ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Bob Dylan ໄດ້ໄຊຊະນະ ລາງວັນໂນແບລ ສາຂາວັນນະຄະດີ


ພາບບັນທຶກ ທ່ານ Bob Dylan ສະແດງຄອນເຊີດ ຢູ່ນະຄອນ Los Angeles.
ພາບບັນທຶກ ທ່ານ Bob Dylan ສະແດງຄອນເຊີດ ຢູ່ນະຄອນ Los Angeles.

ນັກ​ດົນຕີ​ທີ່​ມີ​ຊື່​ສຽງ​ອາ​ເມຣິກັນ ທ່ານ Bob Dylan ​ໄດ້​ຊະນະ​ລາງວັນ Nobel ​ສາຂາວັນ ນະ​ຄະດີ​ ທ່ານ​ເປັ​ນນັກ​ຂຽນ​ເພງ​ຄົນ​ທຳ​ອິດ ທີ່​ໄດ້​ຮັບ​ລາງວັນກຽດຕິຍົດດັ່ງກ່າວ.

ສະ​ຖາ​ບັນການສຶກສາ​ສະ​ວີດິສ ​ເຊິ່ງເປັນຜູ້​ຕັດສິນ​ ກ່ຽວກັບ ຜູ້​ທີ່ຈະ​ໄດ້​ໄຊຊະນະ​ລາງ Nobel ສາຂາ​ວັນນະຄະດີ. ໃນກ່າວໃນ​ວັນ​ພະຫັດ​ວານ​ນີ້ວ່າ​ ທ່ານ Dylan ​ໄດ້​ຖືກໃຫ້​ກຽດ ຮັບລາງວັນ “ສຳລັບການ​ຂຽນ​ກາບກອນ​ລະບາຍ​ເຖິງ​ຄວາມ​ຍິງ​ໃຫຍ່​ປະ​ເພີ​ນີ​ເພງ​ອາ​ເມ ຣິກັນ.”

ຝູງ​ຊົນ​ຜູ້​ທີ່​ໄດ້​ເຕົ້າ​ໂຮມ​ກັນ ສຳລັບການ​ປະກາດ​ຢູ່​ທີ່​ນະຄອນ Stockholm ​ເຊິ່ງເປັນເມືອງ​ເກົ່າ​ແກ່​ຂອງ Sweden ​ໄດ້ສະແດງ​ປະຕິກິລິຍາດ້ວຍການ​ຮ້ອງ​ໂຮ​ຢ່າງ​ຝົດ​ຟື້ນ ​ເວລາ​ຊື່​ຂອງ​ທ່ານ Dylan ​ໄດ້​ປະກາດ​ອອກ​ມາ.

Bob Dylan Performs Blowin In The Wind
please wait

No media source currently available

0:00 0:01:05 0:00

ທ່ານ​ໄດ້​ຖືກ​ເວົ້າ​ເຖິງ​ການ​ທີ່​ອາດ​ເປັນ​ໄປ​ໄດ້ ທີ່​ຈະ​ເປັນ​ຜູ້​ຊະນະ​ລາງວັນ Nobel ​ໃນ​ຫລາຍ​ປີຜ່າ​ນມາ ​ແຕ່​ບໍ່​ໄດ້​ເຫັນ​ວ່າ​ເປັ​ນຄູ່​ແຂ່ງ​ຂັນ​ທີ່​ແນ່ນອນ.

ທ່ານ Dylan ​ເປັນ​ຊາວ​ອາ​ເມຣິກັນ​ຄົນ​ທຳ​ອິດ​ທີ່​ໄດ້​ໄຊຊະນະ​ລາງວັນ Nobel ວັນນະຄະດີ ນັບ​ແຕ່​ທ່ານ Toni Morrison ​ໃນ​ປີ 1993.

ທ່ານ Dylan ນັກ​ຮ້ອງ ​ແລະ​ນັກ​ຂຽນ​ເພງອາຍຸ 75 ປີ ​ເກີດ​ມາ​ມີ​ຊື່ວ່າ Robert Allen Zimmerman ​ໄດ້​ເລີ້ມວິຊາ​ອາຊີບ​ການ​ຫລິ້ນ​ດົນຕີ​ໃນ​ປີ 1959 ​ໂດຍ​ການສະ​ແດງ​ຢູ່​ທີ່​ຮ້ານ​ຂາຍກາ​ເຟຢູ່​ພາກ​ກາງທິດຕາ​ເວັນ​ຕົກ​ຂອງ​ລັດ Minnesota.

