ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈໍາ​ເປັນ​ ຕ້ອງ​ໃຊ້​​ ເຮ​ລິ​ຄອບ​ເຕີ ​ຊ່ອຍ​ກູ້​ໄພ ພວກທີ່ຕົກຄ້າງ​ ຢູ່​ຂົ້ວ​ໂລກ​ໃຕ້ (ວີດີໂອ/ສະໄລດ໌)


ຜູ້ຄົນທີ່ຕົກຄ້າງຢູ່ໃກ້ໆກໍາປັ່ນຣັດເຊຍ MV Akademik Shokalskiy
ຜູ້ຄົນທີ່ຕົກຄ້າງຢູ່ໃກ້ໆກໍາປັ່ນຣັດເຊຍ MV Akademik Shokalskiy
ພວກ​ລູກ​ເຮື​ອຂອງກໍາ​ປັ່ນ​ຄົ້ນ​ຄວ້າຣັດ​ເຊຍ ທີ່​ຕົກ​ຄ້າງ​ໃນ​ເຂດ
ສອກຫລີກ​ຂອງຂົ້ວ​ໂລກ​ໃຕ້ ຈໍາ​ເປັນ​ຈະຕ້ອງ​ໄດ້ຖືກ​ຊ່ອຍ​ກູ້​ໄພ
ໂດຍທາງ​ເຮືອບິນ​ເຮ​ລິ​ຄອບ​ເຕີ​ ຫຼັງຈາກ​ໄດ້ພະຍາຍາມ​ຫຼາຍໆ
​ຄັ້ງ ​ເພື່ອ​ເຂົ້າໄປ​ຫາ​ກໍາ​ປັ່ນ​ທີ່​ຕິດ​ຄ້າງ​ໂດຍ​ທາງ​ເຮືອ​ ​ແຕ່ປະສົບ
​ຄວາມລົ້ມ​ແຫຼວ​.

ພວກ​ນັກ​ວິທະຍາສາດ ນັກ​ທ່ອງ​ທ່ຽວ ​ແລະ​ລູກເຮືອຈຳນວນ
74 ຄົນ ຢູ່​ເທິງ​ກຳ​ປັ່ນ MVAkademik Shokalskiy ຊຶ່ງ​ໄດ້
ຕິດ​ຄ້າງ ​ຢູ່ໃນນໍ້າ​ແຂງ ​ໃກ້ໆ​ກັບຂົ້ວ​ໂລກ​ໃຕ້ ນັບ​ຕັ້ງ​ແຕ່​ ຄືນ
ກ່ອນ​ວັນ​ຄຣີສມັສນັ້ນ.


ພວກກຳ​ປັ່ນ​ຕັດ​ນໍ້າ​ແຂງ​ຈາກ​ປະ​ເທດຝຣັ່ງ ຈີນ ​ແລະ​ອອສ​ເຕຣ​ເລຍ ​ຍັງ​ບໍ່​ສາມາດໄປ​ເຖິງ
​ກໍາ​ປັ່ນ​ລໍາ​ດັ່ງກ່າວ​ເທື່ອ. ​ໃນ​ຄວາມ​ພະຍາຍາມ​ຄັ້ງ​ຫຼ້າສຸດ​ນັ້ນກໍ​ແມ່ນ​ວ່າ ກໍາ​ປັ່ນ Aurora
Australis ​ຂອງອອສ​ເຕຣ​ເລຍ ກໍ​ໄດ້​ກັບ​ຄືນ ຍ້ອນລົ​ມ​ແຮງ​ແລະ​ຫິມມະ​ຕົກ​ໜັກ.


ເສັ້ນທາງສູ່ MV Akademik Shokalskiy
ເສັ້ນທາງສູ່ MV Akademik Shokalskiy


ບັນດາ​ເຈົ້າ​ໜ້າ​ທີ່​ຂອງອອສ​ເຕຣ​ເລຍ​ແລະຣັດ​ເຊຍ ​ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ມື້​ນີ້​ວ່າ ຖ້າ​ເມື່ອ
​ໃດ​ອາກາດ​ແຈ້ງ​ອອກ ​ເຮືອບິນເຮຣີຄອບ​ເຕີທີ່ຢູ່​ເທິງ​ກຳ​ປັ່ນຕັດ​ນໍ້າ​ແຂງຂອງຈີນ ທີ່​ເອີ້ນ​ວ່າ
ມັງກອນຫິມະ ຫລື Snow Dragon ນັ້ນ ​ຈະ​ພະຍາຍາມ​ໄປ​ຊ່ອຍ​ພວກ​ທີ່​ຕິດ​ຄ້າງ​ໃນ​
ກໍາ​ປັ່ນອອກ​ມາ ຊຶ່ງ​ຈະ​ແບ່ງ​ອອກເປັນ​ກຸ່ມໆ ກຸ່ມ​ລະ 12 ຄົນ.

ພວກ​ຜູ້​ໂດຍສານ​ກ່າວ​ວ່າ ພວກ​ເຂົາ​ເຈົ້າພະຍາຍາມ​ຄວບ​ຄຸມ​ສະຕິອາລົມໃຫ້​ຢູ່​ໃນ​ສະພາບ
​ທີ່ດີ ຄິດ​ໃນ​ທາງ​ບວກ ​ແລະ​ຕຽມພ້ອມ​ທີ່​ຈະ​ສະຫຼອງ​ປີ​ໃໝ່​ໃນ​ເຮື​ອລໍາ​ດັ່ງກ່າວ ຊຶ່ງ​ມີ​ເຂົ້າປາ​
ອາຫານ ສໍາພາລະ​ພຽບພ້ອມ​ ຢູ່ໄດ້​ອີກ​ຫຼາຍໆ​ອາທິດ​ແລະ​ບໍ່​ເປັນ​ອັນຕະລາຍ​ທີ່​ກໍາ​ປັ່ນ​
ດັ່ງກ່າວ​ຈະ​ຈົມ​ລົງ​ໄດ້​ນັ້ນ. ​

XS
SM
MD
LG