ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທ່ານ Bo Xilai ປະຕິເສດ ຕໍ່ຂໍ້ຫາ ຮັບເງິນສິນບົນ ໃນການ ໃຫ້ການຕໍ່ສານ (ວີດີໂອ/ສະໄລດ໌)


ທ່ານ Bo Xilai (ກາງ) ໃນຂະນະຂຶ້ນສານດໍາເນິນຄະດີ
ທ່ານ Bo Xilai (ກາງ) ໃນຂະນະຂຶ້ນສານດໍາເນິນຄະດີ
ນັກ​ການ​ເມືອງຈີນ​ທີ່ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ ​ທ່ານ Bo Xilai
​ໄດ້​ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ ຕໍ່​ທ່ານ ​ໃນຖານ​ຮັບ​ສິນ​ບົນນັ້ນ ​ໃນ​ຄໍາ
ໃຫ້ການ​ຕໍ່​ສານ​ໃນ​ວັນ​ພະຫັດ​ມື້​ນີ້ ໃນ​ລະຫວ່າງ​ການ​ດໍາ​ເນີນຄະດີ
ທາງ​ການ​ເມືອງ ທີ່​ເປັນ​ຂ່າວ​ນອງ​ນັນ​ໂດ່​ງດັງ​ທີ່​ສຸດຂອງ​ຈີນ​ ໃນຮອບ
​ຫລາຍ​ທົດ​ສະ​ວັດ.

ທ່ານ Bo ທີ່ ກ່ອນ​ຕົກ​ເປັນ​ຂ່າວ​ນອງ​ນັນ​ນັ້ນ ​ເຊື່ອ​ກັນ​ວ່າຈະ​ໄດ້​ຂຶ້ນ
​ຄອງ​ຕໍາ​ແໜ່​ງ​ໃນ​ຄະນະພວກ ຜູ້​ນໍາ​ສູງ​ສຸດ​ຂອງ​ຈີນ ກໍາລັງ​ຖືກ​ດໍາ​ເນີນ
​ຄະດີເຊັ່ນ​ກັນ ໃນ​ຂໍ້​ຫາສໍ້​ລາດ​ບັງ​ຫຼວງ​ແລະ​ໃຊ້​ອໍານາດ​ໃນ​ທາງ​ທີ່​ຜິດ​
ທີ່​ພົວພັນ​ກັບ​ການ​ປົກ​ປິດ​ຄະດີ​ການ​ສັງຫານ​ນັກທຸລະກິດ​ຊາວ​ອັງກິດ
​ຂອງ​ພັນ​ລະ​ຍາ​ທ່ານ​ນັ້ນ.

ບັນທຶກ​ຂອງ​ສານ​ສະ​ແດງ​ວ່າ ທ່ານ Bo ​ທີ່​ເຄີຍ​ດໍາລົງ​ຕໍາ​ແໜ່​ງ​ເປັນ​ເຈົ້າ​ເມືອງ​ ​ແລະ​ຫົວໜ້າ​
ພັກ​ຄອມ​ມິ​ວນິສ ປະ​ຈໍາ​ເມືອງ Dalian ນັ້ນ ​ໄດ້​ຖອນ​ຄໍາ​ໃຫ້ການ​ຍອມຮັບສິນ​ບົນ​ຂອງ​ຕົນ​
ໃນ​ເມື່ອ​ກ່ອນ​ ​ໂດຍ​ເວົ້າ​ວ່າ ສະໝອງ​ຂອງ​ທ່ານ​ແມ່ນມືດ​ໝົດ​ໃນ​ເວລາ​ນັ້ນ ​ແລະ​ທ່ານ​ບໍ່​
ເຂົ້າ​ໃຈ​ຫຍັງ​ໝົດ ກ່ຽວ​ກັບ​ຂໍ້​ກ່າວ​ຫາ​ຕໍ່​ທ່ານ.

ການພິຈາລະນາ​ຄະດີ​ໃນ​ວັນ​ພະຫັດ​ມື້​ນີ້ ​ແມ່ນ​ເປັນ​ຄັ້ງ​ທໍາ​ອິດທີ່ທ່ານ Bo ໄວ 64 ປີ ​
ໄດ້ປະກົດ​ຕົວໃນ​ທີ່​ສາທາລະນະ ນັບ​ຕັ້ງ​ແຕ່​ທ່ານ​ຖືກ​ຈັບໃນເດືອນ​ມີນາ 2012 ນັ້ນ.

​ໂທລະພາບ​ລັດ CCTV ລາຍ​ງານ​ວ່າ ການ​ດໍາ​ເນີນ​ຄະດີ​ຢູ່ ຈີ​ໜານ ​ເມືອງ​ຫຼວງ​ຂອງ
​ແຂວ​ງ ຊານ​ຕຸ​ງ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ຈະ​ດໍາ​ເນີນ​ໄປ​ເປັນ​ເວລາ 2 ​ມື້.
​ແລະຄາດ​ວ່າ ​ຈະ​ມີ​ການ​ພິພາກສາ ໃນ​ຕົ້ນ​ເດືອນ​ກັນຍາໜ້າ​ນີ້.

CHINA BO TRIAL VO.mov
please wait
Embed

No media source currently available

0:00 0:00:45 0:00
XS
SM
MD
LG