ທ່ານຜູ້ຟັງທີ່ເຄົາລົບໃນລາຍການຊີວິດຊາວລາວຂອງວີໂອເອ ແລງ ມື້ນີ້ພວກເຮົາ
ຈະພາທ່ານໄປຟັງປະຫວັດຄວາມເປັນມາ ແລະເລື່ອງລາວຂອງງານບຸນຊ່ວງເຮືອ
ປະຈໍາປີ ຄັ້ງທີ 4 ຢູ່ໃນເມືອງ Lorton, ລັດເວີຈີເນຍ, ທີ່ຫາກໍ່ຈັດຂຶ້ນໃນວັນອາທິດ ທີ
10 ກັນຍາຜ່ານມານີ້ ໂດຍປະຊາຄົມລາວໃນເຂດວໍຊິງຕັນດີຊີ ຊຶ່ງໄດ້ດຶງດູດເອົາຜູ້ ຄົນຈາກທັງໃກ້ແລະໄກໃຫ້ໄປເບິ່ງໄປຊົມຫລາຍເຖິງ 400 ປາຍຄົນ ແລະມີຄະນະສີ
ພາຍຫລາຍເຖິງ 23 ຄະນະເຂົ້າໄປແຂ່ງຂັນ ຊຶ່ງໃນນັ້ນມີທັງສີພາຍຍິງ 4 ຄະນະ. ບັນ ຍາກາດໃນງານບຸນຊ່ວງເຮືອປີນີ້ ຈະຄຶກຄື້ນຫລືເປັນຢ່າງໃດນັ້ນ ບົວສະຫວັນ ຈະນໍາ
ລາຍ ລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນຄໍ່າຄືນນີ້ພວກເຮົາຢາກໃຫ້ທ່ານຟັງເລື່ອງງານບຸນ
ຊ່ວງເຮືອຊຶ່ງຈັດຂຶ້ນໃນສວນສາທາລະນະ Pohick Regional Park, ໃນເມືອງ Lorton, ລັດເວີຈີເນຍ ຊຶ່ງທາງທີມງານຂອງວີໂອເອ ກໍໄດ້ໄປປະກອບສ່ວນເຂົ້າໃນການຊ່ວງເຮືອ ແລະ ຖ່າຍທອດສົດໃນງານບຸນດັ່ງກ່າວ.
ດັ່ງທ່ານຜູ້ຟັງຄົງໄດ້ຮູ້ກັນດີແລ້ວວ່າ ຊາວລາວມີຮີດຄອງປະເພນີອັນດີງາມທີ່ສືບສານ
ກັນມາແຕ່ດຶກດໍາບັນ ແລະບຸນຊ່ວງເຮືອກໍເປັນງານບຸນປະເພນີສໍາຄັນອັນໜຶ່ງ ທີ່ຈັດ
ຂຶ້ນທຸກໆ ປີຢູ່ນະຄອນຫລວງວຽງຈັນຊຶ່ງບ້ານຕ່າງໆ ພາກັນເອົາເຮືອມາພາຍເສັງກັນ
ຢູ່ໃນແມ່ນໍ້າຂອງ ຫລັງຈາກອອກພັນສາແລ້ວ. ຄ້າຍໆກັນນີ້ ຊາວລາວບໍ່ວ່າຈະຕົກຢູ່
ແຫ່ງຫົນໃດ ກໍບໍ່ລືມຮີດຄອງປະເພນີອັນດີງາມ ແລະບໍ່ລືມບ້ານເກີດເມືອງ. ສະນັ້ນ ພາຍໃຕ້ການນໍາພາຂອງຄະນະສົງ ແລະຄະນະອຸປະຖໍາວັດລາວເວີຈີເນຍ ປະຊາຄົມ
ລາວໃນເຂດວໍຊິງຕັນດີຊີ ຊຶ່ງລວມມີລັດເວີຈີເນຍ, ມາຣີແລນ ແລະນະຄອນຫລວງວໍຊິງ
ຕັນ ຈຶ່ງໄດ້ຈັດງານບຸນຊ່ວງເຮືອຂຶ້ນທຸກໆປີ ນັບແຕ່ປີ 2014 ເປັນຕົ້ນມາ. ແລະບຸນຊ່ວງ
ເຮືອປີທີ 4 ໄດ້ຈັດຂຶ້ນໃນຕອນບ່າຍໜຶ່ງໂມງຕາມເວລາໃນທ້ອງຖິ່ນເຂດວໍຊິງຕັນດີຊີ
ພາຍຫລັງພິທີຕັກບາດ ແລະຟັງເທດສະໜາຕາມປະເພນີຂອງລາວໃນຕອນເຊົ້າ
ແລະ ຈົບລົງເວລາ 5 ໂມງແລງໃນວັນອາທິດ ທີ 10 ກັນຍາ ທີ່ຫາກໍ່ຜ່ານມານີ້.
ທ່ານນາງ ສຸດສະດາອິນສີຊຽງໃໝ່ຊຶ່ງຕາງໜ້າໃຫ້ຄະນະກໍາມະການຈັດງານບຸນຊ່ວງເຮືອ ທັງໝົດ 11 ທ່ານ ໄດ້ກ່າວເຖິງຈຸດປະສົງຂອງງານບຸນນີ້ວ່າ:
ບຸນຊ່ວງເຮືອປີທີ 4 ນີ້ມີລັກສະນະພິເສດຫລາຍຢ່າງ ໂດຍສະເພາະກໍຄືການມີຄະນະສີພາຍເຂົ້າ ໄປຊ່ວງເຮືອ ແລະປະກອບສ່ວນໃຫ້ທຶນອຸປະຖໍາງານນີ້ຫລາຍຂຶ້ນ ຈຶ່ງເຮັດໃຫ້ຄະນະຈັດງານສາ
ມາດມີເຮືອຂອງຕົນເອງຈໍານວນ 4 ລໍາ ໄວ້ໃຫ້ຄະນະສີພາຍໃຊ້ເຂົ້າໃນການພາຍແຂ່ງຂັນກັນ ແລະແຕ່ລະລໍາສາມາດບັນຈຸສີພາຍໄດ້ 6 ຄົນ ຊຶ່ງມັນແຕກຕ່າງຈາກງານບຸນຊ່ວງເຮືອໃນປີ ກ່ອນໆ ທີ່ຄະນະຈັດງານຕ້ອງໄດ້ໄປເຊົ່າເຮືອ
ນ້ອຍຄະນູ (Canoe) ທີ່ສາມາດບັນຈຸສີພາຍໄດ້ແຕ່ພຽງ 3 ຫລື 4 ຄົນ ເທົ່ານັ້ນ, ດັ່ງທີ່ຍານາງບຸນ
ຈັນ ເສນທະວົງ, ຄະນະກໍາມະການຈັດງານຜູ້ໜຶ່ງເວົ້າໃຫ້ຟັງວ່າ:
ພ້ອມກັນນັ້ນ ທ່ານ ບຸນ ຄໍາມະນີວັນ ຈາກລັດເວີຈີເນຍ ແລະເປັນເຈົ້າຂອງຮ້ານອາຫານ
ຕິບເຂົ້າ ໃນນະຄອນຫລວງວໍຊິງຕັນ ຊຶ່ງເຄີຍໄດ້ເຂົ້າຮ່ວມງານບຸນຊ່ວງເຮືອທີ່ຈັດຢູ່ແຫ່ງ
ນີ້ທຸກໆຄັ້ງ ກໍເວົ້າເປັນສຽງດຽວກັນກັບຄະນະກໍາມະການຈັດງານວ່າ ບຸນຊ່ວງເຮືອປີນີ້
ຄຶກຄື້ນກວ່າປີກ່ອນໆ ຊຶ່ງທ່ານກ່າວດັ່ງນີ້:
ຄະນະໜຶ່ງໃນຈໍານວນພີ່ນ້ອງຊາວລາວທີ່ມາຈາກຕ່າງລັດ ກໍຄືຄະນະສີພາຍ ແລະຄະ
ນະກໍາມະການວັດທີ່ມາຈາກເມືອງ Akron, ລັດ Ohio ທີ່ມີຈຸດປະສົງຢາກສົ່ງເສີມ ແລະຮັກສາ
ຮີດຄອງປະເພນີລາວໄວ້ ຈຶ່ງໄດ້ມາທັງປະກອບ
ສ່ວນເຂົ້າເປັນສີພາຍແຂ່ງເຮືອ ແລະຖອດຖອນ
ບົດຮຽນໃນການຈັດງານດັ່ງກ່າວນີ້ອີກດ້ວຍ ດັ່ງທີ່ທ່ານຄໍາໄຫວ ຄໍາພຸດທະປັນໂຍ ແລະທ່ານຄໍາຫວັງ ສອງອ້າຍນ້ອງທີ່ເປັນຄະນະກໍມະການວັດລາວ Akron ແລະກໍເປັນສີພາຍສອງຄົນຂອງເຮືອ