Bob Dylan’s Nobel Prize in Literature Surprises Even Fans
please wait

No media source currently available

0:00 0:02:22 0:00

ທ່ານ Dylan ​ເກີດ​ຢູ່​ເມືອງ Duluth ລັດ Minnesota ​ໃນ​ວັນ​ທີ 24 ​ເດືອນ​ພຶດສະພາ ປີ 1941 ​ແລະ​ເຕີບ​ໃຫຍ່​ຢູ່​ໃນ​ຄອບຄົວ​ຖານະ​ປານ​ກາງຂອງ​ຊາວ ​ຍີ​ວ. ທ່ານໄດ້​ສອນ​ຕົນ​ເອງ​ຫລິ້ນ​ກິ​ຕາ ຮາ​ໂມ​ນິກາ ​ແລະ​ປີ​ອາ​ໂນ.

​ເພງ​ທີ່​ມີ​ຊື່​ງສຽງ​ຂອງ​ທ່ານ Dylan ມາ​ຈາກຊຸມ​ປີ 1960 ຄື​ດັ່ງ​ເພງ Blow in the Wind ​ໄດ້​ກາຍ​ມາ​ເປັນ​ເພງ​ປະຈຳ​ຊາດ ​ໃນ​ການ​ຕ້ານສົງຄາມ​ຫວຽດນາມ ​ແລະ​ການ​ເຄື່ອນ​ໄຫວ​ສິດທິມະນຸດ. ທ່ານ​ຍັງ​ໄດ້​ຮັບ​ລາງວັນ Pulitizer ​ໃນ​ປີ 2008 ​ໃນ​ການ​ມອບໝາຍ​ຂອງ​ທ່ານ​ຕໍ່ດົນຕີ ​ແລະ​ປະ​ເພນີ​ຊາວ​ອາ​ເມຣິກັນ.

ຮູບພາບບັນດາຜຸ້ໄດ້ຮັບລາງວັນ ໂນແບລ ໃນຂະແໜງຕ່າງໆ

ເພງ​ເກົ່າ​ຂອງ​ທ່ານ ປີ ​1965 “Like a Rolling Stone” ​ໄດ້​ຖືກ​ຂະໜານ​ນາມ​ວ່າ​ເປັນ​ເພງ​ໂດ​ງດັງ​ຕະຫລອດ​ຈາກ​ນິ​ຕິ​ຍະ​ສານ Rolling Stone ທີ່ ​ກ່າ​ວວ່າ “ບໍ່​ມີ​ເພງ​ສະ​ໄໝ​ໃໝ່​ໃດໆ​ທີ່​ທ້າ​ທາຍ ​ແລະ​ປ່ຽນ​ແປງ​ກົດໝາຍ​ການ​ຄ້າ ​ແລະ​ການ​ຜະລິດ​ຄິດ​ສ້າງ​ສິນລະປະ​ຂອງເວລາ ທີ່​ມີ​ຕະຫລອດ​ມາ.”

ທ່ານ Dylan ​ຈະໄດ້ຮັບ​ເງິນ​ 906,000 ທີ່​ເປັນລາງວັນ​ວັນນະຄະດີ. ມີ​ຜູ້​ໄດ້​ຮັ​ບ ລາງວັນ​ Nobel laureates ທັງ​ໝົດ​ຫົກ​ຄົນ ​ແຕ່ລະຄົນ​ຈະ​ໄດ້​ຮັບ​ຫລຽນ​ຄຳ ​ແລະ​ໃບ​ປະກາດ​ສະສີ​ຍະ​ບັດ ຢູ່​ໃນ​ພິທີ​ອັນ​ມີ​ກຽດ​ທີ່​ນະຄອນ Stockholm ​ໃນ​ວັນ​ທີ 10 ​ເດືອນ​ທັນວາ​ຈະ​ມາ​ເຖິງ​ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Dylan Novel Reaction
please wait
Embed

No media source currently available

0:00 0:01:48 0:00

XS
SM
MD
LG