ສານຂອງຈີນແຫ່ງນຶ່ງກ່າວວ່າ ຕົນຈະປະກາດຄຳຕັດສິນໃນວັນ
ອາທິດຈະມາເຖິງນີ້ ກ່ຽວກັບຄະດີສໍ້ລາດບັງຫຼວງທີ່ມີຄວາມສຳ
ຄັນເປັນພິເສດ ຂອງອະດີດນັກການເມືອງຂັ້ນສູງ ທ່ານ Bo Xilai.
ສານປະຊາຊົນຊັ້ນກາງຂອງເມືອງ Jinan ກ່າວຢູ່ໃນລາຍງານ
ຂ່າວທາງອິນເຕີແນັດຂອງຕົນວ່າ ການຕັດສິນຈະມີຂຶ້ນໃນເວລາ
10 ໂມງຕອນເຊົ້າຂອງວັນອາທິດ ຕາມເວລາທ້ອງຖິ່ນ.
ທ່ານ Bo ອະດີດສະມາຊິກ ກໍາມະການກົມການເມືອງສູນກາງພັກ ທີ່ ຖືກດຳເນີນຄະດີ ໃນເດືອນແລ້ວນີ້ ໃນຂໍ້ຫາຮັບເງິນສິນບົນ ສໍ້ໂກງເງິນ ແລະໃຊ້ອໍານາດເຖື່ອນ.
ໃນລະຫວ່າງການດໍາເນີນຄະດີນັ້ນ ທ່ານ Bo ອາຍຸ 64 ປີ ໄດ້ຮັບຮູ້ວ່າ ໄດ້ກະທຳຄວາມຜິດຈໍານວນນຶ່ງ ແຕ່ໄດ້ປະຕິເສດຕໍ່ສ່ວນໃຫຍ່ຂອງ ການກ່າວຫາ ໂດຍໄດ້ທຳການຕໍ່ສູ້ຢ່າງແຂງຂັນແບບທີ່ບໍ່ຄາດຝັນ.
ການຕັດສິນ ແລະການລົງໂທດທີ່ມີການຄອງຄອຍຖ້າມາເປັນເວລາດົນນານນັ້ນ ຈະນໍາ
ໄປສູ່ການສີ້ນສຸດລົງຂອງການດຳເນີນຄະດີທີ່ເປັນຂ່າວ ນອງນັນທາງດ້ານການເມືອງທີ່
ມີຜູ້ຄົນຕິດຕາມຫຼາຍທີ່ສຸດຢູ່ຈີນໃນຮອບ ຫລາຍໆທົດສະວັດ.
ທ່ານ Bo ໄດ້ຖືກປົດຈາກເລຂາທິການພັກ ຂອງເມືອງ Chongquin ແລະຖືກຂັບໄລ່
ອອກຈາກກໍາມະການກົມການເມືອງສູນກາງພັກ ໃນປີແລ້ວນີ້ ຫລັງຈາກອະດີດຜູ້ບັນ
ຊາການຕໍາຫລວດຂອງເມືອງດັ່ງກ່າວໄດ້ ຫລົບໜີເຂົ້າໄປໃນກົງສຸນສະຫະລັດ ພ້ອມ
ດ້ວຍຫລັກຖານກ່ຽວກັບຄອບ ຄົວທ່ານ Bo ທີ່ມີການກ່າວຫາວ່າພົວພັນກັບການສັງ
ຫານນັກທຸລະກິດ ອັງກິດ ໃນປີ 2011.