ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທຣຳ ສັ່ງໃຫ້ ບັນດາທີ່ປຶກສາ ເກັບພາສີ ຕື່ມອີກ ຕໍ່ສິນຄ້າ ຂອງຈີນ


ເກີບຂອງເດັກນ້ອຍ ທີ່ມີຮູບທຸງຊາດຂອງຈີນ ແລະ ສະຫະລັດ ທີ່ຜະລິດໂດຍຈີນ ໄດ້ຖືກວາງສະແດງ ເພື່ອການຈຳໜ່າຍ ຢູ່ທີ່ຮ້ານຄ້າແຫ່ງນຶ່ງໃນ ນະຄອນຫຼວງ ປັກກິ່ງ ຂອງຈີນ, ວັນທີ 13 ກໍລະກົດ 2018.
ເກີບຂອງເດັກນ້ອຍ ທີ່ມີຮູບທຸງຊາດຂອງຈີນ ແລະ ສະຫະລັດ ທີ່ຜະລິດໂດຍຈີນ ໄດ້ຖືກວາງສະແດງ ເພື່ອການຈຳໜ່າຍ ຢູ່ທີ່ຮ້ານຄ້າແຫ່ງນຶ່ງໃນ ນະຄອນຫຼວງ ປັກກິ່ງ ຂອງຈີນ, ວັນທີ 13 ກໍລະກົດ 2018.

ສື່ມວນຊົນຂອງສະຫະລັດ ລາຍງານວ່າ ປະທານາທິບໍດີ ດໍໂນລ ທຣຳ ໄດ້ສັ່ງໃຫ້ ບັນດາ
ທີ່ປຶກສາຂອງທ່ານ ດຳເນີນການເກັບພາສີ ຕໍ່ສິນຄ້າຂອງຈີນ ໃນມູນຄ່າ 200 ຕື້ໂດລາ
ຕື່ມອີກ ເຖິງແມ່ນວ່າ ລັດຖະມົນຕີ ວ່າການກະຊວງການເງິນ ຂອງທ່ານ ພະຍາຍາມທີ່
ຈະເລີ້ມ ການເຈລະຈາດ້ານການຄ້າ ຄືນໃໝ່ກັບຈີນ.

ໂດຍການອ້າງອີງເຖິງແຫລ່ງຂ່າວຕ່າງໆ ທີ່ຄຸ້ນເຄີຍກັບເລື້ອງດັ່ງກ່າວ ອົງການຂ່າວ
ບລູມເບີກ ແລະ ຣອຍເຕີ້ ໄດ້ກ່າວວ່າ ທ່ານປະທານາທິບໍດີ ຢາກໃຫ້ເລື້ອງນີ້ດຳເນີນໄປ
ໂດຍຈະເພີ້ມພາສີນຳເຂົ້າ ເຖິງແມ່ນວ່າ ລັດຖະມົນຕີວ່າການ ກະຊວງການເງິນ ທ່ານ
ສະຕີຟ ມນູຈິນ ພວມພະຍາຍາມ ທີ່ຈະເລີ້ມການເຈລະຈາຄືນໃໝ່ ກັບປັກກິ່ງ ກໍຕາມ.

ບົດລາຍງານຕ່າງໆ ໄດ້ສົ່ງຜົນໃຫ້ຮຸ້ນທັງຫຼາຍ ຕົກລາຄາໃນວັນສຸກວານນີ້ ແລະ ໄດ້ເຮັດ
ໃຫ້ເງິນຢວນຂອງຈີນ ມີຄ່າຫລຸດລົງ ເຊັ່ນກັນ.

ທຳນຽບຂາວ ບໍ່ໄດ້ໃຫ້ຄຳເຫັນໃນທັນທີທັນໃດ ຕໍ່ບົດລາຍງານຕ່າງໆນາໆນັ້ນ.

ອົງການຂ່າວ ບລູມເບີກ ໄດ້ລາຍງານວ່າ ທ່ານ ທຣຳ ໄດ້ພົບປະກັບບັນດາທີ່ປຶກສາ
ລະດັບສູງ ດ້ານການຄ້າ ເພື່ອປຶກສາຫາລື ມາດຕະການເກັບພາສີ ເຊິ່ງ ປະກອບດ້ວຍ
ທ່ານ ມນູຈິນ ລັດຖະມົນຕີວ່າການກະຊວງການຄ້າ ທ່ານ ວີລເບີຣ ຣັອສ ແລະ ທ່ານ
ໂຣເບີດ ໄລທີເຊີ້ ຜູ້ຕາງໜ້າທາງດ້ານການຄ້າ ຂອງສະຫະລັດ. ການພົບປະກັນດັ່ງກ່າວ
ບໍ່ໄດ້ກຳນົດໄວ້ ຢູ່ໃນຕາຕະລາງຂອງທ່ານ ທຣຳ ທີ່ເປີດເຜີຍຕໍ່ມະຫາຊົນ.

ກ່ອນໜ້າ ກອງປະຊຸມໃນວັນພະຫັດ ທ່ານທຣຳ ໄດ້ກ່າວໃນທວີດເຕີ້ ວ່າ ທ່ານຮູ້ສຶກວ່າ
“ບໍ່ມີຄວາມກົດດັນ” ທີ່ຈະຕໍ່ລອງກັບປັກກິ່ງ ໂດຍກ່າວວ່າ “ພວກເຂົາ ເຈົ້າແມ່ນຖືກ
ກົດດັນ ເພື່ອໃຫ້ຕົກລົງກັບພວກເຮົາ.”
ທ່ານ ຍັງໄດ້ຍົກຄຳຖາມຕ່າງໆຂຶ້ນມາ ກ່ຽວກັບ
ວ່າ ການເຈລະຈາຄືນໃໝ່ ລະຫວ່າງ ສະຫະລັດ ແລະ ຈີນ ນັ້ນ ຈະເກີດຂຶ້ນຫຼືບໍ່ ໂດຍກ່າວ
ຕໍ່ໄປວ່າ ສະຫະລັດ “ຈະໄດ້ຮັບເງິນຫຼາຍຕື້ໂດລາ ໃນການເກັບພາສີ ການຜະລິດສິນ
ຄ້າຢູ່ໃນປະເທດ. ຖ້າວ່າພວກເຮົາພົບກັນ ພວກເຮົາຈະພົບບໍ?”

ໄລຍະການມີຄຳເຫັນຂອງມະຫາຊົນ ຕໍ່ຂໍ້ສະເໜີ ການເກັບພາສີນຳເຂົ້າ ມູນຄ່າ 200 ຕື້
ໂດລາ ໄດ້ໝົດລົງແລ້ວ ເມື່ອສັບປະດາແລ້ວນີ້ ເຊິ່ງໃນລະຫວ່າງເວລານັ້ນ ສຳນັກງານ
ຜູ້ຕາງໜ້າ ທາງດ້ານການຄ້າ ສະຫະລັດ ໄດ້ຮັບຄວາມເຫັນເກືອບ 6,000 ຄວາມເຫັນ
ກ່ຽວກັບຂໍ້ສະເໜີດັ່ງກ່າວ.

ເມື່ອສັບປະດາແລ້ວນີ້ ປະທານາທິບໍດີ ທຣຳ ໄດ້ຂົ່ມຂູ່ຈະເກັບພາສີນຳເຂົ້າ ຕໍ່ສິນຄ້າຂອງ
ຈີນ ຕື່ມອີກ ມູນຄ່າ 267 ຕື້ໂດລາ ທີ່ກວມເອົາສິນຄ້າຂອງຈີນ ເກືອບທຸກສິ່ງທຸກຢ່າງ ທີ່
ນຳເຂົ້າມາ ໃນສະຫະລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG