ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສົບພວກເຄາະຮ້າຍ ຍ້ອນເຮືອບິນ ມາເລເຊຍຕົກ ເດີນທາງ ອອກຈາກ ຢູເຄຣນ (ສະໄລດ໌/ວີດີໂອ)


ທະຫານກອງກຽດຕິຍົດ ເຂົ້າຮ່ວມພິທີ ສົ່ງສົບຜູ້ເຄາະຮ້າຍ ສາຍ ການບິນມາເລເຊຍ ຂຶ້ນເຮືອບິນທະຫານ ໄປສູ່ປະເທດເນເທີແລນ
ທະຫານກອງກຽດຕິຍົດ ເຂົ້າຮ່ວມພິທີ ສົ່ງສົບຜູ້ເຄາະຮ້າຍ ສາຍ ການບິນມາເລເຊຍ ຂຶ້ນເຮືອບິນທະຫານ ໄປສູ່ປະເທດເນເທີແລນ

ເຮືອບິນ​ທະຫານຂອງເນເທີແລນລຳ​ນຶ່ງ​ ທີ່​ນຳເອົາສົບຂອງ​ພວກ
ເຄາະ​ຮ້າຍເຮືອບິນ​ມາ​ເລ​ເຊຍ​ຕົກໃນອາທິດ​ແລ້ວ​ນີ້​ໄດ້​ເດີນທາງ​
ອອກ​ຈາກ​ເມືອງ Kharkiv ໃນພາກຕາ​ເວັນ​ອອກ ​ຂອງຢູ​ເຄຣນ
ໄປ​ສູ່ປະ​ເທດ​ເນ​ເທີ​ແລນ.

ລັດຖະບານເນເທີແລນໄດ້​ປະກາດໄວ້ທຸກໃນທົ່ວປະເທດເປັນເວ
ລານຶ່ງມື້ ​ຂະນະ​ທີ່​ປະ​ເທດດັ່ງກ່າວຕຽມ​ຮັບມືກັບການໄປ​ເຖິງ​ຂອງ​
ບັນດາ​ສົບ​ຊຸດ​ທຳ​ອິດ. ​ເຮືອບິນ ​ຕົກ​ໃນ​ວັນ​ພະຫັດແລ້ວ ​ໄດ້​ເຮັດ​
ໃຫ້​ທັງໝົດ 298 ຄົນຢູ່ເທິງເຮືອບິນ ເສຍຊີວິດ ​ຊຶ່ງສ່ວນໃຫຍ່ເປັນ
​ຊາວເນເທີແລນ​.

​ຍັງມີການສັບສົນກັນຢູ່​ກ່ຽວ​ກັບວ່າ ມີ​ຈັກ​ສົບແທ້​ຢູ່​ໃນ​ລົດ​ໄຟ ທີ່​ໄດ້​ໄປ​ເຖິງເມືອງ Kharkiv
ຈາກ​ເຂດ​ທີ່​ພວກ​ກະບົດ​ຄວບ​ຄຸມ​ໃນ​ວັນ​ອັງຄານ​ວານ​ນີ້. ພວກ​ກະບົດ​ນິຍົມຣັດ​ເຊຍ ​ທີ່ຖືກ
ກ່າວ​ຫາວ່າຍິງ​ເຮືອບິນ​ຕົກ ໄດ້ກ່າວ​ໃນ​ວັນ​ຈັນຜ່ານ​ມາ​ນີ້ວ່າ ​ເຂົາ​ເຈົ້າ​ໄດ້ຈັດ​ສົ່ງ 282 ສົບ
​ແລະ​ຊິ້ນສ່ວນຂອງອີກ 16 ສົບ. ​ແຕ່​ຫົວໜ້າ​ສັນ ນະສູດສົບ ຂອງເນເທີແລນ ທ່ານ Jan
Tuinder ກ່າວ​ວ່າ ຫ້ອງ​ເຢັນຂອງຂະ ບວນ​ລົດ​ໄຟ ​ບັນ​ຈຸ​ໄດ້ແຕ່ພຽງ​ 200 ສົບ​ເທົ່າ​ນັ້ນ.

ນາຍົກລັດຖະມົນຕີອອສ​ເຕຣ​ເລຍ ທ່ານ Tony Abbott ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ພວກ​
ເຄາະ​ຮ້າຍຈາກ​ເຮືອບິນ​ຕົກ​ຈຳນວນ​ນຶ່ງ ອາດຍັງ​ຖືກປະ​ໄວ້ ຢູ່​ທີ່​ບ່ອນ​ເຮືອບິນ​ຕົກ.

​ໃນ​ຂະນະ​ດຽວ​ກັນ ອັງກິດ ກ່າວ​ວ່າ ຕົນ​ໄດ້​ຮັບ​ຫີບ​ບັນທຶກ​ຂໍ້ມູນການບິນສອງ​ຫີບ ຂອງເຮືອ
ບິນໂດຍສານມາເລເຊຍແລ້ວ.

ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ ກ່າວ​ວ່າ ຖ້ຽວບິນນຳ​ເບີ 17 ຂອງສາຍການບິນມາ ເລເຊຍ ອາດ​
ຈະ​ຖືກ​ຍິງ​ຕົກໃນ​ອາທິດ​ແລ້ວ​ນີ້​ໂດຍພວກແບ່ງ​ແຍກ​ດິນ​ແດນນິຍົມ ຣັດ​ເຊຍ ໂດຍໃຊ້ລູກ​ສອນ
​ໄຟທີ່​ຍິງ​ຈາກ​ໜ້າດິນຂື້ນ​ສູ່​ອາກາດ SA-11 ຂອງຣັດ​ເຊຍ ​ແ​ລະ​ມີທ່າທາງວ່າ ພວກກະບົດທີ່
“ບໍ່ໄດ້ຮັບການເຝິກແອບ ຢ່າງພຽງພໍ” ໄດ້​ຍິງ​ເຮືອບິນ​ຕົກ ​ດ້ວຍ​ຄວາມ​ຜິດພາດ. ບັນດາ​ເຈົ້າ​
ໜ້າ​ທີ່​ສືບ​ລັບສະຫະລັດ ກ່າວ​ວ່າ ​ເຂົາ​ເຈົ້າ​ບໍ່​ມີຫ​ລັກ​ຖານ​ທີ່ວ່າ ຣັດ​ເຊຍພົວພັນໂດຍກົງ​ກັບ
​ການ​ຍິງ​ເຮືອ ບິນລຳດັ່ງກ່າວ​ຕົກ.​

UKRAINE PLANE VO
please wait
Embed

No media source currently available

0:00 0:01:33 0:00

XS
SM
MD
LG