ກອງກຳລັງມຽນມາ ໄດ້ກ່າວໃນວັນພະຫັດມື້ນີ້ວ່າ ພວກກູ້ໄພ ໄດ້ພົບເຫັນ 10 ສົບ
ແລະຊາກຫັກພັງຂອງເຮືອບິນ ທີ່ເຊື່ອວ່າ ເປັນເຮືອບິນທະຫານ ທີ່ໄດ້ຫາຍສາບສູນໄປ
ໃນວັນພຸດວານນີ້ ທີ່ບັນຈຸຜູ້ໂດຍສານທັງໝົດ 122 ຄົນນັ້ນ.
ຖະແຫຼງການສະບັບນຶ່ງ ໄດ້ລະບຸວ່າ ບັນດາສົບທັງຫຼາຍນັ້ນ ແມ່ນຮວມທັງ ຜູ້ໃຫຍ່
6 ຄົນ ແລະພວກເດັກນ້ອຍ 4 ຄົນ ຍັງມີຫີບເດີນທາງ ເສື້ອຊູຊີບ ແລະກົງລໍ້ຂອງ
ເຮືອບິນ ທີ່ໄດ້ຖືກພົບເຫັນໃນນ້ຳ ປະມານ 35 ກິໂລແມັຕ ຈາກເມືອງ Launglon
ທາງພາກໃຕ້ຂອງປະເທດ.
ໃນວັນພະຫັດມື້ນີ້ ກໍ່າປັ່ນ 9 ລຳ ແລະຝູງເຮືອບິນ ແລະເຮລິຄົບເຕີ ໄດ້ຖືກສັ່ງອອກ
ໄປລາດຕະເວນຊອກຫາເຮືອບິນ Y-8-200F ທີ່ຈີນສ້າງ ທີ່ມຽນມາ ໄດ້ຊື້ ໃນເດືອນ
ມີນາປີກາຍນີ້ ແລະທາງທະຫານ ໄດ້ກ່າວວ່າ ມີອາຍຸການບິນພຽງແຕ່ 809 ຊົ່ວໂມງ
ເທົ່ານັ້ນ.
ເຮືອບິນລຳດັ່ງກ່າວ ໄດ້ລຳລຽງ ສ່ວນໃຫຍ່ແມ່ນພວກສະມາຊິກຄອບຄົວຂອງບັນດາ
ເຈົ້າໜ້າທີ່ທະຫານ ທີ່ເດີນທາງຈາກເມືອງ Myeik ທີ່ຮູ້ຈັກກັນອີກຊື່ນຶ່ງວ່າ Mergui
ໃນພາກຕາເວັນອອກສຽງໃຕ້ ຂອງຝັ່ງທະເລອັນດາມັນ. ການໂດຍສານສ່ວນໃຫຍ່
ແມ່ນຈະເດີນທາງໄປຍັງນະຄອນຢາງກຸງ ທີ່ເປັນເມືອງໃຫຍ່ສຸດຂອງປະເທດ ທີ່ບິນ
ຂ້າມທະເລອັນດາມັນ.
ພັນເອກ Kyaw Zeya ລັດຖະມົນຕີຮັກສາຄວາມປອດໄພ ແລະຊາຍແດນ Tanin-
tharyi ໄດ້ບອກ VOA ພະແນກພາສາມຽນມາ ວ່າ “ພວກເຮົາ ໄດ້ພົບເຫັນຊາກຫັກ
ພັງຢູ່ອ່າວ Horseshoe,” ຊຶ່ງຄະນະພວກເພິ່ນ ໄດ້ໄປຮອດຂົງເຂດດັ່ງກ່າວ ທັນທີ
ທີ່ເຈົ້າໜ້າທີ່ທ້ອງຖິ່ນ ໄດ້ຮູ້ເລື່ອງສະຖານທີ່ເກີດເຫດ.
ທ່ານກ່າວເພີ່ມຕື່ມໄວ້ວ່າ “ພວກກູ້ໄພຂອງພວກເຮົາ ທີ່ຮວມທັງເຈົ້າໜ້າທີ່ຕຳຫຼວດ
ພະນັກງານດັບເພີງ ແລະພວກອາສາສະມັກໃນ ທ້ອງຖິ່ນ ພ້ອມທັງປະຖົມພະຍາ
ບານ ແລະຄະນະແພດສຸກເສີນ ໄດ້ຕຽມພ້ອມເຮັດເປັນໂຮງໝໍ ຢູ່ໃກ້ໆກັບຫາດຊາຍ
ທີ່ຈະຮັກສາພະຍາບານພວກທີ່ອາດລອດຊີວິດມາໄດ້,”