ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານບ​ລູມ​ເບີກ ຕົກ​ເປັນ​ເປົ້າ ໃນ​ການ​ໂຕ້​ວາ​ທີ ຜູ້​ສະ​ໝັກ​ປະ​ທາ​ນາ​ທິ​ບໍ​ດີ ພັກ​ເດ​ໂມ​ແຄ​ຣັດ ທີ່ລາສ ເວກັສ


Nevada Democratic Debate WEB
please wait

No media source currently available

0:00 0:02:06 0:00

ສາຍຕາທັງໝົດແມ່ນຈ້ອງເບິ່ງທ່ານໄມໂກ ບລູມເບີກ ໃນຄືນວັນພຸດຜ່ານມາ ໃນຂະນະທີ່
ຜູ້ສະໝັກ ເປັນປະທານາທິບໍດີ ຂອງພັກເດໂມແຄຣັດທັງ 6 ທ່ານ ໂຕ້ວາທີກັນ ທີ່ນະຄອນ ລາສເວກັສ. Mike O’Sullivan ນັກຂ່າວວີິໂອເອມີ​ລາຍ​ງາ​ນ​ວ່າມະຫາເສດຖີທີ່ຫາກໍເຂົ້າ
ມາຮ່ວມຖັນແຖວ ຜູ້ສະໝັກ ເປັນປະທານາທິບໍດີໃໝ່ ໄດ້ຕົກເປັນເປົ້າ ຢ່າງວ່ອງໄວ ເຊັ່ນ
ດຽວກັນກັບຜູ້ທີ່ມີຄະແນນສຽງ ນຳໜ້າ ທ່ານເບີນີ ແຊນເດີຣ໌ສ. ໄພສານ ຈະນຳເອົາລາຍ
ລະອຽດ ກ່ຽວກັບເລື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.


ທ່ານໄມໂກ ບລູມເບີກ ມີຄຸນສົມບັດພຽງ​ພໍ ເພື່ອເຂົ້າຮ່ວມການໂຕ້ວາທີ ຂອງອົງການຂ່າວ
NBC ຫຼັງຈາກເຈົ້າໜ້າທີ່ຂອງພັກໄດ້ຜ່ອນຜັນກົດລະບຽບ ແລະທ່ານໄດ້ຮັບຄະແນນເປັນ
ທີ 2 ໃນການຢັ່ງຫາງສຽງ ທີ່ນຳອອກເຜີຍແຜ່ເມື່ອວັນອັງຄານຜ່ານມາຮອງຈາກສະມາຊິກ
ສະພາສູງເບີນີ ແຊນເດີຣ໌ສ ທີ່ໄດ້ຮັບຄະແນນສຽງເປັນທີນຶ່ງ.

ທ່ານບລູມເບີກ ຊຶ່ງຄັ້ງນຶ່ງເຄີຍເປັນສະມາຊິກ ຂອງພັກຣີພັບບລີກັນນັ້ນ ໄດ້ໃຊ້ຈ່າຍເງິນ
ຂອງທ່ານເອງຫຼາຍໆລ້ານໂດລາ ເພື່ອໂຄສະນາຫາສຽງ ແລະ​ມີ​ການປຽບທຽບທ່ານໃສ່
ກັບປະທານາທິບໍດີດໍໂນລ ທຣຳ.

ສະມາຊິກສະພາສູງເອລີຊາເບັດ ວໍເຣັນ ຜູ້ສະໝັກປະທານາທິບໍດີຂອງພັກເດໂມແຄຣັດ
ກ່າວວ່າ “ສະມາຊິກພັກເດໂມແຄຣັດມີຄວາມສ່ຽງຢ່າງໃຫຍ່ຫຼວງ ຖ້າຫາກພວກເຮົາ
ຈະແທນທີ່ ມະຫາເສດຖີພັນລ້ານອວດດີຜູ້ນຶ່ງກັບອີກຜູ້ນຶ່ງ. ປະເທດນີ້ໄດ້ເຮັດວຽກໃຫ້
ພວກຄົນຮັ່ງມີມາໄດ້ດົນນານແລ້ວ ແລະປ່ອຍໃຫ້ຄົນ ອື່ນໆຈົມຢູ່ໃຕ້ຄວາມທຸກ.”

