ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ບລູມເບີກ ບໍລິຈາກ 4.5 ລ້ານໂດລາ ເພື່ອອູ້ມຊູ ສັນຍາປາຣີ ວ່າດ້ວຍ ດິນຟ້າອາກາດ


ທູດພິເສດ ສະຫະປະຊາຊາດ ເພື່ອຮັບຜິດຊອບ ເລື່ອງການ
ປ່ຽນແປງຂອງດິນຟ້າອາກາດ ທ່ານໄມເກິລ ບລູມເບີກ ຖະ
ແຫລງ ຕໍ່ສື່ມວນຊົນ ຢູ່ທີ່ ກອງປະຊຸມສຸດຍອດ ດາວນົບພະ
ເຄາະດວງດຽວ (One Planet Summit) ຢູ່ໃກ້ໆກັບ ນະ
ຄອນຫຼວງ ປາຣີ, ວັນທີ 12 ທັນວາ 2017.
ທູດພິເສດ ສະຫະປະຊາຊາດ ເພື່ອຮັບຜິດຊອບ ເລື່ອງການ ປ່ຽນແປງຂອງດິນຟ້າອາກາດ ທ່ານໄມເກິລ ບລູມເບີກ ຖະ ແຫລງ ຕໍ່ສື່ມວນຊົນ ຢູ່ທີ່ ກອງປະຊຸມສຸດຍອດ ດາວນົບພະ ເຄາະດວງດຽວ (One Planet Summit) ຢູ່ໃກ້ໆກັບ ນະ ຄອນຫຼວງ ປາຣີ, ວັນທີ 12 ທັນວາ 2017.

ອະດີດຜູ້ປົກຄອງນະຄອນ ນິວຢັອກ ທ່ານ ໄມເກິລ ບລູມເບີກ ໄດ້ປະກາດ ໃນວັນອາທິດ
ວານນີ້ ວ່າ ທ່ານມອບເງິນຈຳນວນ 4,500,000 ໂດລາ ໃຫ້ແກ່ສຳນັກງານເລຂາທິການ
ສະຫະປະຊາຊາດ ຮັບຜິດຊອບການປ່ຽນແປງຂອງດິນຟ້າອາກາດ ເພື່ອເປັນຄ່າໃຊ້ຈ່າຍ
ສຳລັບທຶນຂາດດຸນ ຂອງລັດຖະບານ ສະຫະລັດ ສຳລັບ ຂໍ້ຕົກລົງ ປາຣີ ດ້ານດິນຟ້າ
ອາກາດ ຂອງນານາຊາດ.

ມູນນິທິກຸສົນຂອງທ່ານ ບລູມເບີກ ໄດ້ກ່າວວ່າ ເງິນທີ່ວ່ານັ້ນ ຈະຊ່ອຍສະໜັບສະໜູນ
ວຽກງານທີ່ກຳລັງເຮັດຢູ່ ຂອງບັນດາປະເທດທີ່ກຳລັງການພັດທະນາ ເພື່ອບັນລຸເປົ້າ
ໝາຍຕ່າງໆ ພາຍໃຕ້ຂໍ້ຕົກລົງ ພ້ອມກັນນັ້ນ ກໍແມ່ນ “ເພື່ອສົ່ງເສີມໃຫ້ບັນລຸເປົ້າໝາຍ
ດ້ານດິນຟ້າອາກາດ”
ພາຍໃນຕົວເມືອງຕ່າງໆ ແລະ ບັນດາທຸລະກິດ ນຳດ້ວຍ.

ໃນພາບນີ້ ຖ່າຍເມື່ອວັນທີ 1 ມິຖຸນາ 2017, ປະທານາທິບໍດີ ດໍໂນລ ທຣຳ ຈັບມືກັບ ເຈົ້າໜ້າທີ່ ຂອງອົງການປົກປ້ອງສະພາບແວດລ້ອມ ຫຼື EPA ທ່ານ ສກັອດ ພຣູດ (Scott Pruitt) ຫຼັງຈາກໄດ້ໂອ້ລົມ ກ່ຽວກັບ ສັນຍາ ປາຣີ ດ້ານການປ່ຽນແປງຂອງດິນຟ້າອາກາດ ໃນສວນກຸຣາບ ຂອງທຳນຽບຂາວ ທີ່ນະຄອນຫຼວງ ວໍຊິງຕັນ.
ໃນພາບນີ້ ຖ່າຍເມື່ອວັນທີ 1 ມິຖຸນາ 2017, ປະທານາທິບໍດີ ດໍໂນລ ທຣຳ ຈັບມືກັບ ເຈົ້າໜ້າທີ່ ຂອງອົງການປົກປ້ອງສະພາບແວດລ້ອມ ຫຼື EPA ທ່ານ ສກັອດ ພຣູດ (Scott Pruitt) ຫຼັງຈາກໄດ້ໂອ້ລົມ ກ່ຽວກັບ ສັນຍາ ປາຣີ ດ້ານການປ່ຽນແປງຂອງດິນຟ້າອາກາດ ໃນສວນກຸຣາບ ຂອງທຳນຽບຂາວ ທີ່ນະຄອນຫຼວງ ວໍຊິງຕັນ.

ສົນທິສັນຍາ ປີ 2015 ໄດ້ຖືກລົງນາມໂດຍຫຼາຍກວ່າ 200 ປະເທດ ແລະ ອົງການຈັດ
ຕັ້ງຕ່າງໆ ທີ່ໄດ້ປະຕິຍານວ່າ ຈະຫລຸດຜ່ອນ ກາຣບອນ ໄດອັອກໄຊ້ ແລະ ແກັສຄວັນ
ພິດເຮືອນແກ້ວອື່ນໆ ເພື່ອພະຍາຍາມ ຈຳກັດອຸນຫະພູມຂອງໂລກ ບໍ່ໃຫ້ສູງຂຶ້ນ.

ຄະນະລັດຖະບານ ຂອງອະດີດປະທານາທິບໍດີ ບາຣັກ ໂອບາມາ ກໍລວມຢູ່ໃນກຸ່ມ
ບັນດາປະເທດທີ່ໄດ້ລົງນາມ ໃນສັນຍາດັ່ງກ່າວ ແຕ່ປະທານາທິບໍດີ ດໍໂນລ ທຣຳ ໄດ້
ກ່າວວ່າ ທ່ານຈະຖອນໂຕອອກຈາກສັນຍານັ້ນ. ທ່ານທຣຳ ໄດ້ໂຄສະນາຫາສຽງ ເປັນ
ຜູ້ທີ່ສົ່ງເສີມ ເຊື້ອໄຟຊີວະພາບ ຫຼືຊາກຂອງພືດແລະສັດ ແລະ ເປັນຜູ້ທີ່ສົງໄສ ກ່ຽວກັບ
ວິທະຍາສາດດ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ໄດ້ກ່າວວ່າ ສັນຍາ ປາຣີ
ຈະເຮັດໃຫ້ພວກທຸລະກິດ ຂອງສະຫະລັດ ສູນເສຍວຽກເຮັດງານທຳ ມູນຄ່າ ຫຼາຍ
ລ້ານໂດລາ.

ທ່ານທຣຳ ໄດ້ກ່າວເມື່ອປີກາຍນີ້ ວ່າ “ສັນຍາສະບັບນີ້ ແມ່ນກ່ຽວຂ້ອງກັບ ເລື່ອງດິນຟ້າ
ອາກາດໜ້ອຍຫຼາຍ ແລະກ່ຽວຂ້ອງກັບປະເທດອື່ນໆ ທີ່ຈະໄດ້ຮັບຜົນປະໂຫຍດດ້ານ
ການເງິນ ຫຼາຍກວ່າ ສະຫະລັດ.”

ທ່ານບລູມເບີກ ໄດ້ຈ່າຍເງິນທີ່ຄ້າຍຄືກັນນີ້ໃຫ້ ເມື່ອປີກາຍນີ້ ແລະ ໄດ້ສັນຍາທີ່ຈະສືບຕໍ່
ບໍລິຈາກໃຫ້ຕື່ມອີກ. ທ່ານໄດ້ບອກ ລາຍການຂ່າວຂອງໂທລະພາ CBS ໃນການໃຫ້
ສຳພາດ ທີ່ຖ່າຍທອດອອກອາກາດ ເມື່ອວັນອາທິດວານນີ້ ວ່າ ທ່ານ ທຣຳ ແມ່ນມີຄວາມ
ສາມາດທີ່ຈະປ່ຽນທ່າທີຂອງທ່ານໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG