ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີ​ໃຕ້ ຈະ​ປັບ​ໄໝ​ບໍ​ລິ​ສັດ​ລົດ BMW 9.9 ລ້ານ​ໂດ​ລາ ກ່ຽວ​ກັບ ເຄື່ອງ​ຈັກ​ບົກ​ຜ່ອງ


​ເຄື່ອງໝາຍຂອງລົດ BMW ຢູ່​ກົງ​ລົດ​ທີ່​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ​ລົດ​ຈີນ 2016 ໃນ​ນະ​ຄອນຫຼວງ ປັກ​ກິ່ງ. 29 ເມ​ສາ, 2016.
​ເຄື່ອງໝາຍຂອງລົດ BMW ຢູ່​ກົງ​ລົດ​ທີ່​ວາງ​ສະ​ແດງ​ຢູ່​ງານ​ວາງ​ສະ​ແດງ​ລົດ​ຈີນ 2016 ໃນ​ນະ​ຄອນຫຼວງ ປັກ​ກິ່ງ. 29 ເມ​ສາ, 2016.

ເກົາຫຼີ​ໃຕ້ ​ໄດ້​ກ່າວ​ໃນ​ວັນ​ຈັນ​ມື້ນີ້​ວ່າ ເຂົາ​ເຈົ້າ​ຈະ​ປັບ​ໄໝ​ບໍ​ລິ​ສັດ​ລົດ​ BMW ດ້ວຍ​ເງິນ
9 ລ້ານ 9 ແສນ ໂດລາ ແລະ ຈະຮ່າງການກ່າວຫາທາງອາຍາຕໍ່​ບໍ​ລິ​ສັດ​ຜະ​ລິດ​ລົດ
ເຢຍຣະມັນ ນັ້ນສຳລັບການເລື່ອນການຮຽກກັບຄືນ ລົດທີ່ມີເຄື່ອງຈັກບົກຜ່ອງ ທີ່ເຮັດ
ໃຫ້ມັນເກີດໄຟໄໝ້.

ກະ​ຊວ​ງ​ຂົນ​ສົ່ງ​ຂອງ ເກົາຫຼີ​ໃຕ້ ກ່າວ​ວ່າ ການ​ສືບ​ສວນ​ສອບ​ສວນ​ຂອງ​ເຂົາ​ເຈົ້າ​ໄດ້​ຄົ້ນ​
ພົບວ່າບໍລິສັດ BMW ຮູ້ ກ່ຽວກັບ ບັນຫາເຄື່ອງຈັກບົກຜ່ອງ, ແຕ່ບໍ່ໄດ້ທຳການຮຽກຄືນ
ໃນທັນທີ.

ກະ​ຊວງ​ດັ່ງ​ກ່າວ​ໄດ້​ເວົ້າ​ວ່າ ບໍ​ລິ​ສັດ BMW ຕັ້ງ​ໃຈວ່າຈະ​ພະ​ຍາ​ຍາມ​ທີ່​ຈະ​ປົກ​ປິດ​ບັນ​
ຫາທາງດ້ານເຕັກນິກຕ່າງໆ ຈາກການຫຼຸດຜ່ອນການປ່ອຍຄວັນ ໄນໂຕຣເຈັນ ອົກໄຊ
ຫຼື EGR, ແມ່ນກະທັ້ງທີ່ໄດ້ມີການລາຍງານ ກ່ຽວກັບ ໄຟໄໝ້ຫຼາຍ​ຄັ້ງ​ແລ້ວ​ໃນ​ຕົ້ນ​ປີນີ້.

ກະ​ຊວງດ່ງກ່າວ ​ໄດ້​ເວົ້າ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ “ບໍ​ລິ​ສັດ BMW ໄດ້​ປະ​ກາດ​
ກ່ອນໜ້ານີ້ວ່າ ເຂົາເຈົ້າຫາກໍຮູ້ ກ່ຽວກັບ ການເຊື່ອມໂຍງລະຫວ່າງ ເຄື່ອງທຳຄວາມ
ເຢັນ EGR ທີ່ບົກຜ່ອງ ແລະ ໄຟໄໝ້ ໃນວັນທີ 20 ກໍລະກົດປີນີ້ເທົ່ານັ້ນ. ແຕ່ພວກເຮົາ
ໄດ້ຄົ້ນພົບວ່າ ສຳນັກງານໃຫຍ່ຂອງບໍລິສັດ BMW ໃນປະເທດ ເຢຍຣະມັນ ໄດ້ຈັດຕັ້ງ
ກຸ່ມພິເສດກຸ່ມນຶ່ງຂຶ້ນມາແລ້ວ ໃນເດືອນຕຸລາ 2015 ທີ່ມີໜ້າທີ່ໃນການແກ້ໄຂບັນຫາ
EGR ນີ້.”

ບໍ​ລິ​ສັດ BMW ໃນ​ທີ່​ສຸດ​ກໍ​ໄດ້​ຈັດ​ການ​ເອີ້ນ​ຄືນ​ ລົດ​ຫຼາຍກວ່າ 170,000 ຄັນ.

ອົງ​ການ​ຂ່າວ AFP ຂອງ ຝ​ຣັ່ງ ໄດ້​ລາຍ​ງານ​ວ່າ ບ່ອນ​ຈອດ​ລົດ​ບາງ​ແຫ່ງ​ຂອງ ເກົາຫຼີ​
ໃຕ້ ໄດ້ປະຕິເສດທີ່ຈະຮັບເອົາລົດ BMW ຍ້ອນຢ້ານວ່າ ລົດຍີ່ຫໍ້ດັ່ງກ່າວຈະເກີດໄຟ
ໄໝ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG