ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສົບ​ຂອ​ງ​ນັກ​ຮຽນ​ຊາວ​ແຊມ​ເບຍ ທີ່​ຖືກ​ ຂ້າ​ຕາຍ​ໃນ​ສົງ​ຄາມ​ຣັດ​ເຊຍ ຕໍ່​ຢູ​ເຄ​ຣນ ໄດ້​ຖືກ​ເອົາ​ກັບ​ຄືນ​ມາເຖິງ​ບ້ານ​ແລ້ວ


ລົດ​ບັນ​ທຸກ​ສົບ​ຂອ​ງ​ນັກ​ຮຽນ​ຊາວ​ແຊມ​ເບຍ, ທ້າວ Lemekhani Nyireda ໄປ​ເຖິງ​ສະ​ໜາມ​ບິນສາ​ກົນ Kenneth Kaunda ໃນ​ນະ​ຄອນ​ຫລວງ Lusaka, ຂອງ​ແຊມ​ເບຍ, ວັນ​ທີ 11 ທັນ​ວາ 2022 ຂະ​ນະ​ທີ່​ຍາດ​​ພີ່​ນ້ອງຂອງ​ລາວ​ລໍ​ຖ້າ​ເບິ່ງ​ຢູ່່
ລົດ​ບັນ​ທຸກ​ສົບ​ຂອ​ງ​ນັກ​ຮຽນ​ຊາວ​ແຊມ​ເບຍ, ທ້າວ Lemekhani Nyireda ໄປ​ເຖິງ​ສະ​ໜາມ​ບິນສາ​ກົນ Kenneth Kaunda ໃນ​ນະ​ຄອນ​ຫລວງ Lusaka, ຂອງ​ແຊມ​ເບຍ, ວັນ​ທີ 11 ທັນ​ວາ 2022 ຂະ​ນະ​ທີ່​ຍາດ​​ພີ່​ນ້ອງຂອງ​ລາວ​ລໍ​ຖ້າ​ເບິ່ງ​ຢູ່່

ສົບ​ຂອງ​ນັກ​ສຶກ​ສາ​ຊາວ​ແຊມ​ເບຍ​ ອາ​ຍຸ 23 ປີ​ທີ່​ເສຍ​ຊີ​ວິດ​ໄປໃນ​ຂະ​ນະ​ທີ່​ສູ້​ລົບ​ໃຫ້​ກອງ​ທັບ​ຣັດ​ເຊຍ ​ໃນ​ສົງ​ຄາມ​ຢູ​ເຄ​ຣນ​ ໄດ້​ຖືກ​ສົ່ງກັບ​ຄືນໄປ​ບ້ານ​ແລ້ວ, ອີງ​ຕາມ​ອົງ​ການ​ຂ່າວ​ເອ​ພີ (AP).

ສົບຂອງທ້າວ​ລີ​ມີ​ກາ​ນີ ໄນເຣນ​ດາ (Lemekani Nyirenda), ຜູ້ທີ່ກໍາລັງຮຽນ ວິ​ຊາວິສະວະກໍານິວເຄຼຍ ໃນຣັດ​ເຊຍກ່ອນທີ່ຈະເຂົ້າເປັນທະຫານ ໄດ້​ໄປຮອດ ສະຫນາມບິນສາກົນເຄນ​ເນັດ ຄອນ​ດາ (Kenneth Kaunda) ໃນນະ​ຄອນ​ຫລວງລູ​ຊາ​ກາ (Lusaka) ແລ້ວ ໃນວັນອາທິດວານນີ້.

ເຖິງແມ່ນວ່າລາວ ເຄີຍເປັນນັກຮຽນກໍ​ຕາມ ແຕ່ທ້າວ​ລີ​ມີ​ກາ​ນີ (Lemekani) ຖືກຕັດສິນລົງໂທດ ໃນເດືອນເມສາ 2020 ແລະຖືກຕັດສິນຈໍາຄຸກ 9 ປີ.

ຕໍ່ມາລາວໄດ້​ຮັບອະ​ໄພ​ຍະໂທດໂດຍຜ່ານການໃຫ້ນິ​ລະ​ໂທດ​ກຳພິເສດ ໃນເງື່ອນ ໄຂທີ່ວ່າ ລາວຕ້ອງເຂົ້າຮ່ວມສູ້​ລົບ ​ຢູ່ໃນສົງຄາມ ແລະລາວໄດ້ຖືກຂ້າຕາຍ ໃນ ຂະນະທີ່ສູ້ລົບຢູ່ໃນຢູເຄຣນ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດແຊມ​ເບຍ, ທ່ານສ​ແຕນ​ລີ ຄາ​ຄູ​ໂບ (Stanley Kakubo) ກ່າວ​ວ່າ ລັດ​ຖະ​ບານ​ຂອງ​ປະ​ເທດ​ແຊມ​ເບຍໄດ້​ຮ້ອງ​ຂໍ​ໃຫ້​ເຈົ້າ​ໜ້າ​ທີ່​ຣັດ​ເຊຍເອົາ​ລາຍ​ລະ​ອຽດ​ ກ່ຽວ​ກັບ​ການ​ເສຍ​ຊີ​ວິດ​ຂອງ​ທ້າວ​ລີ​ມີ​ຄາ​ນີໃຫ້.

