ເຮືອບິນໄອພົ່ນຂອງສາຍການບິນ Asiana ລໍານຶ່ງ ທີ່ບັນທຸກຜູ້ໂດຍສານ ແລະພະນັກ ງານ ເຮືອບິນຫຼາຍກວ່າ 300 ຄົນ ປະສົບອຸບັດເຫດເວລາ ແລ່ນລົງຈອດ ຢູ່ສະໜາມບິນ ນະຄອນ San Francisco ທີ່ຍັງຜົນໃຫ້ມີ ຜູ້ເສຍຊີວິດ ຢ່າງນ້ອຍສອງຄົນ ແລະບາດເຈັບອີກຫຼາຍກວ່າ 180 ໃນວັນເສົາວານນີ້.
ເຮືອບິນລໍາດັ່ງກ່າວ ໄດ້ບິນອອກຈາກເມືອງ Shanghai ປະເທດຈີນ ແລະໄດ້ຢຸດແວ່ນະຄອນຫລວງ Seoul ເກົາຫຼີໃຕ້ ກ່ອນຈະມຸ້ງໜ້າໄປຍັງຈຸດໝາຍປາຍທາງ ຄື San Francisco ລັດ California ທາງຝັ່ງຕາເວັນຕົກຂອງສະຫະລັດນັ້ນ.
ຜູ້ໂດຍສານເທິງເຮືອບິນ Boeing 777 ລໍາດັ່ງກ່າວ ສ່ວນໃຫຍ່ແມ່ນຊາວຈີນ ຊາວເກົາ ຫຼີໃຕ້ ແລະຊາວອາເມຣິກັນ. ສາຍການບິນ Asiana ຊຶ່ງເປັນຂອງເກົາຫຼີໃຕ້ ເວົ້າວ່າ ຜູ້ ໂດຍສານສອງຄົນທີ່ເສຍຊີວິດນັ້ນແມ່ນຊາວຈີນ ທີ່ນັ່ງຢູ່ຕອນທ້າຍຂອງເຮືອບິນ ຊຶ່ງຕາມລາຍງານຂ່າວນັ້ນ ທັງສອງເປັນເດັກສາວໄວລຸ່ນ.
ພວກເຫັນເຫດການເວົ້າວ່າ ຫາງເຮືອບິນໄດ້ໄປກະທົບໃສ່ທາງແລ່ນ ເວລາແລ່ນລົງສະໜາມບິນ ເຮັດໃຫ້ສ່ວນຫາງຫັກອອກ ແລະເຮືອບິນເກີດໄຟໄໝ້ ແລະກະໂດດໄປໜ້າຢ່າງແຮງ ກ່ອນຈະຢຸດຢູ່ເດິ່ນຫຍ້າ ຂ້າງທາງແລ່ນລົງ. ຮູບພາບຂອງເຮືອບິນ ຫຼັງ ຈາກ ເກີດເຫດ ສະແດງໃຫ້ເຫັນເຮືອບິນຈອດຢູ່ພື້ນດິນ ບໍ່ມີສ່ວນຫາງທີ່ຂາດໄປ ລໍາເຮືອບິນສ່ວນໃຫຍ່ຖືກໄຟໄໝ້ ແລະສິ່ງຫັກພັງ ຕົກຢາຍຊະຊາຍໄປທົ່ວທາງແລ່ນ.
ທີມສືບສວນສອບສວນ ໄດ້ຖືກສົ່ງໄປຍັງ San Francisco ແລ້ວ ເພື່ອສືບສວນຫາສາເຫດຂອງອຸບັດເຫດ ຊຶ່ງເກີດຂຶ້ນໃນສະພາບອາກາດທີ່ດີ.
ບໍ່ປະກົດເຫັນສັນຍານຂັດຂ້ອງໃດໆຈາກນັກບິນກ່ອນເກີດເຫດ ແຕ່ພວກ ທີ່ລອດຊີວິດບາງຄົນເວົ້າວ່າ ພວກເຂົາເຈົ້າຄິດວ່າເຮືອບິນ ໄດ້ບິນລົງຕໍ່າເກີນໄປ ແລະກໍຮູ້ສຶກຄືກັນກັບວ່າ ນັກບິນພະຍາຍາມຈະບິນຂຶ້ນໄປອີກ ກ່ອນເຮືອບິນຈະປະທະກັບທາງແລ່ນລົງ.
ຫົວໜ້າເຈົ້າໜ້າທີ່ບໍລິຫານ ສາຍການບິນ Asiana ບອກນັກຂ່າວໃນວັນອາທິດມື້ນີ້ວ່າ ປັດຈຸບັນ ທາງສາຍການບິນເຊື່ອວ່າ ເຮືອບິນລໍາດັ່ງກ່າວບໍ່ມີບັນຫາຂັດຂ້ອງກັບລໍາຕົວເຮືອບິນຫຼືເຄື່ອງຈັກກົນໄກແຕ່ຢ່າງໃດ ເວລາທີ່ ເກີດອຸບັດເຫດນັ້ນ ແລະບໍ່ໄດ້ໃຫ້ຄວາມເຫັນໂດຍກົງວ່າເປັນຄວາມຜິດ ພາດຂອງນັກບິນຫຼືບໍ່ ທີ່ພາໃຫ້ເກີດອຸບັດ ແຕ່ກໍເວົ້າວ່າພວກນັກບິນ ແມ່ນມີປະສົບການດ້ານການບິນມາແລ້ວ ຫຼາຍພັນຊົ່ວໂມງ.