ການດໍາເນີນຄະດີສໍ້ລາດບັງຫຼວງຂອງອະດີດສະມາຊິກ
ກົມການເມືອງສູນກາງພັກຄອມມິວນິສຈີນ ທ່ານ Bo Xilai
ໄດ້ເສັດສິ້ນລົງແລ້ວ ຫລັງຈາກທີ່ໄດ້ຮັບຟັງຄໍາໃຫ້ການ
ເປັນເວລາ 5 ມື້.
ສານປະຊາຊົນຊັ້ນກາງ ໃນເມືອງ Jinan ທາງພາກ
ຕາເວັນອອກສຽງເໜືອ ໄດ້ປະກາດໃນເວລາຫລັງທ່ຽງ
ວັນເລັກນ້ອຍໃນວັນຈັນມື້ນີ້ ວ່າການຕັດສິນຄະດີ ຈະມີ
ການປະກາດໃຫ້ຊາບ ໃນວັນເວລາທີ່ຈະມີການກໍານົດ
ນໍາພາຍຫຼັງ.
ທ່ານ Bo ຖືກກ່າວຫາວ່າ ຮັບສິນບົນຈາກນັກທຸລະກິດຊາວອັງກິດທີ່ລໍ້າລວຍຄົນນຶ່ງ
ພ້ອມກັບຍັກຍອກເງິນຂອງຫລວງ ແລະໃຊ້ອໍານາດໃນທາງທີ່ຜິດ.
ໃນຄໍາການຕໍ່ສານນັ້ນ ທ່ານ Bo ໄດ້ເອີ້ນອະດີດຜູ້ຊ່ອຍສູງສຸດຂອງທ່ານ ຄືອະດີດຫົວໜ້າ
ຕໍາຫຼວດຂອງແຂວງ Chongqing ທ່ານ Wang Lijun ວ່າເປັນຄົນຂີ້ຕ໊ວະ. ທ່ານ Wang
ໄດ້ກ່າວຕໍ່ສານວ່າ ທ່ານ Bo ໄດ້ພະຍາຍາມປິດບັງການພົວພັນຂອງພັນລະຍາທ່ານໃນການພົວພັນກັບການຄາດຕະກໍານັກທຸລະກິດອັງກິດ ໃນປີ 2011 ນັ້ນ.
ທ່ານ Bo ກ່າວວ່າ ພັນລະຍາຂອງທ່ານເປັນບ້າ ແລະຄໍາໃຫ້ການຕໍ່ສານຂອງນາງນັ້ນເປັນເລື່ອງທີ່ໜ້າຫົວ.
ທ່ານ Bo ໄດ້ຍອມຮັບວ່າ ທ່ານໄດ້ກະທໍາຄວາມຜິດພາດ ແຕ່ບໍ່ໄດ້ພົວພັນກໍາກິດຈະກໍາ ທາງອາຍາໃດໆ.
ບັນດາຜູ້ນໍາພັກຄອມມິວນີສ ໄດ້ປົດທ່ານ Bo ອອກຈາກການເປັນເລຂາທິການພັກເມືອງ
Chongqing ໃນປີກາຍນີ້ ແລະປົດທ່ານອອກຈາກກົມການເມືອງສູນກາງພັກ ຕອນທີ່ທ່ານ Wang ກ່າວຫາທ່ານ Bo ວ່າ ມີສ່ວນພົວພັນກັບຄະດິສັງຫານນັກທຸລະກິດ. ທ່ານ Bo ຍັງຖືກຟ້ອງຮ້ອງອີກວ່າ ໄດ້ລັກຂະໂມຍເງິນຂອງລັດຖະບານໄປ ຈໍານວນ 800 ພັນ
ໂດລ່າ ທີ່ອະນຸມັດໃຫ້ໂຄງການກໍ່ສ້າງ ໂຄງການນຶ່ງນັ້ນນໍາ.