ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

19 ຄົນ ເສຍຊີວິດ ໃນອຸບັດເຫດ ເຮືອຂວ້ຳ ທີ່ຢູການດາ (ວີດີໂອ )


Ugandaaccident24mar14
please wait
Embed

No media source currently available

0:00 0:00:08 0:00

ເບິ່ງວີດີໂອ ເລື້ອງນີ້.

ຕຳຫຼວດ​ຢູ​ການ​ດາ ກ່າວ​ວ່າ ຢ່າງ​ໜ້ອຍ​ປະຊາຊົນ 19 ຄົນ
ສ່ວນ​ຫຼາຍ​ແມ່ນ​ພວກ​ເດັກນ້ອຍ ​ໄດ້​ເສຍ​ຊີວິດ​ໃນ​ອຸບັດ​ເຫດ​
ເຮືອ​ຂວ້ຳ​ຢູ່​ໃນ​ທະ​ເລ​ສາບ Albert ຊຶ່ງ​ຕັ້ງ​ຢູ່​ເລາະ​ຕາມ​ຊາຍ​
ແດນ ​ລະຫວ່າງ​ຢູ​ການ​ດາ​ແລະ​ຄອງ​ໂກ​ນັ້ນ.

ຕຳຫຼວດກ່າວ​ວ່າ ​ເຮືອ​ລຳ​ນີ້ບັນທຸກ ​ພວກ​ອົບ​ພະຍົບຄອງ​ໂກ
96 ຄົນ​ ເວລາ​ມັນ​ເກີດ​ອຸບັດ​ເຫດ​ຂວ້ຳ​ ​ເມື່ອ​ວັນ​ເສົາ​ຜ່ານ​ມາ​ນີ້.
ຢ່າງ​ໜ້ອຍ​ 45 ຄົນ​ໄດ້​ຖືກ​ຊ່ອຍ​ຊີວິດ​ໄວ້​ໄດ້ ​ແລະ​ເວລາ​ນີ້​ ການ​
ຊອກ​ຄົ້ນ​ຍັງ​ດຳ​ເນີນ​ຕໍ່​ໄປ ​ເພື່ອ​ຊອກ​ຫາ​ພວກ​ຜູ້​ຊາຍ ​ຜູ້ຍິງ​ແລະ
​ເດັກນ້ອຍ ອີກ 32 ຄົນ ທີ່​ຍັງ​ຫາຍ​ສາບ​ສູນນັ້ນ.

ອຸບັດ​ເຫດ​ເຮືອ​ຂວ້ຳແມ່ນ​ເກີດ​ຂຶ້ນ​ເປັນ​ປະຈຳ​ ຢູ່​ໃນ​ທະ​ເລ​ສາບ​ແຫ່ງ​ຕ່າງໆ​ຂອງ​ຢູ​ການ
​ດາ ​ໃນ​ຂະນະ​ທີ່​ພວກບໍລິການການ​ຂົນ​ສົ່ງ​ ສວາຍ​ປະ​ໂຫຍ​ດຈາກການ​ກວດກາ​ ທີ່​ບໍ່​ເຄັ່ງ​
ຄັດ ​ບັນຈຸ​ພວກ​ຄົນ​ໂດຍສານ​ໃສ່ເຮືອ​ເກີນ​ກຳນົດນ້ຳໜັກ ​ທີ່​ເຮືອ​ຈະ​ສາມາດ​ບັນທຸກ​ໄດ້
ຢ່າງ​ປອດ​ໄພ.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເຮືອ​ລຳ​ນັ້ນ​ຂໍ້​ວາ ກໍ​ຍ້ອນ​ບັນທຸກ​ຄົນ​ໂດ​ຍສານ​ເກີນ​ອັດຕາ.
XS
SM
MD
LG