ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໘ ມິຖຸນາ ໒໐໒໓

ກຳມະການ ບໍລິຫານ ຂອງບໍລິສັດ 1 MDB ລາອອກ ຫຼັງຈາກການລາຍງານຂອງສະພາ


ສັນຍາລັກຂອງບໍລິສັດ 1MDB (1 Malaysia Development Berhad) ເຫັນຢູ່ຕິດກັບຕຶກແຝດ Petronas ນະຄອນຫຼວງ ກົວລາລຳເປີ, ມາເລເຊຍ.

ຄະນະກຳມະການຂອງສະພາແຫ່ງຊາດ ມາເລເຊຍ ກຳລັງຮຽກຮ້ອງໃຫ້ມີການສືບສວນ ສອບສວນ ອະດີດຫົວໜ້າບໍລິສັດການລົງທຶນຂອງລັດຖະບານທີ່ມີບັນຫາ ໃນການຖືກ ກ່າວຫາ ກ່ຽວກັບ ການບໍລິຫານດ້ານການເງິນໃນທາງທີ່ຜິດ.

ຄະນະກຳມະການກວດ​ສອບ​ງົບປະມານ​ຂອງ​ສະພາ ໄດ້ເປີດເຜີຍບົດລາຍງານທີ່ມີ 106 ໜ້າໃນວັນພະຫັດມື້ນີ້ ໂດຍກ່າວຫາການບໍລິຫານຂອງບໍລິສັດ Berhad ພັດທະນາ ມາເລ ເຊຍ 1 ຫຼື 1MDB ໃນການສູນເສຍເງິນຫຼາຍເຖິງ 12 ຕື້ໂດລາໃນລະຫວ່າງປີ 2009 ຫາ 2013 ຜ່ານການໂອນເງິນທີ່ມີຄວາມຊັບຊ້ອນໄປຕ່າງປະເທດຫຼາຍຄັ້ງ. ຄະນະກຳມະການ ກ່າວວ່າ ອະດີດເຈົ້າໜ້າທີ່ຜູ້ບໍລິຫານລະດັບສູງ ທ່ານ Shahrol Azral Ibrahim ຄວນ ເປັນຜູ້ຮັບຜິດຊອບສຳລັບ ຕໍ່ສິ່ງທີ່ພວກເຂົາເຈົ້າກ່າວວ່າ “ຂໍ້ຈຳກັດ ແລະ ຂໍ້ຂາດ​ຕົກ​ບົກ​ຜ່ອງ” ໃນການບໍລິຫານງານຕ່າງໆຂອງບໍລິສັດ 1MDB.

ບັນດາຄະນະກຳມະກວດສອບ​ງົບປະມານ ຍັງໄດ້ຮຽກຮ້ອງໃຫ້ຄະນະທີ່ປຶກສາຂອງກອງ ທຶນ, ທີ່ເປັນປະທານໂດຍນາຍົກລັດຖະມົນຕີ ທ່ານ Najib Razak ຖືກຍຸບ.

ສອງສາມຊົ່ວໂມງຫຼັງຈາກບົດລາຍງານຂອງຄະນະກຳມະການໄດ້ຖືກເປີດເຜີຍອອກມາ, ບັນດາຄະນະກຳມະການບໍລິຫານຂອງບໍລິສັດ 1 MDB ໄດ້ລວມກັນສະເໜີ​ໃບລາອອກຕໍ່ ກະຊວງການເງິນ. ຄະນະກຳມະການໄດ້ອອກຖະແຫຼງການສະບັບໜຶ່ງກ່າວວ່າ ການຕັດ ສິນໃຈແມ່ນຄວາມຕັ້ງໃຈທີ່ຈະ “ອຳນວຍຄວາມສະດວກໃຫ້ແກ່ການຕິດຕາມທຸກໆການ ສືບສວນສອບສວນ ຕາມການສະເໜີແນະໂດຍຄະນະກຳມະການກວດ​ສອບ​ງົບປະ ມານນັ້ນ.”

ກອງທຶນ ​ເຊິ່ງຕັ້ງຂຶ້ນມາ ເພື່ອຊ່ວຍເຫຼືອໃນໂຄງການພັດທະນາຕ່າງໆຂອງ ມາເລເຊຍ, ນັບຕັ້ງແຕ່ໄດ້ຖືກສ້າງຕັ້ງຂຶ້ນ ພວກເຂົາເຈົ້າໄດ້ຂາຍ ຊັບສິນຂອງທາງ​ກອງ​ທຶນເປັນຈຳ ນວນຫຼວງຫຼາຍ ໃນຄວາມພະຍາຍາມທີ່ຈະຫຼຸດຜ່ອນໜີ້ສິນຂອງຕົນ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG