ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄວາມດັນເລືອດສູງ ພາໃຫ້ເປັນ ໂຣກຫົວໃຈ ແລະ stroke ໄດ້ (ວີດິໂອ ລາວ/ອັງກິດ)


ນາງພະຍາບານກວດ​ເບິ່ງຄວາມດັນຂອງເລືອດ ​ໂດຍ​ການ​ເອົາຜ້າແທກຄວາມດັນເລືອດ ພັນ​​ແໜ້ນ​ໜ້ອຍ​ນຶ່ງ ອອ້ມກົກແຂນ.
ນາງພະຍາບານກວດ​ເບິ່ງຄວາມດັນຂອງເລືອດ ​ໂດຍ​ການ​ເອົາຜ້າແທກຄວາມດັນເລືອດ ພັນ​​ແໜ້ນ​ໜ້ອຍ​ນຶ່ງ ອອ້ມກົກແຂນ.
ອົງການອະນາໄມໂລກ ຫລື WHO ຮຽກຮ້ອງໃຫ້ປະຊາຄົມ
ການແພດ ສາກົນ ​ເພີ້​ມທະວີຄວາມພະຍາຍາມ ໃນການ
ປ້ອງກັນ ແລະຄວບຄຸມ ​ໂຣກຄວາມດັນເລືອດສູງ ຊຶ່ງເປັນ
ສາເຫດສໍາຄັນ​ທີ່ພາໃຫ້ເກີດໂຣກຫົວໃຈ, ໂຣກລົມສາລະບາດ
ຫລື Stroke ແລະການເສຍຊີວິດນັ້ນ. ອົງການວ່າ ດ້ວຍສຸຂະ
ພາບຂອງສະຫະປະຊາຊາດດັ່ງກ່າວ ເວົ້າວ່າ 1 ສ່ວນ 3 ຂອງ
ປະຊາຊົນ ທີ່ມີອາຍຸ 25 ປີຂຶ້ນໄປ ແມ່ນມີຄວາມດັນເລືອດສູງ.
Carol Pearson ຜູ້ສື່ຂ່າວວີໂອເອ ລາຍງານວ່າຫລາຍໆຄົນ
ບໍ່ຮູ້ດ້ວຍຊໍ້າວ່າ ຕົນເອງເປັນໂຣກດັ່ງກ່າວ. ບົວສະຫວັນມີ
ລາຍລະອຽດຂອງເລື້ອງນີ້ ມາສະເໜີທ່ານ:

ລິງໂດຍກົງ

ເບິ່ງວີດິໂອ ແລະຮຽນພາສາອັງກິດໄປພ້ອມ



ຫົວໃຈຄືກໍາລັງແຮງຂອງຊີວິດເຮົາ. ມັນປໍ້າເລືອດທີ່ມີທາດອອ໊ກຊີເຈນໄປຫລໍ່ລ້ຽງອະໄວ
ຍະວະທຸກສ່ວນໃນຮ່າງກາຍຂອງເຮົາ. ໃນຂະນະທີ່ ເລືອດໄຫລຜ່ານເສັ້ນເລືອດນັ້ນ ມັນ
ສ້າງຄວາມກົດດັນຕໍ່ ຝາດ້ານ​ໃນ​ຂອງເສັ້ນເລືອດ. ນາງພະຍາບານກວດ​ເບິ່ງຄວາມດັນ
ຂອງເລືອດ ​ໂດຍ​ການ​ເອົາຜ້າແທກຄວາມດັນເລືອດ ພັນແໜ້ນ​ໜ້ອຍ​ນຶ່ງອອ້ມກົກແຂນ. ດຣ. George Thomas ທີ່​ຄລີ​ນິກ Cleveland ລັດ​ໂອ​ໄຮ​ໂອ ອະທິບາຍ​ດັ່ງ​ນີ້:

“​ເວລາທ່ານໄປຫາທ່ານໝໍ ທ່ານຈະເຫັນວ່າ ຄວາມດັນເລືອດແມ່ນຖືກລາຍງານ
ເປັນສອງຕົວເລກ. ມີຕົວເລກຢູ່ຂ້າງເທິງ ຊຶ່ງເອີ້ນວ່າ ຄວາມດັນ systolic ແລະ
ຕົວ​ເລກ​ຢູ່​ທາງ​ລຸ່ມ ​ເອີ້ນ​ວ່າ ຄວາມດັນ diastolic.”


ຕົວເລກຢູ່ຂ້າງເທິງ ຫລື ຄວາມດັນ systolic ສະແດງໃຫ້ເຫັນຄວາມດັນຢູ່ຂ້າງໃນເສັ້ນ
ເລືອດ ​ເວລາຫົວໃຈກໍາລັງ​ເຕ້ນຢູ່. ສ່ວນຕົວເລກຂ້າງລຸ່ມ ຫລື ຄວາມດັນ diastolic ສະແດງໃຫ້ເຫັນຄວາມດັນ ໃນເວລາທີ່ຫົວໃຈຢຸດພັກ ຫລືໃນຊ່ວງລະຫວ່າງກາງ ການ
ເຕັ້ນຂອງຫົວໃຈ ແຕ່ລະຄັ້ງ.

ເບິ່ງວີດິໂອລາຍງານນີ້ ເປັນພາສາລາວ:


ດຣ. Stephan Havas ຈາກໂຮງຮຽນແພດສາດຂອງມະຫາວິທະຍາໄລ ລັດ Maryland
ເວົ້າວ່າ ຕົວເລກທັງສອງແມ່ນມີຄວາມສໍາຄັນ. ຊຶ່ງທ່ານໃຫ້ຄໍາເຫັນວ່າ:

“ຕົວເລກໃດກໍຕາມທີ່ສູງກວ່າ 115 ສໍາລັບ​ຕົວເລກທາງ​ເທິງ ຫລືຄວາມດັນ
systolic ແລະ 75 ສໍາລັບຕົວ​ເລກທາງ​ລຸ່ມ ຫລື ຄວາມດັນ diastolic ນັ້ນ
ແມ່ນລ້ວນແຕ່ເພີ້ມຄວາມສ່ຽງທັງນັ້ນ. ສໍາລັບຄວາມດັນ systolic ນັ້ນ ແຕ່ລະ
20 ມິລິແມັດໃດ ທີ່ສູງເກີນ 115 ​ ຄວາມສ່ຽງຕໍ່ການເປັນພະຍາດຕ່າງໆ ແມ່ນ
ເພີ້ມຂຶ້ນເປັນສອງເທົ່າ.”


ຍິ່ງຕົວເລກສູງຂຶ້ນເທົ່າໃດ ກໍຍິ່ງສະແດງວ່າ ມີຄວາມດັນເລືອດສູງຫລາຍຂຶ້ນເທົ່ານັ້ນ ຊຶ່ງ
ຄໍາສັບທາງການແພດພາສາ​ອັງກິດເອີ້ນວ່າ hypertension.

ດຣ. George Thomas ອະທິບາຍວ່າ: “ເມື່ອມີຄວາມດັນເລືອດສູງ ມັນກໍມີແຮງ
ດັນສູງຂຶ້ນຕໍ່ຝາດ້ານໃນຂອງເສັ້ນເລືອດ ແລະເສັ້ນເລືອດ ເຫລົ່ານີ້ ແມ່ນເສັ້ນ
ເລືອດທີ່ໄປຫລໍ່ລ້ຽງສະໝອງ, ຫົວໃຈ ແລະໝາກ ໄຂ່ຫລັງຂອງເຮົາ. ສະນັ້ນ ມັນຈຶ່ງມີຄວາມສ່ຽງຕໍ່ການເຮັດໃຫ້ອະໄວ ຍະວະຕ່າງໆຖືກທໍາລາຍນັ້ນສູງຂຶ້ນ
ໂດຍສະເພາະແລ້ວ ແມ່ນພະຍາດ ໝາກໄຂ່ຫລັງ ແລະໂຣກລົມສາລະບາດ
ຫລື Stroke.”


ເບິ່ງວີດິໂອລານງານນີ້ ເປັນພາສາອັງກິດ:



ການມີຄວາມດັນເລືອດສູງ ໝາຍ​ຄວາມ​ວ່າ ຫົວໃຈຈະຕ້ອງປໍ້າເລືອດແຮງ ຂຶ້ນກວ່າເກົ່າ
ຊຶ່ງເຮັດໃຫ້ກ້າມເນື້ອຫົວໃຈອ່ອນ​ເພຍລົງ ແລະສາມາດນໍາ ໄປສູ່ການເປັນໂຣກຫົວໃຈ ວາຍ ຫລື ຫົວໃຈລົ້ມ​ເເຫລວໄດ້.

ບໍ່ມີສາເຫດທີ່ສາມາດກໍານົດໄດ້ຢ່າງຄັກ​ແນ່ ສໍາລັບ 95 ເປີເຊັນຂອງຄົນທີ່ເປັນໂຣກ ຄວາມດັນເລືອດສູງ ແຕ່ວ່າ ມີປະເດັນຄວາມສ່ຽງຢູ່ຫລາຍ​ຢ່າງ ​ເປັນ​ຕົ້ນ​ວ່າ​ອາຍຸ. ເວລາ
ອາຍຸແກ່ຂຶ້ນໄປ ເສັ້ນເລືອດກໍອາດຈະ​ແຂງ​ໂຕ​ຂຶ້ນ. ​ເຊື້ອກໍາມະພັນກໍມີສ່ວນ, ສະນັ້ນ
ປະຫວັດຄອບຄົວແມ່ນມີຄວາມສໍາຄັນ. ການມີນໍ້າໜັກຫລາຍເກີນໄປ ກໍສາມາດພາໃຫ້
ຄວາມດັນເລືອດສູງຂຶ້ນ​ໄດ້ເຊັ່ນກັນ. ການສູບຢາແລະກິນອາຫານທີ່ໃສ່ເກືອຫລາຍກໍພາ
ໃຫ້ເປັນໂຣກນີ້ໄດ້ ເຊັ່ນກັນ.

ດຣ. George Thomas ​ເວົ້າວ່າ: “​ເວລາຂ້າພະເຈົ້າຖາມ​ຜູ້​ຄົນ​ກ່ຽວ​ກັບການ​
ກິນເກືອ ພວກເຂົາເຈົ້າມັກຈະເວົ້າວ່າ ເຂົາເຈົ້າບໍ່ໄດ້ໃສ່ເກືອ. ນັ້ນເປັນສິ່ງທີດີ
ແຕ່ຢ່າງໃດກໍຕາມ ທ່ານຄວນຈະຈໍາໄວ້ວ່າ ເກືອ ຫລືທາດໂຊດຽມ ສ່ວນໃຫຍ່
ແມ່ນມາຈາກ ອາຫານປຸງແຕ່ງສໍາເລັດຮູບ
. ສະ​ນັ້ນ ອາຫານ​ປຸງ​ແຕ່​ງ​ໃດໆ​ກໍ​
ຕາມ ທີ່​ມາ​ນໍາ​ກະປອ໋ງ ກັບ ຂວດ ​ແລະ​ວ່າ​ ຖົງ ​ແມ່ນ​ມີ​ເກືອ​ປົນ​ຢູ່​ໃນ​ລະດັບ​ສູງ”


ຮ່າງກາຍຂອງຄົນຕ້ອງການເກືອ ພຽງ​ແຕ່ 150 ມິລິກຣາມຕໍ່ມື້. ຄົນອາເມຣິກັນສ່ວນຫລາຍ
ກິນເກືອ ປະມານ ສາມຫາສີ່ພັນ ມິລິກຣາມຕໍ່ມື້ ​ແລະ​ນັ້ນ​ແມ່ນ​ສາ​ເຫດ​ທີ່ບັນດາທ່ານໝໍ
ທັງຫລາຍ ພາກັນ​ເຕືອນກ່ຽວ​ກັບ ປະລິມານເກືອໃນອາຫານສໍາ​ເລັດ​ຮູບ ທີ່ມີຈໍາໜ່າຍ
ຂາຍກັນຢູ່ທົ່ວໄປ.ງດຣ. Stephan Havas ​ເວົ້າວ່າ:

”ການເສຍຊີວິດທີ່ມີສາເຫດມາຈາກ ການກິນເກືອຫລາຍເກີນໄປ ແມ່ນມີຈໍາ
ນວນຫລວງຫລາຍ ທຽບເທົ່າ ກັນກັບເຮືອບິນອາພົ່ນລໍາໃຫຍ່ ທີ່ມີຄົນໂດຍສານ
ຫລາຍກວ່າ 400 ຄົນ ຕົກຢູ່ໃນແຕ່ລະມື້ ປີແລ້ວ ປີເຫລົ່າ.


ພວກທ່ານໝໍເວົ້າວ່າການກິນອາຫານທີ່ດີ ກໍຄືອາຫານທີ່ມີປະລິມານເກືອຕໍ່າ, ໄຂມັນຕໍ່າ,
ໝາກໄມ້, ຜັກ, ແລະອາຫານປະ​ເພດເມັດທີ່ບໍ່ໄດ້ປອກ ກາບຫລ້ອນຫລາຍ ທີ່​ເອີ້ນ​ວ່າ whole
grains ແມ່ນສາມາດຊ່ວຍຄວບ ຄຸມຄວາມດັນເລືອດສູງໄດ້. ການຫລຸດນໍ້າໜັກລົງກໍສາມາດ​
ຊ່ວ​ຍ​ໄດ້​ເຊ່ນ​ກັນພ້ອມທັງການບໍ່ສູບຢາ. ອີກສິ່ງນຶ່ງທີ່ສໍາຄັນ ກໍຄື: ກວດເບິ່ງຄວາມດັນເລືອດ
ຢູ່ເລື້ອຍໆ ເພາະວ່າໂຣກຄວາມດັນເລືອດສູງ ບໍ່ສະແດງໃຫ້ເຫັນອາການ ຈົນກວ່າວ່າພະ
ຍາດ​ໄດ້ພັດທະນາ​ໄປເຖິງ ຂັ້ນສູງແລ້ວ. ການໝັ່ນກວດຄວາມດັນເລືອດຢູ່ເລື້ອຍໆ ແມ່ນ
ການປ້ອງກັນທີ່ດີທີ່ສຸດ ຕໍ່ເພັດຊະຄາດທີ່ງຽບໆ ຕົວນີ້.

ວີດິໂອ:​ ການຄວບຄຸມຄວາມດັນເລືອດສູງ ຊ່ວຍລຸດຜ່ອນຄວາມສ່ຽງຕໍ່ການເປັນ ໂຣກຫົວໃຈ ກັບ stroke:

Study Shows Promising Results in Reducing Risk of Stroke, Heart Attack
please wait

No media source currently available

0:00 0:02:16 0:00
ລິງໂດຍກົງ
XS
SM
MD
LG