ທ່ານບລູມເບີກໄດ້ຊີ້ໃຫ້ເຫັນພື້ນຖານຂອງທ່ານວ່າ ເປັນນັກທຸລະກິດທີ່ປະສົບກັບຄວາມ
ສຳເລັດ ແລະອະດີດເຈົ້າຄອງນະຄອນນິວຢອກ.

ທ່ານບລູມເບີກ ຜູ້ສະໝັກຂອງພັກເດໂມແຄຣັດກ່າວວ່າ “ທ່ານເປັນຄົນໃຈບຸນທີ່ ບໍ່ໄດ້
ຮັບເງິນຂອງທ່ານ ມາຈາກມູນມັງ ແຕ່ໄດ້ຫາເງິນຂອງທ່ານ ມາດ້ວຍຕົນເອງ ແລະຂ້າ
ພະເຈົ້າ ພວມໃຊ້ຈ່າຍເງິນດັ່ງກ່າວ ເພື່ອກຳຈັດທ່ານດໍໂນລ ທຣຳ ປະທານາທິບໍດີ ທີ່
ຂີ້ຮ້າຍ ທີ່ສຸດເທົ່າທີ່ພວກເຮົາເຄີຍມີມາ.”

ສ່ວນອະດີດຮອງປະທານາທິບໍດີໂຈ ໄບເດັນ ກໍໄດ້ໂຈມຕີທ່ານບລູມເບີກກ່ຽວກັບນະໂຍ
ບາຍປາບປາມອາຊະຍາກຳຂອງທ່ານຢູ່ນະຄອນນິວຢອກ ທີ່ແນເປົ້າໝາຍ ໃສ່ພວກຊົນ
ກຸ່ມນ້ອຍ ໂດຍເອີ້ນນະໂຍບາຍນີ້ວ່າ “ຢຸດເຊົາແລະກວດຄົ້ນ ຫາສິ່ງທີ່ຕ້ອງຫ້າມ ເປັນເວ
ລາສັ້ນໆ.”

ທ່ານໂຈ ໄບເດັນ ກ່າວວ່າ “ນະໂຍບາຍດັ່ງກ່າວ ແມ່ນເປັນທີ່ໜ້າລັງກຽດທີ່ສຸດແລະ
ຄວາມຈິງແລ້ວ ມັນແມ່ນການລະເມີດ ຕໍ່ທຸກໆສິດທິ ທີ່ຜູ້ຄົນມີຢູ່.”

ທ່ານເບີນີ ແຊນເດີຣ໌ສ ສະມາຊິກສະພາສູງຈາກລັດເວີມອນທ໌ຖືກກ່າວຫາວ່າ ອຽງຊ້າຍ
ຫຼາຍໂພດ ທີ່ຈະຊະນະການເລືອກຕັ້ງ ຊຶ່ງອະດີດ ເຈົ້າເມືອງໆຊາວເບັນ ລັດອິນເດຍນາ
ທ່ານພີດ ບູດີເຈຈ ແມ່ນນຶ່ງໃນຈຳນວນນັ້ນ.

ສະມາຊິກສະພາສູງເບີນີ ແຊນເດີຣ໌ສ ກ່າວວ່າ “ສິ່ງທີ່ພວກເຮົາພະຍາຍາມຈະ ເຮັດ ໃນ
ທີ່ສຸດນັ້ນ ກໍແມ່ນເປັນປາກເປັນສຽງ ໃຫ້ພວກຜູ້ຄົນ ຊຶ່ງຫຼັງຈາກໄດ້ເຮັດວຽກມາ 45 ປີ
ແລ້ວ ກໍບໍ່ໄດ້ຮັບເງິນຄ່າຈ້າງຊົ່ວໂມງ 5 ເຊັນຫຼືນິກໂກນຶ່ງ ລື່ນ ໃນສິ່ງທີ່ພວກເຂົາເຈົ້າໄດ້
ຮັບເມື່ອ 45 ປີກ່ອນ.”

ເຮັດແບບໃດຈຶ່ງຈະຊະນະການເລືອກຕັ້ງນັ້ນ? ສະມາຊິກສະພາສູງເອມີ ໂກລບູຊາ ມີ
ຄຳຕອບກ່ຽວກັບເລື້ອງນີ້.

ສະມາຊິກສະພາສູງໂກລບູຊາ ກ່າວວ່າ “ພວກເຮົາສາມາດ ສະເໜີຊື່ແຕ່ງຕັ້ງ ໃຫ້ແມ່ຍິງ
ເປັນຜູ້ສະໝັກ ປະທານາທິບໍດີ ຂອງສະຫະລັດ. ຂ້າພະເຈົ້າຄິດວ່າ ມັນອາດຈະປະສົບ
ກັບຄວາມສຳເລັດ ຖ້າພວກເຮົາ ຫາກສະແດງໃຫ້ເຫັນ ເຖິງຄວາມເປັນປຶກແຜ່ນໃນຖາ
ນະພັກຂອງພວກເຮົາ.”

ການປະຊຸມປ່ອນບັດລົງຄະແນນສຽງ ທີ່ລັດເນວາດາ ໄດ້ມີຂຶ້ນໃນວັນເສົາວານນີ້ ແລະ
ການໂຕ້ວາທີຄັ້ງຕໍ່ໄປ ທີ່ລັດຄາໂຣໄລນາໃຕ້ ຈະມີຂຶ້ນວັນອັງຄານໜ້າ.

All eyes were on Michael Bloomberg Wednesday night, as six Democratic Party hopefuls took the debate stage in Las Vegas.Mike O'Sullivan reports the billionaire newcomer to the presidential race quickly became a target, as did frontrunner Bernie Sanders.

Bloomberg qualified for the NBC News debate after party officials eased the rules and he placed second in a poll released Tuesday, behind the frontrunner, Vermont Senator Bernie Sanders.


A one-time Republican, Bloomberg has spend millions of dollars of his own money on advertising and drawn comparisons with President Donald Trump.

Senator Elizabeth Warren, Democratic Candidate:
"Democrats take a huge risk if we just substitute one arrogant billionaire for another.This country has worked for the rich for a long time, and left everyone else in the dirt."

Bloomberg pointed to his background as a successful businessman and former New York mayor.

Michael Bloomberg, Democratic Candidate:
"And I'm a philanthropist who didn't inherit his money, but made his money, and I'm spending that money to get rid of Donald Trump, the worst president we have ever had."

Former Vice President Joe Biden targeted Bloomberg over his crimefighting policy in New York that targeted people in minority neighborhoods, called "stop and frisk."

Joe Biden, Democratic Candidate:
"The policy was abhorrent, and it was in fact a violation of every right people have."

Vermont Senator Bernie Sanders was described as too far to the left to win the election by former South Bend, Indiana, Mayor Pete Buttigieg, among others.

Senator Bernie Sanders, Democratic Candidate:
"What we are trying finally to do is to give a voice finally to people who after 45 years of work are not making a nickel more than they did 45 years ago."

How to win the election?Senator Amy Klobuchar has an answer.

Senator Amy Klobuchar, Democratic Candidate:
"We could nominate a woman for candidate for president of the United States.I think that might go a long way if we showed our stuff as a party."

The Nevada caucuses will be Saturday, and the next debate, in South Carolina, next Tuesday.

XS
SM
MD
LG