ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

87 ຖືກຂ້າຕາຍ ໃນລະຫວ່າງ ການໂຈມຕີ ໃສ່ຖານທັບ ໃນປະເທດ ບູຣຸນດີ


Burundi Unrest
please wait
Embed

No media source currently available

0:00 0:00:55 0:00

ເຊີນຊົມ ວີດີໂອລາຍງານນີ້

ກອງທັບ ບຸຣຸນດີ ກ່າວວ່າ ຢ່າງໜ້ອຍ87 ​ຄົນຖືກຂ້າໃນວັນສຸກ
ມື້ກ່ອນ ໃນນະຄອນຫຼວງ​ບູຈຳບູຣາ ໃນອັນທີ່ເອີ້ນວ່າ ການໂຈມ
ຕີທີ່ມີການປະສານງານກັນ ຕໍ່ຄ້າຍທະຫານ 3 ແຫ່ງໂດຍພວກ
ມືປືນ.

ໂຄສົກຂອງທະຫານໄດ້ກ່າວໃນວັນເສົາວານນີ້ວ່າ ພວກທີ່ຕາຍ
ມີລວມທັງພວກສັດຕູ 79​ ຄົນ ລວມທັງທະຫານ 8 ຄົນ ແລະ
ຕຳຫຼວດນຳ. ລາວເວົ້າວ່າ ພວກທີ່ຖືກຈັບມີ 45 ຄົນ ໃນການສູ້
ລົບກັນໃນຕອນກາງເວັນແລະມີມາເລື້ອຍໆຈົນຮອດມື້ເຊົ້າວັນ
ເສົາວານນີ້.

ພວກຊາວເມືອງ ທີ່ມີຄວາມຢ້ານກົວໃນຫຼາຍໆຄຸ້ມຂອງນະຄອນຫຼວງດັ່ງກ່າວ ໄດ້ບອກ
ນັກຂ່າວຕາເວັນຕົກ ທີ່ໂຜ່ໂຕອອກມາຈາກບ່ອນລີ້ຊ່ອນ ວ່າເຂົາເຈົ້າເຫັນຊາກສົບຢາຍ
ໄປທົ່ວຢູ່ຕາມຖນົນ.

ພວກເຫັນເຫດການກ່າວວ່າ ຜູ້ຮັບເຄາະບາງຈຳນວນ ຖືກກຳລັງຮັກສາຄວາມປອດໄພ
ລາກແກ່ອອກມາຈາກບ້ານເຮືອນ ຂອງເຂົາເຈົ້າແລ້ວປະຫານຊິວິດ. ບາງຄົນກໍແມ່ນຖືກ ຂ້າຕາຍ ໃນເວລາຖືກມັດແຂນກັບຫຼັງໄວ້ຢູ່.

ພວກກອງທັບປະຕິເສດທີ່ຈະໃຫ້ຄວາມເຫັນໃດໆກ່ຽວກັບຂໍ້ຫາດັ່ງກ່າວ.

ການລົບເລວກັນຄັ້ງນີ້ ເຫັນວ່າຮ້າຍແຮງສຸດນັບແຕ່ການຣັຖປະຫານ ທີ່ລົ້ມແຫຼວມາແຕ່
ເດືອນພຶສພາ ລຸນຫຼັງບໍ່ທໍ່ໃດອາທິດ ຫຼັງຈາກການດຳລົງຕໍ່າແໜ່ງສອງສໄມ ແລ້ວວາງ
ແຜນວ່າ ຈະສມັກອີກຖ້າມກາງບັນຫາຂັດແຍ້ງ ຂອງປະທານາທິບໍດີ ປີແອ ​ນູຣຸນຊີຊານັ້ນ.
ພວກນັກວິເຄາະກ່າວວ່າ ໄດ້ມິຜູ້ເສັຍຊິວິດເກຶອບ 250 ຄົນນັບແຕ່ນັ້ນມາ​ ແລະ ຜູ້ຄົນ
ປະມານ 2 ຮ້ອຍພັນຄົນໄດ້ຫຼົບໜີຈາກຄວາມຮຸນແຮງໄປຍັງປະເທດໄກ້ຄຽງ.

ປະຊາຊົນພົນລະເມືອງ ພາກັນເບິ່ງຊາກສົບ ຂອງຊາຍເຄາະຮ້າຍ ຖືກຂ້າຕາຍ ຢູ່ທີ່ ເມືອງ Cibitoke ໃນ ນະຄອນຫຼວງຂອງບູຣຸນດີ ບູຈຳບູຣາ, ັວນທີ 9 ທັນວາ 2015.
ປະຊາຊົນພົນລະເມືອງ ພາກັນເບິ່ງຊາກສົບ ຂອງຊາຍເຄາະຮ້າຍ ຖືກຂ້າຕາຍ ຢູ່ທີ່ ເມືອງ Cibitoke ໃນ ນະຄອນຫຼວງຂອງບູຣຸນດີ ບູຈຳບູຣາ, ັວນທີ 9 ທັນວາ 2015.

Bodies Found in Burundi Capital's Streets
please wait

No media source currently available

0:00 0:00:49 0:00

XS
SM
MD
LG