ລໍາໜຶ່ງທີ່ເຂົ້າຮ່ວມແຂ່ງຂັນໃນນາມເຮືອແລກປ່ຽນ ໄດ້ເວົ້າເຖິງຈຸດປະສົງໃນການມາຮ່ວມງານວ່າ:
ແລະທ່ານຄໍາຫວັງກໍເວົ້າເປັນສຽງດຽວດກັບທ່ານຄໍາໄຫວ ເຖິງຈຸດປະສົງໃນການມາຮ່ວມ
ງານວ່າ:
ເຖິງແມ່ນວ່າສ່ວນໃຫຍ່ຜູ້ໄປຊົມງານນີ້ ແມ່ນຊາວລາວໃນທ້ອງຖິ່ນເຂດວໍຊິງຕັນດີຊີ ແຕ່
ກໍມີຫລາຍຄົນທີ່ມາຈາກຫລາຍໆລັດອ້ອມແອ້ມເຂດດັ່ງກ່າວ ຊຶ່ງລວມມີບັນດາລັດໃນເຂດ
ຕາເວັນອອກສຽງເໜືອ ແລະເຂດຕາເວັນອອກສຽງໃຕ້ຂອງສະຫະລັດ ເຊັ່ນລັດ North
Carolina, New Jersey, Pennsylvania, Florida, ແລະ Massachusetts ຊຶ່ງຍາ
ນາງຄູນ ສີລິ ໜຶ່ງໃນຈໍານວນຄົນທີ່ມາຈາກຕ່າງລັດເວົ້າກັບວີໂອເອວ່າ:
ງານບຸນຊ່ວງເຮືອຄັ້ງທີ 4 ທີ່ລັດເວີຈີເນຍຄັ້ງນີ້ ເປັນໄປດ້ວຍຄວາມຄຶກຄື້ນ ຊຶ່ງເລີ້ມຕົ້ນ ແລະຈົບລົງດ້ວຍຄວາມມ່ວນຊື່ນ. ເຮືອຊະນະເລີດຝ່າຍຊາຍໄດ້ແກ່ ເຮືອຂອງຄະນະນາຍຊ່າງແປງອາຍອຸ່ນ ແລະອາຍເຢັນ Montebello ຊຶ່ງມາຈາກເມືອງອາເລັກຊັນເດຣຍ, ລັດເວີຈີເນຍ, ເຮືອທີ່ໄດ້ທີ 2 ແມ່ນເຮືອຂອງຄະນະວັດລາວພຸດທະວົງ, ລັດເວີຈີເນຍ, ແລະທີ 3 ໄດ້ແກ່ຄະນະລາວເທັນນິສ ຊຶ່ງກໍມາຈາກລັດເວີຈີເນຍເຊັ່ນກັນ. ສ່ວນເຮືອຊະນະເລີດຝ່າຍຍິງໄດ້ແກ່ຄະນະ Beautiful Nails ຈາກລັດເວີຈີເນຍ, ທີ 2 ມາກໍໄດ້ແກ່ຄະນະຍິງໜຸ່ມ Baltimore, ຈາກລັດເມຣີແລນ, ແລະທີ 3 ໄດ້ແກ່ຄະນະ Diamond Nails, ຊຶ່ງມາຈາກລັດເມຣີແລນເຊັ່ນກັນ. ງານບຸນນີ້ຊ່ວຍດຶງດູດເອົາພີ່ນ້ອງຊາວລາວທັງຢູ່ໃກ້ ແລະໄກໃຫ້ມາພົບພໍ້ກັນ ແລະຮັກສາໄວ້ຊຶ່ງຮີດຄອງປະເພນີອັນດີງາມຂອງລາວ ຊຶ່ງລວມທັງຄວາມມີໄມຕີຈິດ ມິດຕະພາບ, ມີນໍ້າໃຈເອື້ອເຟື້ອເພື່ອແຜ່ຊຶ່ງກັນແລະກັນ, ຮັກແພງ ແລະສາມັກຄີກັນ.
ເບິ່ງຄວາມເຫັນ (6)
ໂຫລດຄວາມເຫັນ ຕື່ມອີກ