ຮູບ​ຂອງ​ທ້າວ Lemekani Nyirenda ທີ່​ເອົາ​ຕິດ​ໄວ້​ທາງ​ຂ້າງ​ຂອງ​ຄຳ​ປະ​ກາດ​ກ່ຽວ​ກັບ​ການ​ເສຍ​ຊີ​ວິດ​ຂອງ​ຊາວ​ແຊມ​ເບຍໃນ​ມົ​ສ​ກູ​ທີ່​ເອົາ​ລົງໃນ​ໜ້າ​ເຟ​ສ​ບຸກ.
ຮູບ​ຂອງ​ທ້າວ Lemekani Nyirenda ທີ່​ເອົາ​ຕິດ​ໄວ້​ທາງ​ຂ້າງ​ຂອງ​ຄຳ​ປະ​ກາດ​ກ່ຽວ​ກັບ​ການ​ເສຍ​ຊີ​ວິດ​ຂອງ​ຊາວ​ແຊມ​ເບຍໃນ​ມົ​ສ​ກູ​ທີ່​ເອົາ​ລົງໃນ​ໜ້າ​ເຟ​ສ​ບຸກ.

ທ່ານຄາ​ຄູ​ໂບ (Kakubo) ກ່າວໃນຖະແຫຼງການສະບັບນຶ່ງວ່າ “ພວກເຮົາໄດ້ ຖືກບອກໃນວັນທີ 23 ສິງຫານີ້ວ່າ ລາວໄດ້ຮັບການອະໄພຍະໂທດ ແບບ​ມີ ເງື່ອນໄຂ ແລະໄດ້ຮັບອະນຸຍາດໃຫ້ເຂົ້າຮ່ວມໃນການປະຕິບັດງານທາງທະ ຫານພິເສດຊຶ່ງລາວໄດ້ຖືກຂ້າຕາຍໃນເດືອນກັນຍາ”. "ຫຼັງຈາກນັ້ນພວກເຮົາກໍໄດ້ຮຽກຮ້ອງໃຫ້ເຈົ້າຫນ້າທີ່ ເອົາລາຍລະອຽດໃຫ້​ພວກ​ເຮົາ ບໍ່ແມ່ນພຽງແຕ່ກ່ຽວ​ກັບ​ການ​ຖືກ​ເກນ​ທະ​ຫານຂອງລາວ."

ທ່ານ​ກ່າວ​ວ່າ ໄດ້ມີການກວດ DNA ເພື່ອ​ຢືນ​ຢັນ​ວ່າ​ແມ່ນ​ລາວແທ້​ ແລະ​ຈະ​ໄດ້​ມີ​ການ​ຈ່າຍ​ເງິນຊົດ​ເຊີຍ​ ຈາກ​ຣັດ​ເຊຍ ​ໃຫ້​ແກ່​ຄອບ​ຄົວ​ຂອງ​ລາວ.

ທ່ານຄາ​ຄູ​ໂບກ່າວວ່າ ແຊມ​ເບຍ ຈະເຮັດວຽກເພື່ອຮັບປະກັນວ່າ ບໍ່ມີຫຍັງເກີດ ຂຶ້ນກັບຄົນ​ແຊມ​ເບຍທີ່ຮຽນຢູ່ໃນຣັດ​ເຊຍແລະບໍ່ມີຊາວແຊມ​ເບຍ ອື່ນໆຢູ່ໃນຄຸກ ຣັດ​ເຊຍອີກ.

ຊາວແຊມ​ເບຍ ໄດ້ສະແດງຄວາມເສົ້າສະຫຼົດໃຈທີ່ນັກສຶກສາຫນຸ່ມຄົນນຶ່ງໄດ້ຖືກ ກົດດັນໃຫ້ເຂົ້າຮ່ວມເປັນ​ທະ​ຫານຣັດ​ເຊຍ ເພື່ອຕໍ່ສູ້ຢູ່ໃນສົງຄາມຂອງ ພວກເຂົາໃນຢູເຄຣນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG