ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕົວເລກທີ່ແຕກຕ່າງກັນ ຂອງຄວາມດັນເລືອດ ຢູ່ສອງແຂນ ອາດໝາຍເຖິງ ໂຣກຫົວໃຈໄດ້ (ເບິ່ງວີດິໂອລາວ/ອັງກິດ)


ຕົວເລກທີ່ແຕກຕ່າງກັນ ຂອງຄວາມດັນເລືອດ ຢູ່ສອງແຂນ ອາດໝາຍເຖິງ ໂຣກຫົວໃຈໄດ້ (ເບິ່ງວີດິໂອລາວ/ອັງກິດ)
ຕົວເລກທີ່ແຕກຕ່າງກັນ ຂອງຄວາມດັນເລືອດ ຢູ່ສອງແຂນ ອາດໝາຍເຖິງ ໂຣກຫົວໃຈໄດ້ (ເບິ່ງວີດິໂອລາວ/ອັງກິດ)

ໂດຍທົ່ວໄປແລ້ວ ພວກທ່ານໝໍ​ແມ່ນຈະກວດ ຄວາມດັນເລືອດຂອງຄົນເຈັບ ໃນຕອນທີ່ຄົນ ເຈັບໄປພົບທ່ານໝໍຢູ່ຫ້ອງການ ແຕ່ວ່າການສຶກສາໃໝ່ໄດ້ສະແດງໃຫ້ເຫັນວ່າ ທ່ານໝໍຫຼາຍ ຄົນບໍ່​ໄດ້ກວດ​ຄວາມດັນ​ເລືອດຢ່າງຖືກຕ້ອງ​ ແລະການກວດຄວາມດັນເລືອດທີ່ບໍ່ຖືກວິທີ ຂອງທ່ານໝໍນີ້ ສາມາດເຮັດໃຫ້ຄົນເຈັບ ຕົກຢູ່ໃນສະພາບທີ່ສ່ຽງຕໍ່ການເສຍຊີວິດກໍ​ເປັນໄດ້. ຜູ້ສື່ຂ່າວ VOA ນາງ Carol Pearson ມີຄໍາອະທິບາຍກ່ຽວກັບເລື້ອງນີ້ ຊຶ່ງວັນນະສອນ ຈະນໍາມາສະເໜີທ່ານ.

ເບິ່ງວີດີໂອ ພາສາລາວ:

ທ່ານໝໍ Oscar Garfein ຊຶ່ງ​ເປັນຜູ້ຊ່ຽວຊານດ້ານຫົວໃຈ ວັດແທກຄວາມດັນເລືອດຈາກ
ແຂນທັງສອງຂ້າງຂອງຄົນເຈັບຂອງທ່ານ. ການເຮັດແນວນັ້ນ ແມ່ນໄດ້ຊ່ວຍຊີວິດຄົນເຈັບ
ຜູ້ນຶ່ງຂອງທ່ານໄວ້​ໄດ້. Dr. Garfein ກ່າວ​ວ່າ

“ຂ້າພະ​ເຈົ້າ​ເຫັນ​ວ່າ ຕົວ​ເລກ​ຢູ່​ແຂນ​ຂ້າງ​ນຶ່ງແມ່ນຄວາມດັນ​ເລືອດ​ຕໍ່າຫລາຍ
ສ່ວນ​ຢູ່ແຂນ​ອີກເບື້ອງນຶ່ງ ​ຊໍ້າ​ຜັດ​ທໍາ​ມະ​ດາ. ແລະ​ສະພາບ​ອັນ​ນີ້ ມັນໄດ້​ຊ່ວຍ​
ໃຫ້​ຂ້າພະ​ເຈົ້າ​ວິນິດ​ໄສໄດ້​ວ່າ ມັນ​ອາດ​ມີ​ສະພາບ​ທີ່​ເປັນ​ອັນຕະລາຍ​ເຖິງ​ຊີວິດ.

ການ​ປະຕິບັດຕາມ​ວິທີ​ການ​ທີ່​ເຮັດ​ເປັນ​ປະ​ຈໍາຂອງ Dr. Garfein ແມ່ນ​ໄດ້​ຮັບ​ການຢືນຢັນ
ໂດຍ​ການ​ສຶກສາຄົ້ນຄວ້າ​ໃໝ່ ທີ່ສະ​ແດງ​ໃຫ້​ເຫັນ​ວ່າ ຕົວ​ເລກ​ທີ່ແຕກ​ຕ່າງ​ກັນ ທີ່ສະ​ແດງ
ໃຫ້​ເຫັນຢູ່​ແຂນກໍ້າຂວາ ​ແລະ​ແຂນ​ກໍ້າຊ້າຍນັ້ນ ອາດ​ເປັນ​ສັນຍານ​ເຕືອນ​ໃຫ້​ຮູ້​ ກ່ຽວ​ກັບ​
ການເປັນໂຣກຫົວ​ໃຈ​ຫລືການມີ​ບັນຫາ​ທາງ​ດ້ານເສັ້ນ​ເລືອດກໍເປັນ​ໄດ້. ຖ້າຕົວ​ເລກ​ຂອງ
ຄວາມດັນ​ເລືອດ​ສອງອັນ ​ໃນ​ລະຫວ່າງ​ທີ່​ຫົວ​ໃຈ​ບີບ​ຕົວ​ ຫລື systolic ນັ້ນ ມີ​ແຕກ​ຕ່າງ
ກັນ 15 ຂີດ ​ຫລື​ຫລາຍ​ກວ່າ​ນັ້ນ ມັນ​ສາມາດ​ສໍ່ສະ​ແດງ​ໃຫ້​ເຫັນ​ວ່າ ​ເສັ້ນ​ເລື​ອດ​ແດງ​ຢູ່​ຂາ​
ຕີບ​ເຂົ້າ, ການໄ​ຫລ​ວຽນຂອງ​ເລືອດ​ໄປ​ລ້ຽງສະໝອງຫລຸດ​ລົງ, ເປັນໂຣກຫົວ​ໃຈ, ​ແລະມີ
ຄວາມ​ສ່ຽງ​ເຖິງ 70% ທີ່​ອາດພາ​ໃຫ້​ເສຍ​ຊີວິດ​ຍ້ອນ​ໂຣກຫົວ​ໃຈ​ວາຍ ຫລືໂຣກລົມ​ສາລະ
ບາດໄດ້. ຖ້າ​ຫາກ​ມີ​ການວິນິດ​ໄສພົບວ່າ ​ເປັນ​ໂຣກຫົວ​ໃຈຫລືເປັນພະຍາດ​ໃນເສັ້ນເລືອດ
ທີ່ຢູ່​ໃນ​ຂັ້ນຕົ້ນໆ ການ​ປ່ຽນຄວາມ​ປະພຶດ​ທີ່​ພາ​ໃຫ້ເກີດ​ຄວາມ​ສ່ຽງ ຫລືການ​ກິນ​ຢາລົດໄຂ
ມັນ​ໃນ​ເລືອດ ​ສາມາດ​ຊ່ວຍໃຫ້​ຫລຸດ​ອັດ​ຕາ​ການເສຍ​ຊີວິດ​ລົງ​ໄດ້. Dr. Oscar Garfein ​
ໃຫ້​ຄໍາ​ເຫັນ​ເພີ້ມອີກ​ວ່າ

ທ່ານ​ຢາກ​ຈະ​ຊອກ​ຫາ​ປະ​ເດັນ​ທີ່​ພາ​ໃຫ້ມີ​ຄວາມ​ສ່ຽງ ທີ່​ກ່ຽວພັນ​ກັບ​ພະຍາດ​
ພວກນີ້ ​ເຊັ່ນ​ຄວາມດັນ​ເລືອດ​ສູງ ຫລື​ການ​ສູບຢາ ຫລືໄຂມັນ​ໃນ​ເລືອດ​ສູງ, ​
ແລະ​ຈາກ​ນັ້ນ ກໍ​ປິ່ນປົວ​ມັນ​ຢ່າງ​ເອົາຈິ​ງ​ເອົາ​ຈັງອີ່ຫລີ.

ມີແພດ​ຊ່ຽວຊານ​ດ້ານ​ຫົວ​ໃຈ​ຫລາຍ​ຄົນ ທີ່​ກວດ​ເບິ່ງ​ຄວາມດັນ​ຂອງ​ເລືອດຢູ່​ທັງ​ສອງ​ແຂນ
ຢ່າ​ງ​ເປັນ​ປະ​ຈໍາ ​ແຕ່​ວ່າ​ການກວດ​ແບບ​ນີ້ ບໍ່ຄ່ອຍ​ເຮັດ​ກັນ ​ໃນ​ການ​ໄປກວດສຸຂະພາບ​ແບບ
ປະ​ຈໍານຳ​ທ່ານໝໍ​ນັ້ນ. ການ​ສຶກສາຄົ້ນຄວ້ານີ້ ໄດ້​ຢືນຢັນ​ວ່າ ການກວດ​ຄວາມດັນ​ເລືອດທີ່​
ສະ​ແດງ​ໃຫ້​ເຫັນ​ຕົວ​ເລກສອງ​ອັນ​ແຕກ​ຕ່າງ​ກັນ ອາດ​ເປັນ​ການ​ເຕືອນ​ໃຫ້​ເຫັນ​ເຖິງບັນຫາ
ກ່ຽວ​ກັບ​ຫລອດ​ເລືອດ ທີ່​ມີ​ຢູ່ໃນ​ຮ່າງກາຍ​ຂອງ​ຄົນ​ຜູ້​ນຶ່ງ ຊຶ່ງ​ວ່າ ​ຖ້າ​ເຮົາ​ບໍ່ຮູ້ ກໍເບິ່ງ​ຄືວ່າ
ແຂງ​ແຮງ​ດີ. ການ​ສຶກສາຄົ້ນຄວ້ານີ້​ໄດ້​ສະ​ແດງ​ໃຫ້ເຫັນ​ອີກ​ວ່າ ມັນ​ບໍ່ກ່ຽວຂ້ອງ​ກັບ​ວ່າ ຈະ
ມີຄວາມດັນ​ເລືອດ​ຫລາຍປານ​ໃດ ​ແຕ່​ວ່າ ຄວາມ​ແຕກ​ຕ່າງ​ກັນລະຫວ່າງສອງ​ຕົວ​ເລກວັດ
ແທກ​ຄວາມດັນນັ້ນ ​ແມ່ນ​ເປັນ​ບັນຫາ ດັ່ງທີ່ ທ່ານໝໍ Oscar Garfein ​ຊີ້​ແຈງ​ວ່າ:

ສິ່ງທີ່ຕ້ອງການກໍຄື​ ໃຊ້​ເວລາ​ປະມານ 1 ນາທີເທົ່າ​ນັ້ນ ​ແລະ​ເຮົາ​ກໍ​ຈະສາມາດ​
ຮູ້​ໄດ້ໂລດວ່າ ​ມີ​ສິ່ງ​ໃດ​ສິ່ງ​ນຶ່ງທີ່​ວ່າ ສ່ວນ​ຫລາຍ​ຈະຊີ້ສະ​ແດງ​ໃຫ້​ເຫັນ​ແທ້ໆວ່າ
ຄົນ​ເຈັບ​ຜູ້​ນີ້ ເລີ້ມເປັນພະຍາດຫົວ​ໃຈ​ແລ້ວ.”

ການສຶກສາຄົ້ນຄວ້ານີ້ ຖືກພິມເຜີຍແຜ່ ຢູ່ໃນວາລະສານການແພດອັງກິດ, The Lancet.

ເບິ່ງວີດີໂອພາສາອັງກິດ:

XS
SM
MD
LG