ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຈີນຈະພິຈາລະນາ ຄະດີ ສໍ້ລາດບັງຫລວງ ຂອງທ່ານ Bo Xilai ໃນໄວໆນີ້ (ວີດິໂອ)


ທ່ານ Bo Xilai ນັກການເມືອງງຈີນ ໄດ້ຖືກກໍານົດໃຫ້
ເລີ້ມຕົ້ນຂຶ້ນໃນວັນພະຫັດຈະມາເຖິງນີ້.
ທ່ານ Bo Xilai ນັກການເມືອງງຈີນ ໄດ້ຖືກກໍານົດໃຫ້ ເລີ້ມຕົ້ນຂຶ້ນໃນວັນພະຫັດຈະມາເຖິງນີ້.
ສື່ມວນຊົນຈີນເວົ້າວ່າ ການພິຈາລະນາຄະດີສໍ້ລາດບັງຫລວງ
ຂອງທ່ານ Bo Xilai ນັກການເມືອງງຈີນ ໄດ້ຖືກກໍານົດໃຫ້
ເລີ້ມຕົ້ນຂຶ້ນໃນວັນພະຫັດຈະມາເຖິງນີ້.

ອົງການຂ່າວຊິນຫົວເວົ້າວ່າ ການໄຕ່ສວນຄະດີຂອງທ່ານ Bo
ຢູ່ເມືອງຫລວງ Jinan ຂອງແຂວງ Shangdong ຖືວ່າເປັນ
ການທົດສອບການປຸກລະດົມ ຕ້ານການສໍ້ລາດບັງຫລວງຂອງປະທານປະເທດ Xi Jinping ທີ່ຈະປາບປາມການໃຫ້ສິນບົນນັ້ນ.

ທ່ານ Bo ຍັງໄດ້ຖືກກ່າວຫາອີກວ່າຮັບເອົາສິນບົນ ແລະໃຊ້ອໍານາດໄປໃນທາງຜິດ.

ພວກນັກສັງເກດການທາງການເມືອງຄາດວ່າ ທ່ານ Bo ຈະຖືກຕັດສິນວ່າ ມີຄວາມ
ຜິດເພາະວ່າໄອຍະການສານ ແລະຜູ້ພິພາກສາແມ່ນຖືກຄວບຄຸມ ໂດຍພັກຄອມມີວນິສ.

ພັນລະຍາຂອງທ່ານ ແລະຫົວໜ້າຕໍາຫລວດ ໄດ້ຮັບໂທດຈໍາຄຸກແລ້ວ ຍ້ອນບົດບາດ
ຂອງເຂົາເຈົ້າ ໃນຄະດີອື້ສາວ ທີ່ພົວພັນກັບການຄາດຕະກໍາ ທ່ານ Neil Heywood
ນັກທຸລະກິດອັງກິດ ໃນປີ 2011 ໃນເມືອງ Chongqing ບ່ອນທີ່ທ່ານ Bo ເປັນຫົວ
ໜ້າພັກຄອມມີວນິສນັ້ນ.

ວີດິໂອກ່ຽວກັບ ທ່ານ Bo Xilai:

China Indicts Disgraced Politician Bo Xilai
please wait

No media source currently available

0:00 0:02:42 0:00
ລິງໂດຍກົງ

China state media say the corruption trial of senior Chinese politician Bo Xilai is scheduled to start Thursday.

Xinhua says Bo's trial in Shandong's province capital, Jinan, is considered a test of President Xi Jinping's campaign to crack down on bribery.

Bo also is charged with bribery and abuse of power. Political observers expect Bo will be found guilty because the prosecutors and judges are controlled by the ruling Communist Party.

His wife and police chief are already serving prison sentences for their roles in the scandal tied to the murder of a British businessman (Neil Heywood) in 2011 in Chongqing, where Bo led the Communist Party.
XS
SM
MD
LG