນ​ຊອບ​
ແວ​ລຈຳ​ລອງ​ການ​ບິນ ​ເຮືອ​ບິນ 737 MAX ທີ່​ໄດ້​ໃຊ້​ເຝິກ​ແອບ​ໃຫ້​ແກ່​ບັນ​ດາ​ນັກ​ບິນ,
ຫຼັງ​ຈາກ​ເກີດ​ເຮືອ​ບິນ​ຕົກ​ທີ່​ຮ້າຍ​ແຮງ​ສອງ​ຄັ້ງ ​ທີ່ພົວ​ພັນ​ກັບ​ເຮືອ​ບິນ​ດັ່ງ​ກ່າວ ເຮັດ​ໃຫ້ 346
ຄົນ​ເສຍ​ຊີ​ວິດ.

ຖະ​ແຫຼງ​ການສະ​ບັບ​ນຶ່ງ​ຂອງ​ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ “ໂບ​ອິງ​ ໄດ້​ສ້ອມ​ແປງ​ແບບ ຊອບ​ແວຣ
ຈຳ​ລອງ​ການ​ບິນ​ຂອງເຮືອ​ບິນ 737 MAX ແລະ​ໄດ້​ໃຫ້​ຂໍ້​ມູນ​ເພີ້ມ​ເຕີມ​ສຳ​ລັບ​ເຄື່ອງ​ມື​ປະ​
ຕິ​ບັດ​ງານ ​ເພື່ອຮັບປະ​ກັນ​ວ່າ ປະ​ສົບ​ການບິນ​ຈຳ​ລອງຈະ​ເປັນຕາງ​ໜ້າ​ໃຫ້​ແກ່​ສະ​ພາບ​
ການ​ບິນ​ທີ່​ແຕກ​ຕ່າງທົ່ວ​ໄປ.

ບໍລິ​ສັດ​ບໍ່​ໄດ້ລ​ະ​ບຸ​ເຖິງ​ເວ​ລາ​ທີ່​ຕົນ​ໄດ້​ຊາບ​ເຖິງ​ບັນ​ຫາ​ດັ່ງ​ກ່າວ ແລະ ​ເຂົ​າ​ເຈົ້າໄດ້​ບອກ​
ໃຫ້​ບັນ​ດາ​ຜູ້​ອອກ​ລະ​ບຽບ​ການ​ໄດ້​ຊາບ.

ຖະ​ແຫຼງ​ການ​ຂອງ​ເຂົາ​ເຈົ້າ ​ໄດ້​ເປັນ​ຂີ​ດ​ໝາຍ​ເທື່ອ​ທຳ​ອິດ​ທີ່​ບໍ​ລິ​ສັດ​ ໂບ​ອິງ​ ໄດ້​ຮັບ​ຮູ້​ວ່າ
ມີຄວາມ​ບົກ​ຜ່ອງ​ໃນ​ການ​ອອກ​ແບບ​ຊອ​ຟ​ແວ ທີ່​ເຊື່ອມໂຍງ​ກັ​ບ​ເຮືອ​ບິນ 737 MAX,
ເຊິ່ງ​ຊອ​ຟ​ແວ MCAS ທີ່ຕ້ານ​ການ​ຂັດ​ຂ້ອງ ໄດ້​ຖືກ​ຖິ້ມ​ໂທດ​ໃສ່​ສ່ວນ​ໃຫຍ່​ ສຳ​ລັບ​ໂສກ
​ນາດ​ຕຳ​ກຳຂອງສາຍ​ການ​ບິນ​ ເອ​ທິ​ໂອ​ເປຍ.

ອີງ​ຕາມ​ບໍ​ລິ​ສັດ​ໂບອິງ ຊອບ​ແວ​ຣ ​ການ​ບິນຈຳ​ລອງ ​ແມ່ນບໍ່​ສາ​ມາດ​ທີ່​ຈະ​ເຮັດ​ວຽກ​ ກ່ຽວ
​ກັບ ການ​ຮຽ​ນ​ແບບສະ​ພາບ​ການ​ບິນທີ່​ຄ້າຍ​ຄື​ກັນ ກັບ​ເວ​ລາເກີດ​ອຸ​ບັດ​ຕິ​ເຫດ​ຕົກ​ຂອງ​
ເສຍ​ການ​ບິນ ​ເອ​ທິ​ໂອ​ເປຍ ໃນ​ເດືອນ​ມີ​ນາທີ່​ຜ່ານ​ມາ ຫຼື​ສາຍ​ການ​ບິນ ​ໄລ​ອອນ ​ໃນ​
ເດືອນ​ຕຸ​ລາ​ປີ​ກາຍ​ນີ້.

ບໍ​ລິ​ສັດ​ໄດ້​ກ່າວວ່າ “ການ​ປ່ຽນ​ແປງ​ເທື່ອ​ລ້າ​ສຸດ” ຈະ​ປັບ​ປຸງການ​ຈຳ​ລອງ​ບິນ ກ່ຽວ​ກັບ
ການ​ໃຊ້​ແຮງ​ດັນເຄື່ອງ​ຄວບ​ຄຸມ​ລໍ້​ດ້ວຍ​ມື, ເຊິ່ງ​ແມ່ນ​ເຄື່ອງ​ຄວບ​ຄຸມ​ລໍ້​ດ້ວຍ​ມື ທີ່ຄວບ​
ຄຸມ​ມຸມ​ຂອງ​ເຮື​ອ​ບິນ ​ທີ່ບໍ່​ຄ່ອຍ​ຖືກ​ນຳ​ໃຊ້.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG