ບັນດາເຈົ້າໜ້າທີ່ໃນ ອິນເດຍ ໄດ້ກ່າວໃນວັນອັງຄານວານນີ້ວ່າ ເຂົາເຈົ້າຍັງບໍ່ໄດ້ພິຈາລະນາສາ ເຫດການເສຍຊີວິດຂອງ 12 ຄົນ ທີ່ຖືກພົບເຫັນໃນແມ່ນໍ້າຄົງຄາ.
ບັນດາເຈົ້າໜ້າທີ່ໃນລັດ ບີຮາ ໄດ້ກ່າວວ່າ 71 ສົບ ໄດ້ຖືກກອບກູ້ຂຶ້ນມາໃນວັນຈັນທີ່ຜ່ານມາ, ໃນຂະນະທີ່ເຈົ້າໜ້າທີ່ໃນລັດ ອຸດຕາ ປຣາເດສ ທີ່ຢູ່ ໃກ້ຄຽງໄດ້ກ່າວວ່າປະມານ 100 ສົບໄດ້ຖືກພົບເຫັນ, ແລະ ຈຳນວນນຶ່ງໃນວັນອັງຄານວານນີ້.
ຮູບພາບຂອງສົບທີ່ລອຍຢູ່ໃນແມ່ນໍ້າໄດ້ກໍ່ໃຫ້ເກີດຄວາມໂມໂຫ ແລະ ຄວາມສົງໄສວ່າເຂົາເຈົ້າໄດ້ເສຍຊີວິດຍ້ອນ COVID-19, ເຊິ່ງກຳລັງເພີ່ມຂຶ້ນໃນທົ່ວປະເທດທີ່ຕັ້ງຢູ່ໃນເອເຊຍໃຕ້ນັ້ນໃນອັດ ຕາທີ່ໄວກວ່າບ່ອນອື່ນໆໃນໂລກ.
ບັນດາຜູ້ຊ່ຽວຊານດ້ານການແພດບາງຄົນໄດ້ສະແດງຄວາມເປັນຫ່ວງວ່າ ໄວຣັສໂຄໂຣນາ ຈະສາ ມາດແຜ່ລາມຜ່ານນໍ້າທີ່ປົນເປື້ອນນັ້ນ.
ດຣ. ໂມຊິນ ວາລີ ໄດ້ກ່າວວ່າ “ເຖິງແມ່ນວ່າຈະບໍ່ມີການຄົ້ນຄວ້າໃນທົ່ວໂລກ ກ່ຽວກັບ ວິທີທີ່ໄວຣັສອາດແຜ່ລາມຜ່ານສົບຄົນຕາຍໃນນໍ້າກໍຕາມ, ຂ້າພະເຈົ້າເຊື່ອຢ່າງແຮງວ່າ ນໍ້າດັ່ງກ່າວແມ່ນເປິເປື້ອນໃນເວລານີ້. ມັນບໍ່ຄຸ້ມທີ່ຈະດື່ມອີກຕໍ່ໄປ ແລະ ເວລາທີ່ສົບພວກນີ້ເໜົ່າ, ມັນກໍຈະອັນຕະລາຍຍິ່ງກວ່າເກົ່າ.”
ບັນດາເຈົ້າໜ້າທີ່ໄດ້ທຳການສັນນະສູດສົບ ແຕ່ບໍ່ສາມາດຢືນຢັນສາເຫດຂອງການຕາຍ ເພາະວ່າສົບໄດ້ເປື່ອຍແລ້ວ.
ອິນເດຍ ມີກໍລະນີໄວຣັສໂຄຣນາໃໝ່ເກືອບ 330,000 ກໍລະນີ ແລະ ການຕາຍທີ່ກ່ຽວຂ້ອງກັນ 3,867 ຄົນ ໃນວັນອັງຄານວານນີ້, ອີງຕາມມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌. ອິນເດຍ ມີຕົວເລກຂອງກໍລະນີທີ່ຖືກຢືນຢັນສູງທີ່ສຸດເປັນອັນດັບສອງໃນໂລກ ເກືອບ 23 ລ້ານກໍລະນີ ແລະ ມີຜູ້ເສຍຊີວິດສູງສຸດເປັນອັນດັບສາມ ເກືອບ 250,000 ຄົນ, ແນວໃດກໍຕາມ ບັນດານັກຊ່ຽວຊານເວົ້າ ວ່າຕົວເລກທີ່ແທ້ຈິງແມ່ນເກືອບແນ່ນອນວ່າສູງກວ່ານັ້ນຫຼາຍ.
ການເພີ່ມຂຶ້ນທີ່ວ່ານັ້ນໄດ້ກໍ່ໃຫ້ນາຍົກລັດຖະມົນຕີ ນາເຣັນດຣາ ໂມດີ ບໍ່ໄດ້ເດີນທາງໄປປະເທດ ອັງກິດ ສຳລັບກອງປະຊຸມສຸດຍອດກຸ່ມ 7 ປະເທດໃນເດືອນໜ້າ, ອີງຕາມການກ່າວຂອງລັດຖະ ມົນຕີການຕ່າງປະເທດ ອິນເດຍ ໃນວັນອັງຄານວານນີ້.
ທ່ານ ໂມດີ ໄດ້ຖືກຕຳໜິວິຈານ ສຳລັບການອະນຸຍາດໃຫ້ຈັດການເຕົ້າໂຮມກັນຂະໜາດໃຫຍ່ຢູ່ບຸນທາງສາສະໜາ ແລະ ຈັດການເລືອກຕັ້ງຂະໜາດໃຫຍ່ໃນສອງເດືອນທີ່ຜ່ານມາທັງໆທີ່ມີການຕິດເຊື້ອໄດ້ເພີ່ມຂຶ້ນຢ່າງຫຼວງກໍຕາມ.