ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສົບຂອງສະມາຊິກສະພາ, ວິລະບູລຸດ ຕໍ່ສູ້ເພື່ອສິດທິພົນລະເມືອງ ທ່ານ ຈອນ ລູວິສ ຖືກນຳກັບຄືນມາ ນະຄອນຫຼວງ ວໍຊິງຕັນ


ຂະບວນລົດໂລງສົບທີ່ຖືກຫໍ່ຫຸ້ມດ້ວຍທຸງຊາດຂອງສະມາຊິກສະພາ ທ່ານ ຈອນ ລູວິສ, ຂັບຜ່ານຖະໜົນທີ 16, ທີ່ຖືກປ່ຽນຊື່ເປັນ ຈະຕຸລັດ Black Lives Matter ໃກ້ກັບທຳນຽບຂາວ. 27 ກໍລະກົດ, 2020.
ຂະບວນລົດໂລງສົບທີ່ຖືກຫໍ່ຫຸ້ມດ້ວຍທຸງຊາດຂອງສະມາຊິກສະພາ ທ່ານ ຈອນ ລູວິສ, ຂັບຜ່ານຖະໜົນທີ 16, ທີ່ຖືກປ່ຽນຊື່ເປັນ ຈະຕຸລັດ Black Lives Matter ໃກ້ກັບທຳນຽບຂາວ. 27 ກໍລະກົດ, 2020.

ສົບຂອງສະມາຊິກສະພາ ສະຫະລັດ ແລະ ວິລະບູລຸດດ້ານສິດທິພົນລະເມືອງ ທ່ານ ຈອນ ລູວິສ ໄດ້ຖືກນຳກັບຄືນມານະຄອນຫຼວງ ວໍຊິງຕັນ ໃນວັນຈັນວານ ນີ້, ບ່ອນທີ່ເພິ່ນຈະຖືກວາງໄວ້ໃນຕຶກຂອງລັດຖະບານ ໃນຂະນະທີ່ບັນດາສະ ມາຊິກສະພາ ແລະ ສາທາລະນະຈະເຂົ້າສະແດງຄວາມເຄົາລົບເປັນຄັ້ງສຸດ ທ້າຍຂອງເຂົາເຈົ້າ ຕໍ່ຄວາມພະຍາຍາມຕະຫຼອດຊີວິດ ເພື່ອສົ່ງເສີມສິດທິພົນລະ ເມືອງຂອງທ່ານ ລູວິສ.

ທ່ານ ລູວິສ ໄດ້ເສຍຊີວິດໃນອາທິດທີ່ຜ່ານມາດ້ວຍອາຍຸ 80 ປີ ຫຼັງຈາກການ ຕໍ່ສູ້ກັບໂຣກມະເຮັງຕັບອ່ອນຂັ້ນສຸດທ້າຍຕະຫຼອດປີ.

ໂລງສົບທີ່ຫຸ້ມຫໍ່ດ້ວຍທຸງຊາດ ໄດ້ຖືກນຳພາໄປຫໍລັດຖະສະພາ ແຄັບປິຕອລ ຂອງ ສະຫະລັດ ໃນວັນຈັນວານນີ້, ບ່ອນທີ່ທ່ານໄດ້ຮັບໃຊ້ປະຊາຊົນຂອງລັດ ຈໍເຈຍ ຂອງທ່ານເປັນເວລາ 33 ປີ. ກ່ອນເດີນທາງໄປຮອດຫໍລັດຖະສະພາ ແຄັບປິຕອລ ຮິລ ນັ້ນ, ຂະບວນລົດທີ່ນຳພາໂລງສົບຂອງທ່ານ ໄດ້ທຳການເດີນ ທາງຄັ້ງສຸດທ້າຍຜ່ານສະຖານທີ່ສຳຄັນທາງດ້ານສິດທິພົນລະເມືອງຫຼາຍແຫ່ງ ໃນນະຄອນຫຼວງ ວໍຊິງຕັນ ພ້ອມກັບພາບສີຢູ່ເທິງຖະນົນໃກ້ກັບທຳນຽບຂາວ ທີ່ອ່ານວ່າ “ຊີວິດຄົນດຳກໍ່ສຳຄັນເຊັ່ນກັນ ຫຼື Black Lives Matter.”

ໃນຄຳປາໄສທີ່ຫໍ ໂຣທັນດາ ຂອງລັດຖະສະພາ ແຄັບປິຕອລ ນັ້ນ, ປະທານສະ ພາຕໍ່າ ທ່ານນາງ ແນນຊີ ເພໂລຊີ ໄດ້ເອີ້ນທ່ານ ລູວິສ ວ່າມະໂນທຳແຫ່ງລັດຖະສະພາ.

ທ່ານນາງໄດ້ກ່າວວ່າ “ມັນເໝາະສົມທີ່ວ່າ ທ່ານ ຈອນ ລູວິສ ໄດ້ເຂົ້າຮ່ວມໃນວິ ຫານແຫ່ງຄົນຮັກ ຊາດນີ້, ນອນຢູ່ເທິງແທ່ນຕັ້ງສົບອັນດຽວກັບປະທານາທິບໍດີ ເອບຣາແຮມ ລິນຄອນ.” ແທ່ນຕັ້ງສົບດັ່ງກ່າວແມ່ນໂຄງຮ່າງໄມ້ທີ່ຖືກຕົກແຕ່ງ ເພື່ອຄໍ້າຈູນໂລກສົບທີ່ນອນຢູ່ໃນຕຶກຂອງລັດຖະບານນັ້ນ.

ທ່ານນາງ ເພໂລຊີ ໄດ້ນຳໜ້າຄະນະຜູ້ແທນກຸ່ມນຶ່ງໄປຖານທັບອາກາດ Joint Base Andrew ທີ່ລັດ ແມຣີແລນ ໃນວັນຈັນວັນນີ້ ເພື່ອໄປຮັບເອົາໂລກສົບ ຂອງທ່ານ ລູວິສ.

ຜູ້ນຳສຽງສ່ວນຫຼາຍສະພາສູງທ່ານ ມິຈ໌ ແມັກຄອນແນລ ກໍໄດ້ກ່າວຍົກຍ້ອງທ່ານ ລູວິສ ເຊັ່ນກັນ ໂດຍເວົ້າວ່າ “ທ່ານ ລູວິສ ໄດ້ອາໄສຢູ່ ແລະ ເຮັດວຽກດ້ວຍ ຄວາມຮີບຮ້ອນ ເພາະວ່າວຽກງານຂອງທ່ານແມ່ນຮີບດ່ວນ.”

ຍ້ອນຄວາມເປັນຫ່ວງ ກ່ຽວກັບ ໄວຣັສໂຄໂຣນາ ນັ້ນ, ການເປີດໃຫ້ສາທາລະນະ ເຂົ້າຊົມແມ່ນໄດ້ຈັດຂຶ້ນຢູ່ບໍ່ໄກຈາກຫໍລັດຖະສະພາ ແຄັບປິຕອລ ຢູ່ກໍ້າຕາເວັນ ອອກຂອງຕຶກ. ຜູ້ເຂົ້າຢ້ຽມຢາມໄດ້ຖືກຮຽກຮ້ອງໃຫ້ໃສ່ໜ້າກາກ ແລະ ພົວພັນກັນ ໃນໄລຍະຫ່າງກັນ.

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີສັງກັດພັກເດໂມແຄຣັດ ແລະ ອະດີດ ຮອງປະທານາທິບໍ ດີ ໂຈ ໄບເດັນ ໄດ້ເຂົ້າສະແດງຄວາມເຄົາລົບຂອງທ່ານ ໃນວັນຈັນວານນີ້. ທ່ານ ໄບເດັນ ແລະ ທ່ານ ລູວິສ ໄດ້ເປັນໝູ່ກັນໃນລະຫວ່າງ ສອງທົດສະວັດທີ່ຜ່ານມາ ໃນຂະນະທີ່ພວກເພິ່ນຮັບໃຊ້ໜ້າທີ່ນຳກັນ ໃນລັດຖະສະພາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG