ການກວດເລືອດທີ່ງ່າຍໆພຽງຄັ້ງໜຶ່ງ ແມ່ນມີປະສິດທິພາບຢ່າງສູງໃນການລະບຸການ ຕິດໂຣກວັນນະໂຣກໃນພວກເດັກນ້ອຍ ດັ່ງນັ້ນພວກເຂົາເຈົ້າຈຶ່ງສາມາດໄດ້ຮັບການ ປິ່ນປົວກ່ອນທີ່ມັນຈະເຕີບໂຕເປັນພະຍາດທີ່ເປັນໄພຂົ່ມຂູ່ຕໍ່ຊີວິດ. ນັ້ນແມ່ນການຄົ້ນ ພົບຂອງການຄົ້ນ ຄວ້າໂດຍບັນດານັກວິທະຍາສາດຜູ້ທີ່ກ່າວວ່າ ຫຼາຍຄັ້ງມັນຍາກ ຫຼາຍທີ່ຈະປິ່ນໂຣກວັນນະໂຣກໃນພວກເດັກນ້ອຍ.
ສິ່ງທ້າທາຍໃນການເຮັດສົງຄາມທົ່ວໂລກກັບໂຣກວັນນະໂຣກ ແມ່ນເພື່ອລະບຸໃຫ້ຄົນ ຮູ້ລ່ວງໜ້າດັ່ງນັ້ນພວກເຂົາເຈົ້າຈຶ່ງສາມາດປິ່ນປົວມັນໄດ້ກ່ອນໂຣກດັ່ງກ່າວ ຈະເຕີບ ໃຫຍ່ຢ່າງເຕັມທີ່ ແລະ ມີໂອກາດຮ້າຍແຮງເຖິງຊີວິດ.
ການຄົ້ນພົບໂຣກວັນນະໂຣກໂດຍສະເພາະໃນເດັກນ້ອຍໄດ້ກໍ່ໃຫ້ມີອຸປະສັກ ເພາະວ່າ ພວກເຂົາເຈົ້າບໍ່ສາມາດຜະລິດຕົວຢ່າງຂີ້ກະເທີ່ ໃນການໃຊ້ມັນເພື່ອປິ່ນປົວໂຣກດັ່ງ ກ່າວ.
ບັນຫາອື່ນໆ ອີງຕາມຜູ້ຊ່ຽວຊານພະຍາດຕິດຕໍ່ ທ່ານ Jason Andrews ຈາກມະຫາ ວິທະຍາໄລ Stanford ນັ້ນ ພວກເດັກນ້ອຍຫຼາຍຄັ້ງຈະຕິດເຊື້ອໃນອະໄວຍາວະອື່ນໆ ນອກເໜືອຈາກປອດຂອງພວກເຂົາເຈົ້າ, ລວມທັງ ໄຕ, ກະດູກສັນຫຼັງ ແລະ ສະໝອງ. ການທົດລອງຂີ້ກະເທີ່ບໍ່ສາມາດປິ່ນປົວພວກນີ້ໄດ້.
ທ່ານ Andrews ໄດ້ກ່າວວ່າ “ຖ້າທ່ານພົບເຫັນມັນໄວ ແລະ ປິ່ນປົວມັນ, ສ່ວນໃຫຍ່ ແລ້ວເກືອບ 100 ເປີເຊັນແມ່ນສາມາດປິ່ນປົວໄດ້. ສຳລັບວິທີການປ້ອງກັນໃນເດັກ ນ້ອຍທີ່ມີການຕິດເຊື້ອແອບແຝງຢູ່ນັ້ນ, ຢາຕ້ານເຊື້ອພຽງຢ່າງດຽວແມ່ນສາມາດໃຫ້ ການປ້ອງກັນຕໍ່ການພັດທະນາຂອງພະຍາດທີ່ແຂງແຮງໄດ້ເປັນຢ່າງດີ.”
ທ່ານ Andrews ແລະ ເພື່ອນຮ່ວມງານໄດ້ດຳເນີນການຄົ້ນຄວ້າ ກ່ຽວກັບ ການນຳໃຊ້ ການກວດເລືອດ ເພື່ອປິ່ນປົວເດັກນ້ອຍທີ່ມີຄວາມສ່ຽງໃນການຕິດວັນນະໂຣກ ແລະ ຄົ້ນພົບວ່າມັນມີປະສິດທິພາບເປັນຢ່າງສູງ.