ຕຳຫຼວດ Hunduras ໄດ້ຈັບກຸມຫຼາຍໆຄົນ ທີ່ພົວພັນກັບການ
ຕາຍຂອງນາງງາມ ແລະເອື້ອຍຂອງລາວ.
ສົບຂອງນາງ Maria Jose Alvarado ໄວ 19 ປີ ແລະນາງ
Sofia ຜູ້ເປັນເອື້ອຍ ໄວ 23 ປີ ຖືກຄົ້ນພົບ ຝັງໄວ້ແຄມແມ່ນ້ຳ
ນອກເມືອງ Santa Barbara ທາງພາກຕາເວັນ ຕົກສຽງເໜືອ
ຂອງປະເທດ ໃນວັນພຸດວານນີ້ ເກືອບນຶ່ງອາທິດ ຫຼັງຈາກ
ທີ່ໄດ້ຫາຍສາບສູນໄປນັ້ນ.
ມີການພົບເຫັນ ພວກສອງເອື້ອຍນ້ອງຄູ່ນີ້ ຄັ້ງສຸດທ້າຍ
ແມ່ນກຳລັງອອກຈາກສະຖານທີ່ຕາກອາກາດແຫ່ງນຶ່ງ
ຫຼັງຈາກທີ່ໄດ້ສະຫຼອງວັນເກີດ ຂອງແຟນໜຸ່ມຂອງຜູ້ເປັນເອື້ອຍ Sofia ຄືທ້າວ Plutarco Ruiz. ຕຳຫຼວດກ່າວວ່າ ທ້າວ Ruiz ໄດ້ຍິງນາງ Sofia Alverado ຍ້ອນຄວາມຫຶງຫວງ
ຫຼັງຈາກທີ່ເຫັນນາງເຕັ້ນລຳກັບຊາຍໜຸ່ມອີກຄົນນຶ່ງ ແລະຍິງນາງ Maria ຕອນທີ່ລາວກຳ
ລັງຈະພະຍາຍາມໜີນັ້ນ.
ທ້າວ Ruiz ໄດ້ຖືກຈັບກຸມ ໃນຖານຄາດຕະກຳພີ່ນ້ອງຕະກູນ Alverado ພ້ອມກັບຊາຍອີກຄົນນຶ່ງ ທີ່ເຊື່ອກັນວ່າ ໃຫ້ການຊ່ອຍນເຫຼືອລາວນັ້ນ. ຕຳຫຼວດຍັງໄດ້ຈັບກຸມບັນດາເຈົ້າບ່ອນ
ຕາກອາກາດ ທີ່ສອງພີ່ນ້ອງ ຖືກພົບເຫັນເປັນຄັ້ງສຸດທ້າຍນັ້ນ.